ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-25 19:57:53    
ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ບໍລິ​ເວນ​ອ່າວ​ພາກ​ເໜືອ​ປີ 2007 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນີງ​ເຂດ​ກວາງ​ຊີ​ຈີນ

cri Author: cai
ຕາມ​ຂ່າວCRI:"ເວທີ​ປາ​ໄສ​ການ​ຮ່ວມ​ມື​ດ້ານ​ເສດຖະກິດບໍລິ​ເວນ​ອ່າວ​ພາກ​ເໜືອ​ປີ 2007"ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນີງ ​ເຂດ​ກວາງຊີ​ຈີນ​ແຕ່​ວັນ​ທີ 26 ຫາ​ວັນ​ທີ 27 ກໍລະກົດ​ນີ້.​ເວທີ​ປາ​ໄສ​​ເທື່ອ​ນີ້ມີ​ຫົວ​ຂໍ້​ວ່າ"ຮ່ວມ​ກັນ​ສ້າງຂົ້ວ​ເຕີບ​ໂຕ​ໃໝ່​ຈີນ-ອາ​ຊຽນ",ຫາລື​ແລະ​ຊຸກຍູ້​ກົນ​ໄກ​ຮ່ວມ​ມື​ອະນຸ​ພາກ​ພື້ນບໍລິ​ເວນອ່າວ​ພາກ​ເໜືອ.

ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ກໍລະກົດ​ນີ້,ທ່ານ​ເຊີນ​ອູ ຮອງ​ປະທານ​ເຂດ​ປົກ​ຄອງ​ຕົນ​ເອງກວາງຊີ​ເຜົ່າ​ຈ້ວງ ຮອງ​ຫົວໜ້າ​ຄະນະ​ກຳມະການ​ຈັດ​ຕັ້ງ​ເວທີ​ປາ​ໄສ​ເທື່ອ​ນີ້​ແຈ້ງ​ໃຫ້​ຮູ້​ວ່າ,​ເວທີ​ປາ​ໄສ​ເທື່ອ​ນີ້​ຈະຫາລື​ກັນ​ກ່ຽວ​ກັບສາມ​ຫົວ​ຂໍ້ຄື ການ​ຮ່ວມ​ມື​ດ້ານ​ເສດຖະກິດບໍລິ​ເວນ​ອ່າວ​ພາກ​ເໜືອ​ກັບ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ;ກົນ​ໄກການ​ພັດທະ​ນາ​ຜະ​ລິດ​ຕະ​ກຳ​ແລະ​ການ​ຄ້ຳ​ຊູ​ດ້ານ​ການ​ເງິນ​ຂອງ​ການ​ຮ່ວມ​ມື​ບໍລິ​ເວນ​ອ່າວ​ພາກ​ເໜືອ;ພ້ອມ​ທັງ​ການ​ຮ່ວມ​ມື​ດ້ານ​ຄົມ​ມະ​ນາ​ຄົມ ທ່າ​ກຳ​ປັ່ນ ການ​ຈໍລະ​ຈອນ​ວັດ​ສະດຸ​ແລະ​ການ​ທ່ອງ​ທ່ຽວ​ບໍລິ​ເວນອ່າວ​ພາກ​ເໜືອ​ເປັນ​ຕົ້ນ,​ແລະ​ຈະ​ໃຫ້​ໜ່ວຍ​ຄົ້ນ​ຄວ້າ​ຄວາມ​ເປັນ​ໄປ​ໄດ້ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ບໍລິ​ເວນ​ອ່າວ​ພາກ​ເໜືອ​ປະກາດ​ໝາກ​ຜົນ​ເບື້ອງ​ຕົ້ນ​ຂອງ"ບົດ​ລາຍ​ງານ​ການ​ຄົ້ນ​ຄວ້າ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ບໍລິ​ເວນອ່າວ​ພາກ​ເໜືອ"​ໃນ​ເວທີ​ປາ​ໄສ.