![]( /mmsource/images/2004/04/21/laba.gif)
ສະບາຍດີທ່ານຜູ້ຟັງ, ຍິນດີຕ້ອນຮັບທ່ານຮັບຟັງລາຍການວັດທະນະທຳຈີນ. ຄຽງຄູ່ກັບສັງຄົມຈີນຫັນເປັນຕົວເມືອງ, ສິລະປະພື້ນເມືອງຈຳນວນໜຶ່ງໄດ້ຖືກເບິ່ງຂ້າມໃນລະດັບໃດໜຶ່ງ, ເພງຕີກອງຂອງເມືອງອູນິງແຂວງຈ່ຽງຊີທີ່ມີປະຫວັດ 2 ຮ້ອຍກວ່າປີກໍແມ່ນສິລະປະພື້ນເມືອງຊະນິດໜຶ່ງ. ມື້ນີ້, ຈະແນະນຳສິລະປີນຜູ້ໜຶ່ງທີ່ໄດ້ທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອຮັກສາແລະສືບທອດເພງຕີກອງ, ເຊິ່ງກໍ່ຄືນາງເສີນສີນ ທີ່ຊາວນາທ້ອງຖິ່ນເອີ້ນນາງເປັນ"ລູກສາວຂອງພູຜາ"ຢ່າງສະໜິດສະໜົມ.
ທີ່ທ່ານພວມຟັງຢູ່ນີ້ແມ່ນເພງຕີກອງ ເພງຊາວພູດອຍຂອງເມືອງອູນິງແຂວງຈ່ຽງຊີ ພາກກາງຂອງຈີນ. ໃນເວລາທຳງານຢູ່ໄຮ່ນາ, ຖ້າຄົນຫຼາຍ ທັງດີອົກດີໃຈ, ຊາວນາເມືອງອູນິງກໍມັກຮ້ອງເພງຕີກອງເພື່ອເພີ່ມບັນຍາກາດ, ທຳມະດາແລ້ວແມ່ນຜູ້ໜຶ່ງຕີກອງ, ຫຼາຍຄົນຮ້ອງປະສານສຽງ. ນັບມາຮອດປັດຈຸບັນ, ເພງຕີກອງເມືອງອູນິງໄດ້ມີປະຫວັດ 200 ກວ່າປີແລ້ວ, ປັດຈຸບັນຖືກແຂວງຈ່ຽງຊີຈັດເຂົ້າໃນບັນຊີຮັກສາມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸຂັ້ນແຂວງ.
ນາງເສີນສິນ ປີນີ້ອາຍຸ 38 ປີ, ເກີດຢູ່ເມືອງອູນິງແຂວງຈ່ຽງຊີທີ່ພູຂຽວນ້ຳໃສແລະມີທິວທັດສວຍງາມ. ນາງເສີນສີນເວົ້າວ່າ, ນາງແມ່ນເຕີບໃຫຍ່ຢູ່ໃນເພງຕີກອງແລະເບິ່ງງີ້ວເດັດໃບຊາຂອງເມືອງອູນິງ. ງີ້ວເດັດໃບຊາແມ່ນງີ້ວທ້ອງຖິ່ນ, ເກີດມາຈາກເພງຊາວພູດອຍ. ເມືອງອູນີງແມ່ນເຂດພູດອຍ, ໃບຊາແມ່ນຜະລິດຕະພັນກະສິກຳອັນຕົ້ນຕໍ. ເມື່ອຮອດລະດູການທີ່ຂຸດຫຍ້າໃຫ້ຕົ້ນຊາ, ຈະມີຊາວກະສິກອນທັງຫຼາຍໄປທຳງານຢູ່ນາສວນ, ນັກຮ້ອງສອງສາມຄົນທັງຕີກອງທັງຮ້ອງເພງ, ຊ່ອຍສ້າງບັນຍາກາດແລະເຊີດຊູກຳລັງໃຈໃຫ້ຊາວກະສິກອນ. ນາງເສີນສີນເວົ້າວ່າ:
"ເວລານັ້ນ ຢູ່ຊົນນະບົດບໍ່ມີໂທລະທັດ, ຮູບເງົາກໍໜ້ອຍ, ການຮ້ອງເພງຕີກອງແມ່ນເລື່ອງດີໃຈຫຼາຍໃນຊົນນະບົດຍາມນັ້ນ, ທະແນມແຕ່ທາງບ້ານມີຄົນຮ້ອງເພງ, ຈະດີໃຈກວ່າການຫຼີ້ນບຸນປີໃໝ່."
ພໍ່ປູ່ຂອງນາງເສີນສີນແມ່ນຊ່າງເຮັດກອງທີ່ມີຊື່ສຽງໃນແຫ່ງນັ້ນ, ເສີນສີນອາຍຸຍັງນ້ອຍ, ກໍມີຫຼາຍຄົນເຊີນພໍ່ປູ່ຂອງນາງໄປຕີກອງຮ້ອງເພງ. ດົນໄປດົນມາ, ເສີນສີນກໍມັກສິລະປະພື້ນເມືອງນີ້ແລ້ວ. ປີ 1984, ນາງເສີນສີນເສັງເຂົ້າຫ້ອງງິ້ວເດັດໃບຊາຂອງໂຮງຮຽນສິລະປະແຂວງຈ່ຽງຊີ, ຮຽນຈົບແລ້ວຖືກຈັດໄປເຮັດວຽກຢູ່ກອງສິລະປະງິ້ວເດັດໃບຊາອູນີງ. ແຕ່ໃນລະດູຮ້ອນປີ 1993, ກອງສິລະປະງີ້ວເດັດໃບຊາອູນີງຖືກຍຸບເລີກ.
ປີ 1995, ນາງເສີນສີນທີ່ມິດໄປສອງປີໄດ້ຍ່າງອອກຈາກພູຜາ, ເປັນຜູ້ຈັດທຳລາຍການໃນຄະນະຟ້ອນແລະຮ້ອງເມືອງຈີວຈ່ຽງ. ປີ 2004, ນາງອອກຈາກຈີວຈ່ຽງໄປເຮັດວຽກຢູ່ເມືອງແຄມທະເລ. ແຕ່ໃນຫຼາຍປີມານີ້, ບໍ່ວ່າເສີນສີນໄປເຮັດວຽກຢູ່ບ່ອນໃດ, ກໍເໝືອນດັ່ງນົກບີນອອກຈາກປ່າ, ປາອອກຈາກແມ່ນ້ຳທະເລ, ນາງອາໄສຢູ່ໃນເມືອງ ແຕ່ຊີວິດພັດເໝືອນດັ່ງເສຍຈຸດຄ້ຳ, ຮູ້ສຶກຫາຍໃຈຝືດ.
ເວລານັ້ນ, ຮູ້ສຶກວ່າໃນຕົວເມືອງໃຫຍ່, ຄວາມເຫຼື້ອມຕາລວດລາຍແລະຕຶກສູງຮ້ານໃຫຍ່ມີຢູ່ທົ່ວທີບ. ຂ້ອຍແມ່ນລູກທີ່ເຕີບໃຫຍ່ໃນພູ, ຢູ່ໃນຕົວເມືອງ ຮູ້ສຶກວ່າຈະດູດອາກາດໃນພູບໍ່ໄດ້, ກໍຟັງນົກຮ້ອງໃນພູບໍ່ໄດ້, ຟັງສຽງນ້ຳໄຫຼລິດໆບໍ່ໄດ້, ຮູ້ສຶກວ່າ ຊີວິດແນວນັ້ນບໍ່ເປັນຂອງຂ້ອຍ."
ໃນໂອກາດບັງເອີນ, ນາງເສີນສີນຫຼີ້ນນຳກັນກັບເພື່ອນຕ່າງປະເທດຫຼາຍຄົນ, ເມື່ອມີຄົນສະເໜີ, ນາງເສີນສີນໄດ້ຮ້ອງເພງພູດອຍຂອງບ້ານເກີດ, ສຽງປານດັງຢູ່ຂອບຟ້ານີ້ໄດ້ພີຊິກໝົດທຸກຄົນ. "ເພື່ອນອາເມລິກາຫຼາຍຄົນໃຫ້ຂ້ອຍຮ້ອງເພງຊາວພູດອຍຂອງບ້ານເກີດສູ່ຟັງ, ຂ້ອຍເລີຍຮ້ອງເພງຕີກອງປລະງີ້ວເດັດໃບຊາຫຼາຍຕອນ, ເຂົາເຈົ້າອຸທານວ່າ, ບ້ານເກີດຂອງເຈົ້າມີເພງມ່ວນຈັ່ງຊີ້ຫວະ."
ເຖິງວ່າເລື່ອງນີ້ເກີດຂຶ້ນບັງເອີນ, ແຕ່ໄດ້ກະທົບເຖິງຈິດໃຈຂອງເສີນສີນ, ພ້ອມທັງໄດ້ເຮັດໃຫ້ເສີນສີນຕັດສີນໃຈຈະກັບເມືອງນາສວນແລະໄລ່ຕາມສຽງບ້ານເກີດ. ນາງເສີນສີນໄດ້ອອກຈາກຕົວເມືອງທີ່ຊຸມແຊວກັນຢ່າງເດັດດ່ຽວ, ແລ້ວກັບຄືນຮອດບ້ານເກີດ.
"ສະພາບຈິດໃຈຂອງຕົນໄດ້ກັບຄືນຮອດຍາວໄວເດັກ, ກັບຄືນຮອດພູຜາແມ່ນ້ຳແຫ່ງນັ້ນ, ທາງດ້ານຈິດໃຈກໍຢາກໄປສະແຫວງຫາຮ່ອງຮອຍທີ່ພໍ່ປູ່ເຄີຍຍ່າງຜ່ານໃນຄາວນັ້ນ." ແຕ່ນັ້ນມາ, ເສີນສີນກໍເປ້ຖົງ ເອົາກ້ອງຖ່າຍຮຸບແລະໄມ້ສາມຂາ,ໄປຊອກຫາສິລະປີນຜູ້ເຖົ້າໃນແຫ່ງຕ່າງໆອູນີງ, ເກັບເອົາເພງຕີກອງແລະງີ້ວເດັດໃບຊາຂອງບ້ານເກີດ. ນາງໄປຮອດບ້ານຕົ່ງລີນທີ່ຢູ່ບ່ອນສອກຫຼີກເມືອງອູນີງ, ໄປຢາມພໍ່ເຖົ້າເມີ້ງຟານລີນທີ່ເຄີຍພ້ອມກັນພໍ່ປູ່ໄປຮ່ວມງານແລກປ່ຽນເພງຕີກອງຄັ້ງທຳອິດ. ການຢ້ຽມຢາມເທື່ອນີ້ໄດ້ສ້າງຜົນສະທ້ອນຫຼາຍຕໍ່ນາງເສີນສີນ.
"ພໍ່ເຖົ້າເມີ້ງເລີ່ມຮຽນຮ້ອງເພງຕີກອງເມື່ອອາຍຸ 18 ປີ, ດຽວນີ້ ລາວໄດ້ 78 ປີແລ້ວ. ເວລານັ້ນ, ຂ້ອຍຖາມເພີ່ນວ່າ ລຸງຍັງຮ້ອງເພງຕີກອງບໍ່? ລຸງຍັງສອນຜູ້ອື່ນຮ້ອງບໍ່? ລຸງບອກວ່າ ເພງແບບນີ້ເກົ່າແກ່ທີ່ສຸດບໍ່ມີຄົນຟັງແລ້ວ. ເວລານັ້ນ, ຂ້ອຍໄດ້ຍິນລຸງເວົ້າແນວນີ້, ຮູ້ສຶກເສຍດາຍຫຼາຍ. ຖ້າວວຽກງານນີ້ບໍ່ເຮັດ, ອີກ 20 ຫຼັງ, ຄົນຮຸ້ນເຮົາຢາກຟັງເພງຕີກອງແລະງີ້ວເດັດໃບຊາແບບອ້ອຍຕ້ອຍນັ້ນຈະຍາກຫຼາຍ."
"ລູກສິດທີ່ດີຊອກຍາກ, ສີມືເກັ່ງບໍ່ມີໃຜສືບທອດ" ນີ້ແມ່ນຄວາມເຈັບເສບໃນໃຈສິລະປີນຜູ້ເຖົ້າ. ສິລະປະພື້ນເມືອງສ່ວນຫຼາຍອາໄສການສອນປາກຕໍ່ປາກ, ປັດຈຸບັນ ຜູ້ຮູ້ສິລະປະເຫຼົ່ານີ້ສ່ວນຫຼາຍອາຍຸເຖົ້າແລ້ວ, ຕາບໃດພວກເຂົາເຈົ້າເສຍຊີວິດ, ສິລະປະພື້ນເມືອງເຫຼົ່ານີ້ຈະປະເຊີນການສູນເສຍ. ໃນເວລາເພງຕີກອງຂອງເມືອງອູນີງໃກ້ຈະຫາຍໄປນັ້ນ, ນາງເສີນສີນໄດ້ຫາບແບກໜ້າທີ່ອັນໜັກໜາທີ່ສືບທອດຜູ້ດຽວ. ນາງໄດ້ຫາມກ້ອງຖ່າຍຮູບ, ຍ່າງໄປຮອດທຸກບ້ານທຸກເມືອງ, ເກັບກຳເພງຕີກອງຂອງບ້ານເກີດ.
"ຂ້ອຍເກັບໄດ້ສຽງເພງຕີກອງແລະງີ້ວເດັດໃບຊາທີ່ຮ້ອງແບບດັ້ງເດີມຫຼາຍເພງຂອງເມືອງອູນີງ, ແລ້ວບັນທຶກເປັນແຜ່ນDVD ເພື່ອຮັກສາມ້ຽນ. ສູນພັດທະນາວັດທະນະທຳພື້ນເມືອງຊົນເຜົ່າຂອງກະຊວງວັດທະນະທຳຈີນໄດ້ຮັກສາຂໍ້ມູນຂອງຂ້ອຍທັງໝົດໂດຍຖືເປັນຂໍ້ມູນແຫ່ງຊາດ, ນີ້ໄດ້ພິສູດວ່າງງີ້ວເດັດໃບຊາແລະເພງຕີກອງຂອງເມືອງອູນິງພວກເຮົາເຄີຍມີມາກ່ອນ." ປັດຈຸບັນ, ເພງທີ່ນາງເສີນສີນບັນທຶກນັ້ນມີ 2 ໝື່ນກວ່າເພງ. ປີ 2005, ນາງເສີນສີນໄດ້ພິມຈຳໜ່າຍປື້ມທີ່ຊື່ວ່າ"ບ້ານ-ກອງ-ເພງຊາວພູດອຍ----ນິທານຂອງພໍ່ປູ່", ໃນປື້ມນີ້ໄດ້ບັນທຶກສະພາບປັດຈຸບັນຂອງເພງຊາວພູດອຍຂອງທ້ອງຖິ່ນ, ໄດ້ຮັບການຕີລາຄາສູງຈາກວົງການສິລະປະວັດທະນະທຳ.
ທ່ານຜູ້ຟັງ, ທີ່ຟັງມານັ້ນແມ່ນເລື່ອງກ່ຽວກັບນາງເສີນສີນ ຜູ້ສືບທອດສິລະປະພື້ນເມືອງຂອງຈີນ. ລາຍການວັດທະນະທຳຈີນພາກນີ້ຂໍຈົບລົງທໍ່ນີ້, ສະບາຍດີ.
|