ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-13 19:24:39    
ສູນ​ຕິດ​ຕໍ່​ພົວ​ພັນ​ຂອງ​ກະ​ຊວງ​ການ​ຄ້າ​ມຽນ​ມາ​ຕັ້ງ​ຢູ່​ເມືອງ​ນານ​ນີງ​ເຂດ​ກວາງ​ຊີ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ12​ກໍລະກົດ​ນີ້,ພິທີ​ວາງ​ສີ​ລາ​ຈາລຶກ​ຂອງ​ສູນ​ຕິດ​ຕໍ່​ພົວ ພັນການ​ຄ້າຂງ​ມຽນມາ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ນານ​ນີງ​ເຂດ​ກວາງ​ຊີ​ຈີນ.

ຄຽງຄູ່​ກັບ​ຂະ​ບວນການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ເລັ່ງລັດ​ໄວ​ເຂົ້າຢ່າງ​ບໍ່​ຢຸດ​ຢັ້ງ,ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ມຽນມາ​ໄດ້​ກ້າວສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນປີ2005,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ມຽນມາ​ມີ​ປະມານ800​ລ້ານ​ໂດ​ລາ,​​ແຕ່ເມື່ອ​ຮອດ​ປີ2006,​ໄດ້​​ເພີ່ມ​ຂຶ້ນຮອດ1​ຕື້​400​ລ້ານ​ກວ່າ​ໂດ​ລາ​ຢ່າງ​ວ່ອງ​ໄວ.

ທ່ານ​ອູ​ເຕັນ​ລວິນ ​ເອກ​ອັກຄະ​ລັດຖະທູດ​ມຽນມາ​ປະຈຳ​ຈີນ​ກ່າວ​ວ່າ,ສູນ​ຕິດ​ຕໍ່​ພົວ ພັນ​ການ​ຄ້າ​ຂອງ​ມຽນມາຕັ້ງຢູ່​ເມືອງ​ນານ​ນີງທີ່​ເປັນ​ສູນ​ກາງໄປມາຫາ​ສູ່​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ,​ຈະ​ເສີມ​ຂະຫຍາຍ​ບົດບາດສຳຄັນ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງ​ມຽນ​ມາ​ກັບ​ຈີນ​ໃນ​ຫຼາຍຂົງ​ເຂດ ​ເຊັ່ນ ການ​ຄ້າ​ແລະ​ການ​ລົງ​ທຶນ​ເປັນ​ຕົ້ນ.