ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-25 10:59:06    
ການ​ເຈ​ລະ​ຈາ​ລະ​ດັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄັ້ງ​ທີ​2​ລະ​​ຫວ່າງ​ອາ​ເມ​ລິ​ກາ​ກັບ​ອີ​ຣານ​ດຳ​ເນີນ​ໄປ​ຢ່າງ​ຫຍຸ້ງ​ຍາກ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ24​ກໍລະກົດ​ນີ້,ຢູ່​ນະຄອນຫຼວງ​ແບກ​ແດດ​ຂອງ​ອີຣັກ,ພາຍຫຼັງຈັດການ​ເຈລະຈາ​ຄັ້ງທີ2​ກັບທ່ານ​ຮາ​ຊານ ຄາ​ເຊ​ມີ ​ໂຄ​ມີ ​ເອກ​ອັກຄະ​ລັດ​ຖະທູດ​ອີຣານປະຈຳ​ອີຣັກ​ແລ້ວ,ທ່ານ​ລຽນ​ ກຼໍ​ເກີ ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ເວົ້າວ່າ,ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ຫາລື​ຢ່າງ​ຫຍຸ້ງຍາກ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ຂອງ​ອີຣັກ.

ພາຍຫຼັງການ​ເຈລະຈາ​ສິ້ນສຸດ​ລົງ​ແລ້ວ,ທ່ານ​ກຼໍ​ເກີ​ເວົ້າວ່າ,​ໃນ​ການ​ເຈລະຈາ,ທ່ານ​ໄດ້​ກ່າວ​ປະນາມ​ອີຣານ​ສະໜອງ​ການ​ອົບຮົມ​ແລະ​ອາວຸດ​​ໃຫ້​ແກ່​ພວກ​ຫົວ​ຮຸນ​ແຮງ​ອີຣັກ​ໂດຍ​ກົງ. ທ່ານ​ເຫັນ​ວ່າ,​ເຖິງ​ວ່າ​ອີຣານ​ໄດ້​ສະ​ແດງ​ໂດຍ​ທາງ​ປາກ​ເປົ່າ​ວ່າ ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ມາ​ລີ​ຄີ​ຂອງ​ອີຣັກກໍ​ຕາມ,​ແຕ່​ການ​ເຄື່ອນ​ໄຫວ​ຂອງ​ພວກ​ປະກອບ​ອາວຸດ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຊາວ​ອີຣານບໍ່​ໄດ້​ຫຼຸດລົງ​ເທື່ອ,ຊ້ຳພັດ​ໄດ້​ເພີ່ມ​ຫຼາຍຂຶ້ນ.

ທ່ານ​ກຼໍ​ເກີ​ຍັງ​​ໄດ້​ປະຕິ​ເສດ​ວ່າການ​ເຈລະຈາ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ອີຣານທີ່​ຈັດ​ຂຶ້ນຈົນ​ຮອດ​ຊູ່​ມື້​ນີ້​ໄດ້​ຮັບ​ໝາກຜົນ​ລັກສະນະ​ທາດ​ແທ້,​ແຕ່​ທ່ານ​ຢືນຢັນ​ວ່າ,​ໃນ​ວັນ​ທີ24​ກໍ​ລະ​ກົດ​ນີ້, ອາ​ເມ​ລິ​ກາ ອີຣານ​ແລະ​ອີຣັກ​ໄດ້​ເຫັນ​ດີ​ສ້າງຕັ້ງອະນຸກຳມະການ​ຄວາມ​ປອດ​ໄພ,​ດຳ​ເນີນ​ການ​​ເຈ​ລະ​ຈາ​ຕໍ່​ໄປ​ກ່ຽວ​ກັບ​ການ​ຟຶ້ນຟູ​ສະຖຽນ​ລະ​ພາບ​ຂອງ​ອີຣັກ.