ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-26 18:02:01    
ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ສະ​ເໜີ​ໃຫ້​ສ້າງ​ຕັ້ງ​ອົງ​ການ​ຮ່ວມ​ມື​ທະ​ນາ​ຄານ​ບໍ​ລິ​ເວນ​ອ່າວ​ພາກ​ເໜືອ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 26 ກໍລະກົດ​ນີ້,ຢູ່​ນະຄອນ​ນານ​ນີງ ​ເທດສະບານ​ເຂດ​ກວາງຊີ​ຈີນ,ທ່ານ​ເຊີນ​ຢວນ ຜູ້​ວ່າການ​ທະນາຄານ​ພັດທະນາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ອົງການ​ທະນາຄານ​ຂອງ​ຈີນ​ແລະ​ຂອງ​ປະ​ເທດ​ອາ​ຊຽນຄວນ​ສ້າງ​ຕັ້ງ​ອົງການ​ຮ່ວມ​ມືທະນາຄານ​ບໍລິ​ເວນ​ອ່າວ​ພາກ​ເໜືອ,​ໃຫ້ການ​ສະໜັບສະໜູນ​ດ້ານ​ການ​ເງິນແກ່​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ບໍລິ​ເວນ​ອ່າວ​ພາກ​ເໜືອ.

ວັນ​ທີ 26 ກໍລະ​ກົດ​ນີ້,​ເວທີ​ປາ​ໄສ​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ບໍລິ​ເວນ​ອ່າວ​ພາກ​ເໜືອ​ປີ 2007 ​ໄດ້​​ໄຂ​ຢູ່​ນະຄອນ​ນານ​ນີງ,​ໃນ​ເວທີ​ປາ​​ໄສ,ທ່ານ​ເຊີນ​ຢວນກ່າວ​ວ່າ,ການ​ສ້າງ​ຕັ້ງ​ອົງການ​ຮ່ວມ​ມື​ທະນາຄານ​ຈະ​​ໃຫ້ການ​ຊ່ວຍ​ເຫຼືອ​ທາງ​ການ​ເງິນທີ່​ບັງ​ເກີດ​ຜົນ​ແກ່ປະ​ເທດ​ຕ່າງໆພາຍ​ໃນ​ບໍລິ​ເວນ​ອ່າວ​ພາກ​ເໜືອ​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ລັກສະນະ​ທົ່ວ​​ໂລກ.

ເຂດ​ຮ່ວມ​ມື​ດ້ານ​ເສດຖະກິດ​ບໍລິ​ເວນ​ອ່າວ​ພາກ​ເໜືອ​ລວມທັງ​ຈີນ ຫວຽດນາມ​ທີ່​ອ້ອມ​ອ່າວ​ພາກ​ເໜືອ​ແລະ​ມາ​ເລ​ເຊຍ ສິງກະ​ໂປ ອິນ​ໂດ​ເນ​ເຊຍ ຟີ​ລິບ​ປິນ​ແລະ​ບຼຸ​ໄນ​ທີ່ຢູ່​ຝັ່ງ​ທະ​ເລ​ເບື້ອງ​ນັ້ນ.