ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-11 11:58:49    
ທ່ານ​ບຸສ​ຈະ​ຍຶດ​ໝັ້ນ​ຍຸດ​ທະ​ສາດ​ອີ​ຣັກ​ທີ່​ໄດ້​ກຳ​ນົດ​ໄວ້​ແລ້ວ

cri Author: cai
ຕາມ​ຂ່າວCRI:ເຖິງ​ວ່າ​ໄດ້​ປະ​ເຊີນ​ໜ້າ​ກັບ​ສຽງ​ຮຽກ​ຮ້ອງ​ໃຫ້​ຖອນ​ທະຫານ​ອອກ​ຈາກ​ອີຣັກຈາກ​ລັດ​ຖະສະ​ພາ​ແລະ​ປະຊາຊົນ,ວັນ​ທີ 10 ກໍລະກົດ​ນີ້,ທ່ານ​ຈອັດ ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ຍັງ​ກ່າວ​ວ່າ,ກ່ອນ​ຜູ້​ບັນຊາ​ການ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຍື່ນ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະຖານະ​ການ​ອີຣັກ​ໃນ​ເດືອນ​ກັນຍາປີ​ນີ້,ທ່ານ​ຈະ​ຍຶດໝັ້ນ​ຍຸດ​ທະ​ສາດ​ອີຣັກທີ່​ໄດ້​ກຳນົດ​ໄວ້,ຈະ​ບໍ່​ພິຈາລະນາການ​ເລີ່​ມ​ຖອນ​ທະຫານ​ອອກ​ຈາກ​ອີຣັກ.

ວັນ​ທີ 10 ກໍລະກົດ​ນີ້,ຕາມ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ​ເຜີຍ​ໃຫ້​ຮູ້​ວ່າ,ບົດ​ລາຍ​ງານ​ປະ​ເມີນສະຖານະ​ການ​ອີຣັກ​ທີ່ລັດ​ຖະ​ບານ​ບຸ​ສ​ໃກ້​ຈະ​ຮ່າງ​ອອກ​ຈະ​ຮັບຮອງ​ວ່າ​ລັດ​ຖະ​ບານ​ອີຣັກມີ​ການ​ຄືບ​ໜ້າ​ຢ່າງ​ຈຳ​ກັດ.ໜັງສືພິມ"ວໍ​ຊິງ​ຕັນ ​ໂພສດ໌"ສະບັບ​ວັນ​ທີ 10 ກໍ​ລະ​ກົດ​ນີ້​ແຈ້ງ​ຂ່າວ​ວ່າ,ຍ້ອນສະມາຊິກ​ພັກຣີພັບ​ບຼິກ​ກັນນັບ​ມື້​ນັບ​ຫຼາຍ​ຄັດຄ້ານນະ​ໂຍບາຍ​ຕໍ່​ອີຣັກຂອງ​ລັດຖະບານ​ບຸສ,ທ່ານ​ບຸ​ສຈະ​ປ່ຽນ​ຖ້ອຍ​ທຳນອງ​ຂອງ​ນະ​ໂຍບາຍ​ຕໍ່​ອີ​ຣັກ,​ແຕ່​ບໍ່​ແມ່ນ​ປ່ຽນ​ນະ​ໂຍບາຍ.

ນອກ​ນີ້,​ຂ່າວ​ແຈ້ງວ່າ,ວັນ​ທີ 10 ກໍລະກົດ​ນີ້,ສະມາຊິກພັກ​ດີ​ໂມ​​ແຄຣັດຂອງ​ສະພາ​ສູງ​ອາ​ເມ​ລິ​ກາ​ໄດ້​ຊຸກຍູ້​ອີກ​ເທື່ອ​ໜຶ່ງ​ໃຫ້​ວາງ​ຕາຕະລາງ​ເວລາ​ຖອນ​ທະຫານ​ອອກ​ຈາກ​ອີຣັກ​ໂດຍ​ອ້າງ​ວ່າການ​ສ້າງສາ​ຄືນ​ໃໝ່​ຢູ່ອີຣັກຄືບ​ໜ້າຊັກ​ຊ້າ ບໍ່​ໄດ້​ບັນລຸ​ຄາດໝາຍຕ່າງໆຂອງ​ອາ​ເມ​ລິ​ກາ.