6 ເດືອນຕົ້ນປີ 2007, ຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນເກືອບບັນລຸພັນຕື້ໂດລາ
cri
ຕາມຂ່າວສານຊິ່ນຮວາ: ຕາມສະຖິຕິຫຼ້າສຸດທີ່ກົມໃຫຍ່ພາສີຂອງຈີນປະກາດໃນວັນທີ 10 ກໍລະກົດນີ້ບອກວ່າ 6 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນໄດ້ບັນລຸ 980 ຕື້ໂດລາ.
ສະຖິຕິສະແດງໃຫ້ເຫັນວ່າ, ຍອດມູນຄ່າການຄ້າຂາເຂົ້າຂາອອກໃນ 6 ເດືອນຕົ້ນປີນີ້ເພີ່ມຂຶ້ນຫຼາຍກວ່າ 23% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ໃນນັ້ນ, ຂາອອກ 540 ຕື້ກວ່າໂດລາ, ຂາເຂົ້າ 430 ຕື້ກວ່າໂດລາ. ຄາດວ່າ, ຍອດມູນຄ່າການຄ້າຂາເຂົ້າຂາອອກໃນໝົດປີຈະສູງກວ່າ 2000 ຕື້ໂດລາ.
|
|