ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-30 15:19:17    
ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ແມ່ນ​ເສັ້ນທາງ​ທີ່​ຕ້ອງ​​ເດີນ​ໃນ​ການ​ພັດທະນາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ

cri
ຕາມ​ຂ່າວ CRI: ວັນ​ທີ 30 ກໍລະກົດ​ນີ້, ໜັງ​ສື​ພິມ​ເຢິນມິນ​ຢື້​ປ້າວ​​ຂອງ​ຈີນໄດ້​ພິມ​ບົດຄວາມ​ຂອງ​ນັກວິ​ຈານ, ບົດ​ຄວາມຊີ້​ອອກ​ວ່າ, ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ແມ່ນ​ເສັ້ນທາງ​ທີ່​ຕ້ອງ​ເດີນ​ໃນ​ການພັດທະນາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນພິ​ເສດ​ຂອງ​ຈີນ.

ບົດ​ຄວາມ​ຂຽນ​ວ່າ, ​ໃນ 29 ປີອັນ​ສັ້ນໆ​ທີ່​ດຳ​ເນີນ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ມານີ້, ຈີນ​ໄດ້ປ່ຽນ​ຈາກສະພາບເສດ​ຖະກິດ​ເກືອບ​ພັງ​ທະ​ລາຍ, ປະຊາຊົນ​ຊົນນະບົດ 250 ລ້ານ​ຄົນ​ກິນ​ບໍ່​ອີ່ມ​ນຸ່ມ​ບໍ່​ອຸ່ນ, ກາຍ​ເປັນ​ປະ​ເທດ​ເສດຖະກິດ​ໃຫຍ່​ທີ 4 ​ໃນ​ໂລກ​ທີ່​ມີ​ພະລັງ​ຊີວິດ​ຕະຫຼາດທີ່​ເຂັ້ມ​ແຂງ, ​ສັງຄົມ​ການ​ເມືອງສະຖຽນ​ລະ​ພາບ, ຊີວິດ​ຂອງ​ປະຊາຊົນ​ໄດ້​ບັນລຸ​ການກ້າວ​ກະ​ໂດດ​ຄັ້ງ​ປະຫວັດການທີ່​ຈາກກິນ​ອີ່ມ​ນຸ່ມ​ອຸ່ນ​ຮອດ​ມີ​ຢູ່​ມີ​ກິນ​ຍັງ​ມີ​ສ່ວນ​ເຮ​ໄວ້​ສ່ວນ​ລວມ.

ບົດ​ຄວາມ​ຂຽນ​ວ່າ, ສັງຄົມ​ນິຍົມ​ທີ່​ມີ​ສີສັນພິ​ເສດ​ຂອງ​ຈີນ​ແມ່ນ​ການ​ປະດິດ​ຄິດ​ສ້າງ​ດ້ານ​ທິດ​ສະ​ດີ​ຂອງພັກ​ກອມ​ມູນິດ​ຈີນໃນ​ສະ​ໄໝ​ປະຈຸ​ບັນ. ມີ​ແຕ່​ຊຸກ​ຍູ້​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງເດັດດ່ຽວ, ຈຶ່ງ​ສາມາດ​ສະໜອງ​ກຳລັງ​ດັນ​ອັນ​ແຂງ​ແຮງ​ໃຫ້​ແກ່​ການ​ພັດທະນາ​​ເສດຖະ​ກິດ​ແລະ​ສັງຄົມ​ຂອງ​ຈີນ​ໃນ​ອະນາຄົດ, ​ເຮັດ​ໃຫ້​ສັງຄົມ​ນິຍົມ​ທີ່​ມີ​ສີສັນພິ​ເສດ​ຂອງ​ຈີນ​ເຕັມ​ໄປ​ດ້ວຍ​ຄວາມ​ຊີວິດ​ຊີວາ​​ໂດຍ​ຕະຫຼອດ.