ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-09 19:56:32    
ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ອິສ​ຣາ​ແອນ​ພົບ​ປະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ຮັກສາ​ການ​ຂອງ​ປາ​ເລັສ​ຕິນ

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 8 ກໍລະກົດ​ນີ້, ຫ້ອງການ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິສຣາ​ແອນ​​ໄດ້ອອກ​ຖະ​ແຫຼງການວ່າ, ມື້​ດຽວ​ກັນ, ຢູ່​ເຢລູຊາເລ​ມ, ທ່ານ​ຢີພີ ລິ​ຟນີ ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ​ອິສຣາ​ແອນ​ໄດ້​ພົບ​ປະທ່ານ​ຊາ​ລາມ ຟາ​ຢັດ ນາຍົກລັດຖະມົນ​ຕີ​ທັງ​ເປັນ​ລັດຖະມົນຕີ​ການ​ເງິນ​ແລະ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ​ຮັກສາ​ການປາ​ເລັສຕິນ. ນີ້​ແມ່ນ​ທ່ານ​ຟາ​ຢັດພົບ​ປະກັບລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ອິສຣາ​ແອນ​​ເທື່ອ​ທຳ​ອິດພາຍຫຼັງທ່ານ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ໃນ​ຕອນ​ກາງ​ເດືອນ​ມິຖຸນາ.

ຖະ​ແຫຼງການ​ປະກາດ​ວ່າ, ສອງ​ຝ່າຍ​ໄດ້​ຫາ​ລືບັນຫາ​ຕ່າງໆ, ​ເຊັ່ນ: ​ສະຖານະ​ການ​ທີ່​ລັດຖະບານ​ຮັກສາ​ການ​ຂອງ​ປາ​ເລັສຕິນພວມປະ​ເຊີນຢູ່​ແລະຊ່ອງ​ທາງປັບ​ປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປາ​ເລັສຕິນພາຍ​ໃຕ້​​​ສະພາ​ບ​ທີ່​ຮັບປະກັນຜົນ​ປະ​ໂຫຍດດ້ານ​ຄວາມ​ປອດ​ໄພ​ຂອງ​ອິສຣາ​ແອນ​.

ນອກ​ນີ້, ​ເຈົ້າ​ໜ້າ​ທີ່​ຜູ້​ໜຶ່ງ​ຂອງ​ຫ້ອງການ​ຂອງ​ທ່ານ​ຟາ​ຢັດ​ເຜີຍ​ໃຫ້​ຮູ້​ວ່າ, ຫົວຂໍ້​ທີ່​ສອງ​ຝ່າຍ​ຫາລື​ກັນ​ບໍ່​ພຽງ​ແຕ່ການ​ມ້າງປົດ​ກວດກາ​ບາງ​ບ່ອນຂອງ​ທະຫານ​ອິສຣາ​ແອນ, ຍັງ​ກ່ຽວ​ພັນ​ເຖິງ​ບັນຫາ​ການ​ເມືອງ​ຫຼາຍບັນຫາ.