ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-12 11:27:58    
ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ຣີພັບ​ບຼິກ​ກັນ​ສ່ວນ​ຫຼາຍ​ຮຽກ​ຮ້ອງ​ໃຫ້​ທ່ານ​ບຸສ​ປັບ​ປຸງ​ນະ​​ໂຍ​ບາຍ​ຕໍ່​ອີ​ຣັກ​ໂດຍ​ໄວ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 11 ກໍລະກົດ​ນີ້,ສື່​ມວນ​ຊົນ​ອາ​ເມລິ​ກາ​ແຈ້ງ​ຂ່າວ​ວ່າ,​ໃນ​ຫຼາຍ​ມື້​ມາ​ນີ້,ສະມາຊິກ​ສະພາ​ສູງ​ສັງກັດ​ພັກຣີພັບ​ບຼິກກັນ​ນັບ​ມື້​ນັບ​ຫຼາຍ​ໄດ້​ປ່ຽນ​ແປງ​ຫຼັກ​ໝັ້ນ​ຂອງ​ຕົນ,ຮຽກຮ້ອງ​ໃຫ້​ທ່ານ​ຈອັດ ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ປັບປຸງ​ນະ​ໂຍບາຍ​ຕໍ່​ອີຣັກ​ໂດຍ​ໄວ​​ເທົ່າ​ທີ່​ຈະ​ໄວ​ໄດ້,ຈັດ​ວາງ​ການ​ຖອນ​ທະຫານ​​ໂດຍ​ໄວ.

ວັນ​ທີ 11 ກໍ​ລະ​ກົດ​ນີ້,ທ່ານ​ໂອ​ລິ​ມ​ເພຍ ສ​ໂນ​ແລະ​ທ່ານ​ຊັກ ຮາ​​ເກີ ສະມາຊິກ​ສະພາ​ສູງ​ສັງກັດ​ພັກຣີພັບ​ບຼິກກັນ​ກ່າວ​ວ່າ,ພວກທ່ານ​ສະໜັບສະໜູນ​ຍັດຕິ​ທີ່​ສະມາຊິກ​ສະພາ​ສູງ​ສັງກັດ​ພັກດີ​ໂມ​ແຄຣັດສະ​ເໜີ​ອອກ​ມາ​ໃນ​ວັນ​ທີ 10 ກໍລະກົດ​ນີ້​,ຍັດຕິ​ສະບັບ​ນີ້​ຮຽກ​ຮ້ອງ​ໃຫ້​ທ່ານ​ບຸ​ສ​ເລີ່ມຖອນ​ທະຫານອອກ​ຈາກ​ອີຣັກພາຍ​ໃນ 120 ມື້ ​ແລະ​ສິ້ນສຸດ​ການ​ສູ້ຣົບ​ຢູ່​ອີຣັກກ່ອນ​ວັນ​ທີ 30 ​ເມສາ​ປີໜ້າ.

ພ້ອມ​ກັນ​ນັ້ນ,ມີ​ສະມາຊິກ​ສະພາ​ສູງ​ສັງກັດ​ພັກ​ຣີພັບ​ບຼິກກັນ​ຢ່າງ​ໜ້ອຍອີກ 6 ຄົນ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ບຸ​ສຮັບ​ເອົາ​ຂໍ້​ສະ​​ເໜີ​ກ່ຽວ​ກັບ​ນະ​ໂຍບາຍ​ຕໍ່​ອີຣັກທີ່​ໜ່ວຍ​ຄົ້ນຄວ້າ​ບັນຫາ​ອີຣັກ​ໄດ້​ສະ​ເໜີ​ອອກ​ມາ​ເມື່ອ​ເດືອນ​ທັນວາ​ປີ​ກາຍ,ລວມທັງ​ເຈລະຈາ​ກັບ​ອີຣານ​ແລະ​ຊີ​ເລຍ​ໂດຍ​ກົງ ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນ​ພ້ອມ​ທັງ​ຖອນກອງ​ທະຫານສູ້ຣົບຂອງ​ອາ​ເມ​ລິ​ກາ​ສ່ວນ​ຫຼາຍ​ອອກ​ຈາກ​ອີຣັກກ່ອນ​ເດືອນ​ມີນາ​ປີໜ້າ.