ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-24 19:40:42    
ຢູ່​ພາກ​ໃຕ້​ອີ​ຣັກ​ເກີດ​​ເຫດ​ການ​ຫຼອນ​ໂຈມ​ຕີ​ແບບ​ລົດ​ຍົນ​ລະ​ເບີດ ຢ່າງ​ໜ້ອຍ​ພາ​ໃຫ້​ 22 ຄົນ​ເສຍ​ຊີ​ວິດ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 24 ກໍລະກົດ​ນີ້,ຕຳຫຼວດ​ອີຣັກກ່າວ​ວ່າ,​ໃນ​ມື້​ດຽວ​ກັນ,ຢູ່​ເມືອງ​ຮີ​ລາທາງ​ພາກ​ໃຕ້​ອີຣັກ​,​ໄດ້​ເກີດ​ເຫດການ​ຫຼອນ​ໂຈມ​ຕີ​ແບບ​ລົດ​ຍົນ​ລະ​ເບີດ​ຂ້າ​ໂຕ​ຕາຍ,ຢ່າງ​ໜ້ອຍ​ພາ​ໃຫ້ 22 ຄົນ​ເສຍ​ຊີວິດ,66 ຄົນ​ບາດ​ເຈັບ.ພ້ອມ​ກັນ​ນັ້ນ,ການ​ລະ​ເບີດ​ຍັງ​ໄດ້​ທຳລາຍ​ໂຮງ​ໝໍ​ແລະ​ເຮືອນ​ຊານທີ່​ຢູ່​ອ້ອມ​ຂ້າງຢ່າງ​ໜັກໜ່ວງ,ລົດຍົນ 10 ກວ່າ​ຄັນ​ຖືກ​ເຜົາ.

ຕຳຫຼວດ​ກ່າວ​ວ່າ,ຍ້ອນ​ມີ​ຫຼາຍ​ຄົນ​ບາດ​ເຈັບ​ໜັກ,ຈຳນວນ​ຄົນ​ເສຍ​ຊີວິດ​ຍັງ​ອາດ​ຈະ​ເພີ່ມ​ຂຶ້ນ​ອີກ.

ເມືອງ​ຮີ​ລາຕັ້ງ​ຢູ່​ບ່ອນໄກຈາກ​​ແບກ​ແດດ ນະຄອນຫຼວງ​ອີຣັກ​ໄປ​ທາງທິດ​ໃຕ້ປະມານ 100 ກິ​ໂລ​ແມັດ,ປະ​ຊາຊົນ​ສ່ວນ​ຫຼາຍ​ແມ່ນຝ່າຍນິກາຍ​ຊິ​ອະ.