ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-21 19:01:16    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ແຜ່ນ​ດິນ​ໃຫຍ່​​ປະ​ເທດ​ຊາດ​ເດັດ​ດ່ຽວ​ຄັດ​ຄ້ານ​​ເຈດ​ຕະ​ນາ​ຂອງ​ເຈົ້າ​ໜ້າ​​ທີ່​ໄຕ້​ຫວັນ​ທີ່​ຢາກ​ເຂົ້າ​ຮ່ວມ​ສະ​ຫະ​ປະ​ຊາ​ຊາດ​​ໃນ​ນາມ​ໄຕ້​ຫວັນ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ20​ກໍລະກົດ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ມີ​​ເຈດ​ຕະນາຢາກ​ເຂົ້າຮ່ວມ​ສະຫະ​ປະຊາ​ຊາດ​ໃນ​ນາ​ມ​ໄຕ້​ຫວັນ,​ແມ່ນ​ການ​ກະທຳ​ແບ່ງ​ແຍກ​ທີ່​​ເຈດຕະນາ​ຕັດໄຕ້​ຫວັນ​ແຍກ​ອອກ​ຈາກ​ຈີນ.​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດເດັດດ່ຽວ​ຄັດຄ້ານ​ເລື່ອງ​ນີ້​ແລະ​ຈະ​ຕິດ​ຕາມ​ການ​ຂະ​ຫຍາຍ​ຕົວ​ຂອງ​ເລື່ອງ​ນີ້​ຢ່າງ​ໃກ້​ຊິດ.

ຕາມ​ຂ່າວ​ແຈ້ງວ່າ,ວັນ​ທີ19​ກໍລະກົດ​ນີ້,​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ໄດ້​ສົ່ງຈົດໝາຍ​ໄປ​ຍັງ​ທ່ານ​ບານ​ກີມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ,ສະ​ເໜີ​ຄຳ​ຮ້ອງ​ຂໍ​ທີ່​​ເຂົ້າຮ່ວມ​ສະຫະ​ປະຊາ​ຊາດ​ໃນ​ນາມ​ໄຕ້​ຫວັນ.ກ່ຽວກັບ​ເລື່ອງ​ນີ້,ທ່ານລິວ​ຈ້ຽນຊ່າວ​ວິຈານ​ວ່າ,​ໃນ​ໂລກນີ້​ມີ​ແຕ່​ປະ​ເທດ​ຈີນ​ດຽວ,​ໄຕ້​ຫວັນ​ແມ່ນ​ພາກສ່ວນ​ທີ່​ຕັດ​ແຍກ​ບໍ່​ໄດ້​ຂອງ​​ຜືນ​ແຜ່ນດິນ​ຈີນ,ລັດຖະບານ​ສາທາລະ​ນະ​ລັດ​ປະຊາຊົນ​ຈີນ​ແມ່ນ​ລັດຖະບານທີ່​ຊອບຕາມ​ກົດໝາຍ​ພຽງ​ໜຶ່ງ​ດຽວ​ທີ່​ຕາງໜ້າ​ທົ່ວ​ປະ​ເທດ​ຈີນ.ນີ້​ແມ່ນ​ຫຼັກໝັ້ນທີ່​ປະຊາ​ຄົມ​ໂລກ​ຍຶດໝັ້ນ​ໂດຍ​ທົ່ວ​ໄປ,ສອດຄ່ອງ​ກັບ​ກົດ​ບັດ​ສະ​ຫະປະຊາ​ຊາດ​ຢ່າງ​ເຖິງ​ຖອງ,​ແລະ​ໄດ້​ຮັບ​ການ​ຢືນຢັນ​ຂອງ​ມະຕິ​ເລກທີ​2758​ຂອງ​ສະຫະ​ປະ​ຊາ​ຊາດ.ທ່ານ​ກ່າວ​ວ່າ,​ເຈດ​ຕະນາຂອງ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ທີ່​ຢາກ​ແບ່ງ​ແຍກ​ຈີນ​ນີ້​ຈະ​ບໍ່​ສາມາດບັນລຸຜົນ​ເປັນ​ຈິງ​ໄດ້​.