ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-08 17:56:32    
ເຈົ້າໜ້າ​ທີ່​ອີຣານ​ໄປ​ຢາມ​​ເຈົ້າ​ໜ້າ​ທີ່​ການ​ທູດ​ອີຣານ 5 ຄົນ​ທີ່​ຖືກ​ຈັບ​ຢູ່​ອີຣັກ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 7 ກໍລະກົດ​ນີ້,​​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ,ທ່ານ​ໂຮ​ຊີ​ອາ ມາ​ຮາ​ໂມ​ດ ອານ ຊີ​ບາຣີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣັກ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​ມື້​ດຽວ​ກັນ,​ເຈົ້າ​ໜ້າ​ທີ່​ອີຣານ 3 ຄົນ​ໄດ້​ໄປ​ຢາມ​ເຈົ້າໜ້າ​ທີ່​ການ​ທູດ​ອີຣານ 5 ຄົນ​ທີ່​ຖືກ​ກອງ​ທະຫານອາ​ເມ​ລິ​ກາຈັບ​ຕົວ​ໃນ​​ເດືອນ​ມັງກອນ​ປີ​ນີ້​ຢູ່​ອີຣັກ.ການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ​ໄດ້​ດຳ​ເນີນ​​ເປັນ​ເວລາ​ຫຼາຍ​ຊົ່ວ​ໂມງ.ນີ້​ແມ່ນ​ການ​ປ່ຽນ​ແປງ​ອັນຕັ້ງໜ້າ.

ໃນ​ວັນ​ທີ 11 ມັງກອນ​ປີ​ນີ້,ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ຫຼອນ​ໂຈມ​ຕີ​ສຳ​ນັກ​ງານ​ອີ​ຣານ​ປະ​ຈຳ​​ເມືອງ​ອາ​ບີ​ວ ​ເຂດ​​ເຄີ​ດ​ແຫ່ງ​ອີຣັກ,​​ແລະ​ໄດ້​ຈັບ​ຕົວ​ເຈົ້າ​ໜ້າ​ທີ່​ອີຣານ 5 ຄົນ,ກັກ​ຂັງ​ຈົນ​ຮອດ​ປະຈຸ​ບັນ,​ເຮັດ​ໃຫ້​ຝ່າຍ​ອີຣານກ່າວ​ປະນາມ​ແລະ​ບໍ່ພໍ​ໃຈ​ຢ່າງ​ຮຸ​ນ​ແຮງ.