ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-10 11:49:59    
ຈີນ​ຫວັງ​ໃຫ້​ປະຕິ​ບັດ​ເອ​ກະ​ສານ​ຮ່ວມ 13 ກຸມ​ພາ​ກ່ຽວກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ຢ່າງ​ຮອບ​ດ້ານ​ແລະ​ສະ​ໝ່ຳສະ​ເໝີ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 9 ກໍລະກົດ​ນີ້,ທ່ານ​ຖາງ​ໂກ​ຊຽງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ສຳນັກງານ​ອົງການ​ສະຫະ​ປະຊາ​ຊາດ ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆທີ່​ກຸງ​ວຽນກ່າວ​ເນັ້ນ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງຈົ່ງ​ພະຍາຍາມ​ພ້ອມ​ກັນ,ປະຕິບັດ​ເອກະສານ​ຮ່ວມ 13 ກຸມພາ​ຢ່າງຮອບດ້ານ​ແລະ​ສະ​ໝ່ຳສະ​ເໝີ,ຊຸກຍູ້​ຂະ​ບວນວິວັດ​ປອດ​ນິວ​ເຄຼຍແຫຼມ​ເກົາຫຼີ​ແລະ​ການ​ເຈລະຈາ 6 ຝ່າຍ.

ວັນ​ທີ 9 ກໍລະກົດ​ນີ້,ສະພາ​ມົນຕີອົງການ​ພະລັງງານປະລະມານູ​ສາກົນ​ໄດ້​ຈັດ​ກອງ​ປະຊຸມຄັ້ງ​ວິສາມັນ,ອະນຸມັດ​ຂໍ້​ສະ​ເໜີ​ຂອງ​ທ່ານ​ໂມ​ຮາ​ເມັດ ​ເອວ ບາຣາດີ ຜູ້ອຳນວຍການ​ໃຫຍ່​ອົງການ​ດັ່ງ​ກ່າວທີ່​ແຕ່ງ​ພະນັກງານ​ກວດກາ​ໄປ​ຕິດຕາມ​ກວດກາສ.ປ.​ປ.​ເກົາຫຼີ​ປິດຮັກສາ​ສິ່ງ​ກໍ່ສ້າງ​ນິວ​ເຄຼຍທີ່ຢູ່​ເຢິງປຽນ,ທັງ​ນີ້​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວຽກ​ງານ​ຕິດຕາມ​ກວດກາ​ຂອງ​ອົງການ​ດັ່ງກ່າວ​ໃນ​ດ້ານ​ລະບຽບກົດ​ໝາຍ.

ຕາມ​ໜັງ​ສື​ພິມ"​ເຈີວໍ​ສຣີດ​ໂຈ​ໂນ"ສະບັບ​ວັນ​ທີ 9 ກໍ​ລະ​ກົດ​ນີ້​ແຈ້ງ​ຂ່າວ​ວ່າ,ໃນ​ຂະນະ​ທີ່​ພະ​ຍາ​ຍາມ​ຊຸກຍູ້​ໃຫ້​ສ.ປ.​ປ.​ເກົາຫຼີ​ປະລະ​ນິວ​ເຄຼຍ,ລັດຖະ​ບານ​ອາ​ເມ​ລິ​ກາ​ໄດ້​​ເລີ່​ມຄົ້ນຄວ້າ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບຄວາມ​ອາດ​ເປັນ​​ໄປ​ໄດ້​ທີ່​​ເຮັດໃຫ້​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ສ.ປ.ປ.​ເກົາຫຼີ​ເປັນ​ປົກກະຕິ​.​ແຕ່​ວ່າ,​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ຫຼາຍ​ຄົນກໍ່​ຊີ້​ອອກ​ວ່າ,ຈະບັນລຸ​ເປົ້າ​ໝາຍ​ຄວາມ​ປອດ​ໄພ​ໃນ​ພາກພື້ນອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ໄດ້​ຫຼື​ບໍ່,ຍັງ​ຈະ​ຊີ້​ຂາດ​ນຳສ.ປ.ປ.​ເກົາຫຼີ​ຈະ​ປະ​ລະ​​ແຜນການ​ອາວຸດ​ນິວ​ເຄຼຍຢ່າງ​ຖາວອນຫຼື​ບໍ່.