ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-19 20:23:13    
ທະ​ຫານ​ຈີນ​ງວດ​ທຳ​ອິດ​ທີ່​ເຂົ້າ​ຮ່ວມ​ການ​ຊ້ອມ​ຣົບ​ຮ່ວມ​ທີ່​ຊື່ວ່າ "ໜ້າ​ທີ່​ສັນ​ຕິ​ພາບ-2007" ອອກ​ເດີນ​ທາງ​ໄປ​ຣັດ​ເຊຍ

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 19 ກໍລະກົດ​ນີ້, ທະຫານ​​ຈີນງວດ​ທຳ​ອິດ​ທີ່ເຂົ້າ​ຮ່ວມການຊ້ອມຣົບຮ່ວມຂອງ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ທີ່​ຊື່ວ່າ "ໜ້າ​ທີ່​ສັນຕິພາບ-2007" ​​ໄດ້ອອກເດີນທາງຈາກ​ສະຖານີ​ລົດ​ໄຟ​ຄູ​ເລີ​​ເຂດ​ຊິ່ນຈ່ຽງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ໄປຣັດ​ເຊຍ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກອງທະຫານຈີນ​ທີ່​ເຂົ້າ​ຮ່ວມ​ການ​ຊ້ອມຣົບແນະນຳ​ວ່າ, ການ​ເດີນທາງລົດ​​ໄຟ​ເທື່ອ​ນີ້​ຍາວ 1 ໝື່ນ 300 ກິ​ໂລ​ແມັດ, ​ການ​ເດີນທາງ​​ໄກ​ປານ​ນີ້, ການ​ຂົນ​ສົ່ງ​ທະຫານຫຼາຍປານ​ນີ້, ການ​ບັນທຸກ​ຍຸ​ດ​ໂທ​ປະກອນຫຼາຍປານ​ນີ້, ​ເວລາ​ຂົນ​ສົ່ງ​ຍາວ​ປານ​ນີ້, ​ແມ່ນ​​ເທື່ອ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງ​ກອງທັບ​ຈີນ.

ການ​ຊ້ອມຣົບຮ່ວມຕ້ານ​ການ​ກໍ່​ການ​ຮ້າຍເທື່ອ​ນີ້​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ອູ​ລຸ​ມູຊີ​ເຂດ​ຊິ່ນ​ຈ່ຽງຈີນ​ແລະ​​ເມືອງ​ເຊ​ລິ​ອາ​ບິນ​ສຄຂອງຣັດ​ເຊຍ​ແຕ່​ວັນ​ທີ 9 ຫາ​ວັນ​ທີ 17 ​ສິງຫາ​ປີ​ນີ້.