ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-16 17:38:28    
ກອງ​ທັບ​ຈີນ​ເຂົ້າ​ຮ່ວມ​ການ​ຝຶກ​ແອບ​ກັບ​ກອງ​ທັບ​ຕ່າງ​ປະ​ເທດ​ເປັນຄັ້ງ​ທຳ​ອິດ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 16 ກໍ​ລະ​ກົດ​ນີ້,ຢູ່​ເມືອງ​ກວາງ​ໂຈ​ວ ທາງ​ພາກ​ໃຕ້​ຂອງ​ຈີນ, ຈີນ​ກັບ​ໄທ​ໄດ້​ຈັດການ​ຝຶກ​ແອບ​ຮ່ວມ​ກັນ​ດ້ານກອງ​ຕີພິ​ເສດຂອງ​ກອງທັບ​ບົກທີ່​ໃສ່​ຊື່ວ່າ:ຕະລຸມບອນ 2007.ນີ້​ແມ່ນ​ກອງທັບ​ຈີນ​ຮ່ວມ​ກັນ​ເຝິກ​ແອບ​ກັບ​ກອງທັບ​ຕ່າງປະ​ເທດ​ເປັນ​​ເທື່ອ​ທຳ​ອິດ.

ການ​ຝຶກ​ແອບ​ຮ່ວມ​ທີ່​ຈັດຂຶ້ນ​ເປັນ​ເວລາ​ສອງ​ອາທິດ​​ເທື່ອນີ້ຖື​ການ​ຕ້ານການ​ຂົ່ມ​ຂູ່​ຂອງ​ລັດທິ​ກໍ່​ການ​ຮ້າຍ​ເປັນ​ເບື້ອງ​ຫລັງ, ສຳຄນ​ແມ່ນ​ໃຫ້​ກອງ​ຕີ​ພິ​ເສດດຳ​ເນີນ​ການ​ຝຶກ​ແອບ​ພື້ນຖານ​ແລະ​ນຳ​ໃຊ້ຍຸດທະວິ​ທີ​ຕ້ານ​ການ​ກໍ່​ການ​ຮ້າຍ.ສອງ​ຝ່າຍ​ຈີນ​ແລະ​ໄທ​ຕ່າງ​ໄດ້​ແຕ່ງ​ທະານກອງຕີ​ພິ​ເສດ​ຂອງ​ກອງທັບ​ບົກ 15 ຄົນ, ​ຈັດ​ເປັນ​ກອງສູ້ລົ​ບ​ປະສົມ ​,​ໃຫ້​ເຂົາ​ເຈົ້າກິນ,ຢູ່​​ແລະຝຶກ​ແອບນຳກັນ.

ທ່ານ​ຈ່າງ​ຊິ້ງ​ເຊິ່ງ ຜູ່​ບັນຊາ​ການ​ເຂດທະຫານ​ກວາງ​ໂຈ​ວຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ໄດ້​ກ່າວ​ໃນພິທີ​​ໄຂການ​ຝຶກ​ແອບ​ຮ່ວມກັນວ່າ, ການ​ຝຶກ​ແອບຮ່ວມກັນ​ເທື່ອນີ້ຈະ​ມີ​ຄວາມ​ຫມາຍ​ສຳຄັນທີ່​ສຸດຕໍ່​ການ​ຍົກ​ສູງ​ຄວາມ​ສາມາດ​ສູ້​ລົບ​ຂອງກອງທັບ​ຈີນ​ແລະ​ໄທ​​ໃນ​ການ​ຕໍ່​ສູ້​ຕ້ານ​ການ​ກໍ່​ການ​ຮ້າຍ, ປາບ​ປາມອິດ​ທິກຳລັງ​ກໍ່​ກາ​ນຮ້າຍ,ປົກ​ປັກຣັກສາ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບຂອງ​ພາກ​ພື້ນ.

ຜູ່​ຊ່ຽວຊານ​ດ້ານ​ການ​ທະຫານ​ຊີ້​ອອກ​ວ່າ, ​ເທື່ອ​ນີ້, ຈີນ​ກັບ​ໄທ​ຈັດການ​ຝຶກ​ແອບ​ຮ່ວມ​ກັນຈະ​ມີ​ຜົນ​ສະທ້ອນ​ທີ່​ເປັນ​ແບບຢ່າງ​ແນ່ນອນ,​ໃນ​ອະນາຄົດ,ກອງທັບ​ຈີນ​ຈະ​ຝຶກ​ແອບ​ກັບ​ກອງທັບ​ຕ່າ​ງປະ​ເທດ​ຍິ່ງ​ຫລາຍ​ກວ່າ​ເກົ່າ.