ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-19 18:50:31    
6 ​ເດືອນ​ຕົ້ນ​ປີ​ນີ້ ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ສ້າງ​ສະ​ຖິ​ຕິ​ໃໝ່

cri Author: cai
ວັນ​ທີ 19 ກໍລະກົດ​ນີ້,ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ໄດ້​ປະກາດຕົວ​ເລກ​ເສດຖະກິດ​ມະຫາ​ພາກ​ຂອງ​ຈີນ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້.ຂໍ້​ມູນ​ສະ​ແດງ​​ໃຫ້​ເຫັນ​ວ່າ,6 ​ເດືອນ​ຕົ້ນ​ປີ​ນີ້,ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຫຼື GDP ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 11,5% ​ເມື່ອ​ທຽບກັບໄລຍະ​ດຽວ​ກັນຂອງປີ​ກາຍ,​ໄດ້​ສ້າງ​ສະຖິຕິ​ໃໝ່​ໃນ 11 ປີ​ມາ​ນີ້;ພ້ອມ​ກັນ​ນັ້ນ,ຍ້ອນ​ລາຄາ​ອາຫານສູງ​ຂຶ້ນ​ໄວ​ໂພດ,ຕົວ​ເລກ​ດັດ​ຊະ​ນີຄ່າບໍລິ​ໂພ​ກຫຼື CPI ຂອງ​ປະ​ຊາຊົນ​ຈີນ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ,​ແລະຄວາມ​ກົດ​ດັນ​ໃນ​ອະນາຄົດ​ຍ້ອນຄ່າ​ບໍລິ​ໂພ​ກ​ເພີ່ມ​ຂຶ້ນກໍ່ຍັງ​ມີ​ຢູ່.

ວັນ​ທີ 19 ກໍລະກົດ​ນີ້,ຢູ່​ປັກ​ກິ່ງ,ຫ້ອງການ​ຖະ​ແຫຼ​ງຂ່າວຂອງ​ລັດຖະບານ​ຈີນ​ໄດ້ເຊີນ​ທ່ານ​ຫຼີສ້ຽວ​ຊ່າວ ​ໂຄສົກຖະ​ແຫຼ​ງຂ່າວຂອງ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ມາ​ແຈ້ງສະພາບ​ການ​ໝູນ​ເດີນ​ຂອງ​ເສດຖະກິດ​ແຫ່ງ​ຊາດ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້.ທ່ານ​ບອກວ່າ,​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້,​ເສດຖະກິດ​ຈີນ​ສືບ​ຕໍ່​ຮັກສາ​ການ​ພັດທະນາ​ຢ່າງ​ໜັກ​​ແໜ້ນ​ແລະ​ວ່ອງ​ໄວ,GDP ​ໄດ້ບັນລຸ 1 ໝື່ນ​ຕື້ກວ່າ​ຢວນ,​​ເພີ່ມຂຶ້ນ 11,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ໃນ​ປີ​ກາຍ.

ທ່ານ​ຫຼີສ້ຽວ​ຊ່າວ​ກ່າວ​ວ່າ,ນອກຈາກ"​ເຄື່ອງ​​ເສີມ​ພະລັງ"ສອງ​ອັນ​ຄືການ​ຄ້າ​ຂາ​ອອກ​ແລະ​ການ​ລົງທຶນ​ແລ້ວ,ການ​ປະກອບສ່ວນ​ຂອງການ​ບໍລິ​ໂພ​ກທີ່​ມີ​ຕໍ່​ການ​ເຕີບ​ໂຕ​​ຂອງເສດຖະກິດ​ຈີນ​ກໍ່​ໄດ້​ເພີ່ມຂຶ້ນ​ຢ່າງ​ເດັ່ນ​ຊັດ.ທ່ານ​ກ່າວ​ວ່າ:

"​ແຕ່​ກ່ອນ,ການ​ເຕີບ​ໂຕຂອງ​ເສດ​ຖະ​ກິດ​ຈີນ​ທີ່​ອາ​ໄສ​ການ​ລົງທຶນ​ຫຼາຍ​ໂພດ​ນັ້ນ​ນັບ​ແຕ່​ຕົ້ນ​ປີ​ນີ້ມາ,​​ໄດ້​ມີ​ການ​ປ່ຽນ​ແປງ​ບາງ​ຢ່າງ,ຄື​ຄວາມ​ຫຼຸດ​ລື່ນກັນ​ລະຫວ່າງ​ການ​ລົງທຶນ​ກັບ​ການບໍລິ​ໂພ​ກທີ່​ເພີ່ມ​ຂຶ້ນ​ພວມ​ຫຍັບ​ເຂົ້າ​ຫາ​ກັນ,ຊຶ່ງກໍ່​ໝາຍ​ຄວາມ​ວ່າ,ການບໍລິ​​ໂພ​ກຊຸກຍູ້​ເສດ​ຖະ​ກິດ​ໃຫ້​ເພີ່ມ​ຂຶ້ນ​ແຮງ​ກວ່າ​ເກົ່າ."

ທ່ານ​ຫຼີສ້ຽວ​ຊ່າວ​ວິ​ເຄາະ​ວ່າ,ປະຊາ​ຊົນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ຄວາມ​ໝັ້ນ​ໃຈ​ດ້ານ​ບໍລິ​ໂພ​ກຂອງ​ປະຊາຊົນເພີ່ມ​ຂຶ້ນ ​ແລະການ​ບໍລິ​ໂພກດ້ານລົດຍົນ​ແລະ​ເຮືອນ​ຢູ່​ເພີ່ມ​ຂຶ້ນໄວ​ແມ່ນສາເຫດ​ຕົ້ນຕໍທີ່​ເຮັດ​ໃຫ້​ການບໍລິ​ໂພ​ກ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້​ຂອງ​ຈີນ​ເພີ່ມ​ຂຶ້ນ.​ໃນ​ນັ້ນ,ລາຍ​ໄດ້​ຂອງ​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນຫຼາຍ​ກວ່າ 13%,ຊຶ່ງ​ເພີ່ມ​ຂຶ້ນ​​ຫຼາຍ​ກວ່າ​ທຸກ​ປີ​ທີ່​ຜ່ານ​ມາ.

ແຕ່​ວ່າ,ພ້ອມ​ກັນ​ນັ້ນ,ທ່ານ​ຫຼີສ້ຽວ​ຊ່າວ​ກ່າວ​ວ່າ,ປະຈຸ​ບັນ,​ໃນ​ການ​ໝູນ​ເດີນຂອງ​ເສດຖະກິດ​ຈີນ,​ແມ່ນ​ມີ​ຄວາມ​ຂັດ​ແຍ້​ງກັນ​ດ້ານ​ອົງ​ປະກອບ​ແລະ​ໂຄງ​ປະກອບ​ຈຳນວນ​ໜຶ່ງຍັງ​ພົ້ນ​ເດັ່ນຢູ່,​ໂດຍ​ສະ​ເພາະ​ແມ່ນ​ລາຄາ​​ເຂົ້າ ຊີ້ນ​ແລະ​ສັດ​ປີກ​ພ້ອມ​ດ້ວຍ​ອາຫານ​ປະ​ເພດ​ຊີ້ນ​ແລະ​ໄຂ່ໄດ້​​ແພງຂຶ້ນຫຼາຍ,ຄວາມ​ກົດ​ດັນ​ຈາກ​ການ​ປະຢັດ​ພະລັງງານ​ແລະ​ຫຼຸດຜ່ອນ​ການ​ລະບາຍ​ອາຍພິດ​ເຮືອນ​ແກ້ວ​ຍັງ​ແຮງຫຼາຍ.​​ໂດຍສະ​ເພາະ​ແມ່ນ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້,ຕົວ​ເລກ​ຄ່າ​ໃຊ້​ສອຍຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 3,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ໃນ​ປີ​ກາຍ,​ໄດ້​​ເຮັດ​ໃຫ້​​ເສດຖະກິດ​ຈີນ​ປະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ​ດ້ານ​ເງິນ​ເຟີ້​ຫຼາຍ​ຂຶ້ນ.

ທ່ານ​ຫຼີ​ສຽວ​ຊ່າວ​ຄາດ​ຄະ​ເນ​ວ່າ,​ໃນ​ໄລຍະ​ໜຶ່ງ​ຕໍ່​ໄປ​,ຕົວ​ເລກ​ຄ່າ​ບໍລິ​ໂພກ​ຂອງ​ປະ​ຊາ​ຊົນ​ຈີນ​ຍັງ​ອາດ​ຈະເພີ່ມ​ຂຶ້ນອີກ.

"ປະຈຸ​ບັນ,ການ​ເຫຼືອລົ້ນ​ຂອງ​ທຶນຍັງພົ້ນ​ເດັ່ນ​ຢູ່,ລາຄາເຮືອນຍັງ​ພວມ​ເພີ່ມ​ຂຶ້ນ,ຕົວ​​ເລກ​ດັດ​ຊະ​ນີບັດຫຸ້ນ​ສ່ວນກໍ່ຍັງ​ປັ່ນ​ປ່ວນຢູ່,​​ໃຕ້​ສະພາ​ບການ​ດັ່ງ​ກ່າວ,ຕາບ​ໃດ​ການ​​ທີ່​ຄວບ​ຄຸມລາຄາ​ອາຫານ​ໄວ້ບໍ່​ໄດ້​,ລາຄາ​​ເຮືອນ​ກໍ່​ແພງ​ຂຶ້ນ​ແພງ​ຂຶ້ນ​ແລະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ກັນ​ແລ້ວ,ກໍ່​ຈະ​ພາ​ໃຫ້​ມີ​ຄວາມ​ສ່ຽງ​ທີ່ລາ​ຄາ​ຈະ​ຖີບ​ສູງ​ຂຶ້ນ,ຄວາມ​ກົດ​ດັນ​ຍ້ອນຄ່າ​ບໍລິ​ໂພ​ກຂອງ​ປະຊາຊົນ​​ແພງຂຶ້ນກໍ່ຍັງ​​ແຮງ​ຫຼາຍ.ຕໍ່​ເລື່ອງ​ນີ້,ພວກ​ເຮົາຈະ​ຖືເບົາ​ບໍ່​ໄດ້."

ທ່ານ​ຫຼີສ້ຽວ​ຊ່າວ​ກ່າວ​ວ່າ,​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້,ຈີນ​ໄດ້​ປະກາດນະ​ໂຍບາຍສັບ​ຊ້ອນມະຫາ​ພາກ​ຢ່າງ​ເປັນ​ລະ​ບົບ,​ໃນ​ນັ້ນ,ລວມ​ທັງ​ການ​ໃຫ້​ເງິນ​ອຸດ​ໜູນແກ່​ຊາວ​ກະສິ​ກອນ ຄວບ​ຄຸມ​ບໍ່​ໃຫ້ການ​ລົງທຶນ​ໃນ​ຂະ​ແໜງ​ອະສັງ​ຫາ​ລິ​ມະ​ຊັບ​ເພີ່ມ​ຂຶ້ນ​ໄວ​​​ໂພດ ປັບ​ອັດຕາ​ທຶນ​ສຳ​ຮອງ​​ເງິນ​ຝາກໃຫ້​ສູງ​ຂຶ້ນ 5 ​ເທື່ອ​ລຽນຕິດ​ແລະ​ຍົກ​ອັດຕາ​ດອກ​ເບ້ຍ​ພື້ນ​ຖານ​ຂອງ​ເງິນຝາກ​ແລະ​​ເງິນ​ກູ້​ໃຫ້​ສູງ​ຂຶ້ນ 2 ​ເທື່ອ.ມາດ​ຕະ​ການ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ຊຸກຍູ້​ໃຫ້​ເສດຖະກິດ​ເຕີບ​ໂຕຢ່າງ​ວ່ອງ​ໄວ​ຢ່າງ​ບັງ​ເກີດ​ຜົນ.​ໃນ​ໄລຍະ​ຕໍ່​ໄປ,ຈີນ​ຈະ​ເພີ່​ມທະວີ​ແລະສັບ​ຊ້ອນ​ຄວບ​ຄຸມມະຫາ​ພາກ​​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ອອກ​ແຮງ​ປັບປຸງ​ອົງ​ປະກອບ​ເສດຖະ​ກິດ,ຫັນປ່ຽນ​ຮູບ​ການ​ເຕີບ​ໂຕ,ພະຍາຍາມ​ເຮັດ​ໃຫ້​ເສດຖະກິດ​ແຫ່ງ​ຊາດ​ພັດທະ​ນາ​ທັງ​ດີ​ທັງ​ໄວ.