ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-11 17:20:54    
ຮອງ​ນາຍົກ​ລັດ​ຖະ​ມົນ​ຕີ​ຈີນ​ແລະ​ສິງ​ກະ​ໂປ​ເປັນ​ເຈົ້າ​ພາບ​ຄູ່ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ​: ວັນ​ທີ 11 ກໍລະ​ກົດ​ນີ້, ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍຈີນ​ສິງກະ​ໂປ​​ໄດ້ຈັດ​ຂຶ້ນ​ຢູ່​ສິງກະ​ໂປ, ​ທ່ານ​ນາງ​ອູ​ອີ ຮອງ​ນາຍົກ​ລັດຖະ​ມົນຕີ​ຈີນ​ແລະ​ທ່ານ​ວົງ​ຄັນ​ເຊັງ ຮອງ​ນາຍົກ​ລັດຖະ​ມົນຕີ​ສິງກະ​ໂປ​ເປັນ​ປະທານ​ຄູ່​ຂອງ​ກອງ​ປະຊຸມ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກັນກ່ຽວ​ກັບການ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕ່າງໆ, ​ແລະໄດ້​ຮັບ​ໝາກຜົນ​ອັນ​ສຳຄັນ.

ທ່ານ​ນາງ​ອູ​ອີ​ຕັ້ງໜ້າ​ຕີ​ລາຄາ​ການ​ພົວພັນລະ​ຫວ່າງ​​ສອງ​ຝ່າຍ​ຈີນ​ກັບ​ສິງກະ​ໂປ, ​ແລະ​ກ່າວ​ວ່າ, ຝ່າຍ​ຈີນ​ຍ້ອງຍໍ​ຊົມ​ເຊີຍລັດຖະບານ​ສິງກະ​ໂປ​ໄດ້​ກ່າວ​ຢ້ຳຢ່າງ​ເປີດ​ເຜີຍຫຼາຍ​ເທື່ອ​ວ່າ, ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ, ຄັດຄ້ານ​ບໍ່​​ໃຫ້ໄຕ້​ຫວັນ​ເປັນ​ເອກະລາດ​, ນີ້​ໄດ້​ສະໜອງ​ການ​ຮັບປະກັນ​ທີ່​ສຳ​ຄັນ​​ໃຫ້​ແກ່ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ປອດ​ໃສ​​ແລະ​ໝັ້ນ​ທ່ຽງ. ທ່ານ​ວົງ​ຄັນ​ເຊັງ​ກ່າວ​ວ່າ, ​ເວົ້າ​ສຳລັບ​ສິງ​ກະ​ໂປ​ແລະ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ແລ້ວ, ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ທີ່​ມີ​ຄວາມ​ຊີວິດ​ຊີວາ​ຂອງ​ຈີນ​ແມ່ນ​ມີ​ຜົນ. ຈີນ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ, ພວມ​ສົ່ງ​ເສີມ​ບົດບາດ​ທີ່​ນັບ​ມື້​ນັບ​ສຳຄັນ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ.

ສອງ​ຝ່າຍ​ໄດ້​ບັນລຸ​ຄວາມ​ເຫັນ​ເອກະສັນ​ກັນ​ກ່ຽວ​ກັບ​ການລົງ​​ເລິກ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີໃນ​ຂົງ​ເຂດ​ຕ່າງໆ​ດັ່ງ​ນີ້, ​ເຊັ່ນ: ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໄຮ​ເຕັກ, ​ເພີ່ມ​ທະວີ​ການ​ພັດທະນາ​ຊັບພະ​ຍາກອນ​ມະນຸດ​ຕື່ມ​ອີກ, ​ເປີດ​ກວ້າງ​ຂົງ​ເຂດ​ຮ່ວມ​ມືກວດກາ​ຄຸນ​ນະພາບສິນຄ້າລະຫວ່າງ​ສອງ​ຝ່າຍ, ​ເພີ່ມ​ທະວີ​ການສ້າ​ງ​ກົນ​ໄກແຈ້ງ​ສະພາບການ​ແລະປ້ອງ​ກັນ​ຄວບ​ຄຸມພະຍາດ​ຕິດ​ແປດ​​ແລະ​ການ​ຮ່ວມ​ມືກວດກາ​ພະຍາດ​ເຂົ້າ​ອອກ​ເມືອງ, ຕັ້ງໜ້າ​ຊຸກ​ຍູ້​ການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ລະຫວ່າງ​ຈີນ​ກັບ​ສິງກະ​ໂປ​​ເປັນ​ຕົ້ນ.