ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-27 11:59:28    
ທ່ານ​ອັບ​ບາສ​ຫວັງ​ຢາກ​​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ກັບ​ອິດ​ສະ​ລະ​ແອນ​ພາຍ​ໃນ​ໜຶ່ງ​ປີ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ26​ກໍລະກົດ​ນີ້,ທ່ານ​ມາຣມຸດ​ ອັບບາສ ປະທານ​ອົງການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັດ​ສະ​ຕິນ​ກ່າວ​ວ່າ,​ທ່ານ​ຫວັງ​ຢາກ​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ກັບ​ອິດ​ສະ​ລະ​ແອນ​ພາຍ​ໃນ​ໜຶ່ງ​ປີ.

ວັນ​ທີ26​ກໍລະກົດ​ນີ້,,ຢູ່ເມືອງລາມາລາ ເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນ,​ທ່ານ​ອັບ​ບາສ ກ່າວ​ວ່າ,​ປາ​ເລັດ​ສະ​ຕິນ​ໄດ້​ກຽມ​ພ້ອມ​ທີ່​ຈະ​ເຊັນ​ສັນ​ຍາ​ກັບ​ອິດ​ສະ​ລະ​ແອນ​ກ່ຽວ​ກັບ​ຖາ​ນະ​ສຸດ​ທ້າຍ​ຂອງ​ປາ​ເລັດ​ສະ​ຕິນ​ໃນ​ເວລາ​ຈັດ​ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ໃນ​ລະ​ດູ​ໃບ​ໄມ້​ຫຼົ່ນ​ປີ​2007.

​ຂ່າວ​ແຈ້ງຕື່ມວ່າ,ວັນ​ທີ26​ກໍລະກົດ​ນີ້,ທ່ານນາງ​ອັນ​ຈີ​ລາ ​ເມີ​ເກວ ນາຍົກລັດຖະມົນຕີ​ເຢຍ​ລະ​ມັນ​ກັບ​ທ່ານ​ຈອຈ໌ ​ບຸ​ສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ແລະ​ທ່ານ​ວຼາດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍໄດ້​ປະຊຸມກັນ​ທາງ​ໂທ​ລະ​ສັບ​,ຜູ້ນຳ​ສາມ​ປະ​ເທດ​​ຕົ້ນຕໍ​ໄດ້ຫາລື​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ໃຊ້"​ແຜນ​ການ​ສອງ​ປະ​ເທດ"ມາ​ແກ້​ໄຂ​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ເລັດ​ສະ​ຕິນ​ກັບ​ອິດ​ສະ​ລະ​ແອນ.​ແຜນ​ການ​ນີ້​ມີ​ເນື້ອ​ໃນ​ກ່ຽວ​ກັບປາ​ເລັດ​ສະ​ຕິນ​ກັບ​ອິດ​ສະ​ລະ​ແອນ​ຕ່າງ​ຮັບ​ຮູ້​ເຊິ່ງກັນ​ແລະ​ກັນ​ແລະ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ.

ຂ່າວ​ແຈ້ງວ່າ,ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ຮັບປາກ​ຕໍ່​ທ່ານ​ອັບ​ບາສວ່າ,ຈະ​ພະ​ຍາ​ຍາມ​ຊຸກຍູ້​ໃຫ້​ປາ​ເລັດ​ສະຕິ​ນກັບ​ອິດ​ສະລະ​ແອນ​ເຊັນ​ສັນຍາ​ສັນ​ຕິ​ພາບ​ກ່ອນ​ທ່ານ​ໝົດ​ອາ​ຍຸ​ຕຳ​​​ແໜ່​ງປະທານາ​ທິບໍດີ.ຫວ່າງ​ມໍ່ໆ​ນີ້,ທ່ານ​ເອຮຸດ ​ໂອນ​ເມີດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ລະ​ແອນ​ກໍ​ກ່າວ​ວ່າ,ທ່ານ​ຍິນ​ດີ​ເຈລະຈາ​ກັບ​ທ່ານ​ອັບ​ບາສ​ກ່ຽວ​ກັບ​ບັນ​ຫາ​ສ້າງ​ຕັ້ງ​ປະ​ເທດປາ​ເລັດ​ສະ​ຕິນ,​ແລະ​ເຊັນ​ສັນຍາ​ທີ່​ມີ​ລັກ​ສະ​ນະ​ຫຼັກ​ການ,​ເພື່ອ​ໃຫ້​ປາ​ເລັດ​ສະ​ຕິນ​ສ້າງ​ຕັ້ງ​ປະ​ເທດ​ຢູ່​ແຖບ​ກາຊາ​ແລະ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ.