ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-16 20:01:07    
ສ.​ເກົາຫຼີກັບສ.ປ.ປ​ເກົາຫຼີຈະ​ຈັດການ​ເຈລະຈາ​ທາງການ​ທະຫານລະດັບນາຍ​ພົນຄັ້ງທີ 6 ໃນວັນທີ 24 ກໍລະກົດນີ້

cri
ຕາມຂ່າວ CRI: ວັນ​ທີ 16 ກໍລະກົດ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສ.​ເກົາຫຼີກ່າວ​ວ່າ, ການ​ເຈລະຈາ​ທາງການ​ທະຫານລະດັບນາຍ​ພົນ​ ລະຫວ່າງ​ສ.​ເກົາຫຼີກັບສ.ປ.ປ​ເກົາຫຼີຄັ້ງ​ທີ 6 ຈະ​ຈັດ​ຂຶ້ນ​ຢູ່​ບານ​ມູນ​ຈອມໃນ​ວັນ​ທີ 24 ກໍລະກົດ​ນີ້, ​ດຳ​ເນີນ​ເປັນ​ເວລາ 3 ມື້.

ວັນ​ທີ 16 ກໍລະກົດ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສ.​​ເກົາຫຼີ​ແຈກ​ຢາຍ​​ໃບຂ່າວ​ຕໍ່ວົງ​ການ​ສື່​ມວນ​ຊົນ​, ​ໂດຍ​ຂຽນ​ວ່າ, ມື້​ດຽວ​ກັນ, ສ.​ເກົາຫຼີກັບສ.ປ.ປ​ເກົາຫຼີ​ໄດ້​ຈັດການ​ເຈລະຈາ​​ເຮັດວຽກທາງການ​ທະຫານ​ຢູ່​ບານ​ມູນ​ຈອມ, ​ໄດ້ຫາລື​ບັນຫາ​ຕ່າງໆ, ​ເຊັ່ນ: ການ​ສະກັດ​ກັ້ນ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ທາງ​ການ​ທະຫານ​ຢູ່​​ເຂດ​ທະ​ເລ​ເບື້ອງ​ຕາ​ເວັນ​ຕົກ​ແຫຼມ​ເກົາຫຼີ, ຕັ້ງ​ເຂດ​ຫາ​ປາ​ຮ່ວມ​, ​ສະໜອງການ​ຮັບປະກັນ​ທາງ​ການ​ທະຫານ​ໃຫ້​ແກ່​ການ​ຮ່ວມ​ມືດ້ານ​ເສດຖະກິ​ດລະຫວ່າງ​ສອງ​ຝ່າຍ. ​ສື່​ມວນ​ຊົນ​ສ.​ເກົາຫຼີ​ແຈ້ງ​ຂ່າວ​ວ່າ, ​ໃນ​ການ​ເຈລະຈາ​, ສອງ​ຝ່າຍ​ບໍ່​ໄດ້​ບັນລຸ​ຄວາ​ມ​ເຫັນ​​ເປັນເອກະສັນ​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ຫາລື​ດັ່ງກ່າວ.

ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີກ່າວ​ວ່າ, ​ໃນ​ການ​ເຈລະຈາ, ສອງ​ຝ່າຍ​ຕົກລົງ​ຈະ​ຈັດການ​ເຈລະຈາທາງ​ການ​ທະຫານ​ລະດັບນາຍ​ພົນ​ລະຫວ່າງ​ສ.​ເກົາຫຼີກັບສ.ປ.ປ​ເກົາຫຼີຄັ້ງ​ທີ 6 ຢູ່ "ບ້ານ​ສັນຕິພາບ" ຢູ່​ຝ່າຍ​ສ.​ເກົາຫຼີທີ່​ບານ​ມູນ​ຈອມ.