ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-27 19:18:33    
ຂະ​ໜາດ​ອຸດ​ສາ​ຫະ​ກຳ​ຜະ​ລິດ​​ເຄື່ອງ​ຈັກ​ເຄື່ອງ​ປະ​ກອບ​ຂອງ​ຈີນ​ກ້າວ​ຂຶ້ນ​ເປັນ​ທີ 4 ​ໃນ​ໂລກ

cri Author: cai
ຕາມ​ຂ່າວCRI:ຫວ່າງ​ມໍ່ໆ​ນີ້,ນັກ​ຂ່າວ​ໄດ້​ຊາບ​ຈາກ​ສະຫະພັນ​ອຸດສາຫະກຳກົນ​ຈັກ​ຂອງ​ຈີນ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ອຸດສາຫະກຳ​ຜະລິດ​​​ເຄື່ອງ​ຈັກ​ເຄື່ອງ​ປະກອບຂອງ​ຈີນ​ຮຽນ​ແບບແລະປະດິດ​ສ້າງ,ຄວາມ​ສາມາດ​ປະດິດ​ສ້າງ​ເຄື່ອງ​ຈັກ​ເຄື່ອງ​ປະກອບໄດ້​ຍົກ​ສູງຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ລະດັບ​ຜະລິດກວມ​ລວມ​​ໄດ້​ບັນລຸ​ລະດັບ​ກ້າວໜ້າ​ຂອງໂລກ,ຂະໜາດ​ອຸດສາຫະກຳ​ກົນ​ຈັກໄດ້ກ້າວ​ຂຶ້ນ​ເປັນ​ທີ 4 ​ໃນ​ໂລກ.

ໃນ 6 ​ເດືອນ​ຕົ້ນ​ປີ​ນີ້,ມູນ​ຄ່າ​ສົ່ງ​ອອກ​ຂອງ​ອຸດສາຫະກຳ​ຜະລິດ​​ເຄື່ອງ​ຈັກ​ເຄື່ອງ​ປະກອບຂອງ​ຈີນ​ໄດ້​ບັນລຸ 71 ຕື້ 300 ລ້ານ​ໂດ​ລາ,​​ເພີ່ມ​ຂຶ້ນ 40% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ໃນ​ປີ​ກາຍ.ອຸດສາຫະກຳຜະລິດ​ເຄື່ອງ​ຈັກ​ເຄື່ອງ​ປະກອບ​​ໄດ້​ສ້າງອັດຕາ​ປະກອບສ່ວນ 22,5% ຕໍ່​ອຸດສາຫະກຳ​ຂອງ​ຈີນ.

ຜູ້​ຊ່ຽວຊານສະຫະພັນ​ອຸດສາຫະກຳ​ກົນ​ຈັກ​ຂອງ​ຈີນກ່າວ​ວ່າ,​ເມື່ອ​ໄດ້​ພັດທະນາ​ມາເປັນ​ເວລາ​ຫຼາ​ຍປີ​ແລ້ວ,ລະດັບ​ເຕັກນິກ​ຄົ້ນຄວ້າ​ຜະລິດ​​ເຄື່ອງ​ຈັກເຕັກ​ໂນ​ໂລ​ຊີ​ສຳຄັນ​ຂອງ​ຈີນ​​ໄດ້​ສູງ​ຂຶ້ນຢ່າງ​ເດັ່ນ​ຊັດ,​ໃນ​ດ້ານລະດັບ​ຄວາມພິດສະດານ​ຂອງ​ເຄື່ອງ​ຈັກ​ສ່ຽນດີ​ຈີດ​ອນ ສູນຄວບ​ຄຸມ​ເຄື່ອງ​ປະກອບໄຟ​ຟ້າ​ນິວ​ເຄຼຍ​ແລະ​ເຕັກນິກ​ປະຢັດ​ຖ່ານ​ຫີນຂອງ​ໜ່ວຍ​ເຄື່ອງຈັກ​ຜະລິດ​ໄຟຟ້າອຸນຕຼາ ຊູ​ເປີກຼິທິ​ໂຄ​ເປັນ​ຕົ້ນ,ຈີນລ້ວນ​ແຕ່​ໄດ້​ມີ​ຄວາມ​ກ້າວໜ້າ​ທີ່​ມີ​ລັກ​ສະ​ນະ​ບຸກທະລຸ.