ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-21 16:42:11    
ການ​ຊ້ອມ​ລົບ​ປະ​ສົມ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ບໍ່​ໝາຍ​​ເຖິງ​ການ​ຜູກ​ພັນ​ທະ​ມິດ​ການ​ທະ​ຫານ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ20​ກໍລະກົດ​ນີ້,ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​​ໃຫ້ສຳພາດ​ຕໍ່ນັກ​ຂ່າວ,ທ່ານ​ເທິງ​ຈ້ຽນຊຸນ ຫົວໜ້າ​ພະ​ແນ​ກຄົ້ນຄວ້າ​ຂອງ​ສະມາຄົມ​​ຄວບ​ຄຸ​ມການ​ທະ​ຫານ​ແລະ​ຫຼຸດກຳລັງ​ລົບ​ຂອງ​ຈີນ​ກ່າວ​ວ່າ,ອົງການ​ຮ່ວມ​ມື​ຊຽງ​ໄຮ້​ຈັດການ​ຊ້ອມ​ລົບ​ປະສົມ​ບໍ່​ແນ​ໃສ່​ປະ​ເທດ​ໃດໆ,ຍິ່ງ​ບໍ່​ມີ​ຄວາມ​ໝາຍ​ທີ່​ຈະ​ຜູກ​ພັນທະ​ມິດ​ການ​ທະຫານ.

ທ່ານ​ເທິງ​ຈ້ຽນຊຸນ​ກ່າວ​ວ່າ,ການ​ຊ້ອມ​ລົບ​ປະສົມຕ້ານ​ການ​ກໍ່​ການ​ຮ້າຍຢູ່ພາຍ​ໃນ​ຂອບ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້,​ບໍ່​ວ່າ​ແມ່ນ​ຈັດ​ຂຶ້ນລະຫວ່າງ​ສອງ​ຝ່າຍ,ຫຼືວ່າ​ຫຼາຍຝ່າຍ,​ລ້ວນ​ແຕ່​ບໍ່​ຖື​ປະ​ເທດ​​ຫຼືກຸ່ມ​ປະ​ເທດ​ໃດ​ໜຶ່ງເປັນ​ສັດຕູ​ສົມ​ມຸດ,ຍັງ​ສຸມ​ໃສ່​ການ​ຕ້ານ​ຢັນ​ການ​ຂົ່ມຂູ່​ຄວາມ​ປອດ​ໄພ​ທີ່​ບໍ່​ແມ່ນ​​ແບບດັ້ງ​ເດີມຫຼາຍກວ່າ​ເກົ່າ,​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ທີ່ປາບ​ປາມ​ລັດທິ​ກໍ່​ການ​ຮ້າຍ ລັດທິ​ແບ່ງ​ແຍກ​ແລະ​ລັດທິ​ຫົວ​ຮຸນ​ແຮງ,​ແລະ​ປົກ​ປັກ​ຮັກສາ​ຄວາ​ມສະ​ຫງົບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ການ​ຊ້ອມ​ລົບ​ປະສົມຕ້ານ​ການ​ກໍ່​ການ​ຮ້າຍຂອງກອງປະກອບ​ອາວຸດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ທີ່​ຊື່ວ່າ​"ພາລະ​ກຳສັນຕິພາບ2007"ຈະຈັດ​ຂຶ້ນຢູ່​ເມືອງ​ອູ​ລູມຊີເຂດ​ຊິນ​ຈຽງ​ຂອງ​ຈີນ​ແລະ​ເມືອງ​ເຊ​ລິ​ຢາ​ບິນ​ສ໌ຄ໌ຂອງຣັດ​ເຊຍ​ແຕ່​ວັນ​ທີ​9​ຫາ​ວັນ​ທີ17​ສິງຫາ​ປີ​ນີ້.​