ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-10 11:51:18    
ແຂວງ​ຢຸນ​ນານ​ຂອງ​ຈີນ​ໄດ້​ສົ່ງ​ໄຟ​ຟ້າ​ໃຫ້​ຫວຽດ​ນາມ​ຫລາຍ​ກວ່າ 2 ຕື້​ກິ​ໂລ​ວັດ​ໂມງ

cri
ຕາມ​ຂ່າວສານ​ຈີນ:ວັນ​ທີ 9 ກໍລະກົດ​ນີ້,ຜູ່​ຮັບຜິດຊອບ​ຂອງ​ບໍລິສັດ​ຕາຫນ່າງ​ໄຟຟ້າ​ແຂວງ​ຢຸນານ​ຈີນ​​ເປີດ​ເຜີຍ​ວ່າ, ຕັ້ງ​ແຕ່​ເດືອນ​ກັນຍາ​ປີ 2004 ​ເປັນຕົ້ນມາ, ຕາຫນ່າງ​ໄຟຟ້າ​ແຂວງ​ຢຸນນານ​ຂອງ​ຈີນ​ໄດ້​ສົ່ງ​ໄຟ​ຟ້າ​ໃຫ້​ຫວຽດ ນາມ​ນັບ​ລວມ​​ແລ້ວ​ຫລາຍ​ກວ່າ 2 ຕື້​ກິ​ໂລ​ວັດ​ໂມງ.

​ໃນ​ຫລາຍ​ປີ​ມາ​ນີ້,​ເສດຖະກິດ​ຫວຽດນາມ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ຄວາມ​ຕ້ອງການ​ໄຟຟ້າ​ກໍ່​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ.​ແຕ່​ຍ້ອນ​ປະລິມານ​ໄຟຟ້າ​ຢູ່​ພາຍ​ໃນ​ປະ​ເທດ​ຫວຽດນາມບໍ່​ພຽງ​ພໍ,ຕາ​ຫນ່າງ​ສົ່ງ​ໄຟ​ຟ້າ​ກໍ່​ບໍ່​ສົມ ບູນ,ຢູ່​ຫລາຍໆ​ບ່ອນ​ການ​ສົ່ງ​ໄຟຟ້າ​ມີ​ຄຸນ​ນະພາ​ບບໍ່​ສູງ​ແລະ​ຮັບ​ປະ​ກັນ​ບໍ່​ໄດ້. ສະ​ນັ້ນ,ຫວຽດນາມ​ໄດ້​ສະ​ເຫ​ນີຕໍ່​ຈີນ,ຫວັງ​ຊື້​ໄຟຟ້າ​ຈາກ​ແຂວງ​ຢຸນນານ​. ບໍລິສັດ​ຕາຫນ່າງ​ໄຟຟ້າ​ພາກ​ໃຕ້​ຂອງ​ຈີນ​ໄດ້​ເລີ່​ມ​ເຮັດ​ວຽກ​ທີ່​ກ່ຽວ​ຂ້ອງ,​​ແລະ​ມອບສິດໃຫ້​ບໍລິສັດ​ຕາຫນ່າງ​ໄຟຟ້າ​ແຂວງ​ຢຸນນານ​ສົ່ງ​ໄຟຟ້າ​ໃຫ້​ຫວຽດນາມ.