ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-31 17:55:37    
ອາ​ເມ​ລິ​ກາ​ຈະ​ເພີ່ມ​ຄວາມ​ຊ່ວຍ​ເຫຼືອ​ທາງ​ການ​ທະ​ຫານ​ຕໍ່​ອິດ​ສະ​ລະ​ແອນ​ແລະ​ບາງ​ປະ​ເທດ​ອາ​ຣັບ

cri Author: shuo

ຕາມ​ຂ່າວCRI:ວັນ​ທີ30​ກໍລະກົດ​ນີ້,ນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ໌ ລັດຖະມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຖະ​ແຫຼງ​ວ່າ,ອາ​ເມ​ລິ​ກາມີ​ແຜນ​ຈະ​ສະ​ໜອງ​ຄວາມ​ຊ່ວຍ​ເຫຼືອ​ທາງ​ການ​ທະ​ຫານ​ທີ່​ມີ​ມູນ​ຄ່າ​ສູງ​ໃຫ້​ແກ່​ປະ​ເທດ​ອ່າວ​ເປີ​ເຊຍ ​ເຊັ່ນ​ອາ​ລາ​ບີ​ຊາ​ອູ​ດິດ​ເປັນ​ຕົ້ນ ພ້ອມ​ດ້ວຍ​ອິດ​ສະ​ລະ​ແອນ​ແລະ​​ເອຢິບ,​ເພື່ອ​ຮັບ​ມື​ກັບ​ອິດ​ທິ​ກຳ​ລັງ​ຝ່າຍ​ຕ່າງໆ ​ຄືກຸ່ມ​ອານ​ໄກ​ດາ​ແລະ​ພັກ​ເຮ​ສ​ບູນ​ລາ​ຂອງ​ລີ​ບັງ.​ໃນ​ມື້​ດຽວ​ກັນ,​ອີ​ຣານ​ລີ​ບັງ​ແລະ​ເຢຍ​ລະ​ມັນ​ຕ່າງ​ໄດ້​ຕິ​ຕຽນ​ແຜນ​ການ​ດັ່ງ​ກ່າວ​ຂອງ​ອາ​ເມ​ລິ​ກາ.


ນາງ​ໄລ​ສ໌​ເວົ້າວ່າ,ອາ​ເມ​ລິ​ກາ​ຈະ​ສະໜອງຄວາມ​ຊ່ວຍ​ເຫຼືອ​ທາງ​ການ​ທະຫານ​ທີ່​ມີ​ມູນ​ຄ່າ30​ຕື້​ໂດ​ລາ​ໃຫ້​ແກ່​ອິດ​ສະລະ​ແອນ​ແລະ13​ຕື້​ໂດ​ລາ​ໃຫ້​ແກ່​​ເອ​ຢິບ​ພາຍ​ໃນ10​ປີ​ຕໍ່​ໜ້າ.​ນອກ​ນີ້,​ອາ​ເມ​ລິ​ກາ​ຍັງ​ຈະ​ປຶກ​ສາ​ຫາ​ລື​ກັບ​6​ປະ​ເທດ​ອ່າວ​ເປີ​ເຊຍ ຄື​ອາ​ລາ​ບີ​ຊາ​ອູ​ດິດ​​ແລະ​ປະ​ເທດ​ອື່ນໆ​ກ່ຽວ​ກັບ​ຄວາມ​ຊ່ວຍ​ເຫຼືອ​ທາງ​ການ​ທະ​ຫານ.​ຂ່າວ​ແຈ້ງ​ຕື່ມ​ວ່າ,​ອາ​ເມ​ລິ​ກາ​ມີ​ແຜນ​ຈະ​ຈຳ​ໜ່າຍ​ອາ​ວຸດ​ທີ່​ມີ​ມູນ​ຄ່າ​ຢ່າງ​ໜ້ອຍ​20​ຕື້​ໂດ​ລາ​​ໃຫ້​ປະ​ເທດ​ອ່າວ​ເປີ​ເຊຍ​ເຫຼົ່ານີ້.

ທ່ານ​ໂມ​ຮາ​ມັດ ​ອາລີ ​ໂຮ​ເຊ​ນີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີຣານກ່າວ​ວ່າ,​ອາ​ເມ​ລິ​ກາ​ຈຳໜ່າຍ​ອາວຸດ​​ໃຫ້​ແກ່​ປະ​ເທດ​ອ່າວ​ເປີ​ເຊຍ​ຈະ​ທຳລາຍ​ຄວາມ​ປອດ​ໄພ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ.​ທ່ານ​ຟູ​ອັດ ຊີ​ນີ​ໂອຣາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລີ​ບັງ​ຖະ​ແຫຼງ​ວ່າ,​ການ​ກະ​ທຳ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຕື່ມ​ອີກ​ວ່າ,​ອາ​ເມ​ລິ​ກາ​ເຂົ້າ​ຂ້າງ​ອິດ​ສະ​ລະ​ແອນ,​ມີ​ແຕ່​ຈະ​ຊ່ວຍ​ໃຫ້​ທ່າ​ອ່ຽງ​ລັດ​ທິ​ຫົວ​ຮຸນ​ແຮງ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ​ເຕີບ​ໃຫຍ່​ຂຶ້ນ​ທໍ່​ນັ້ນ.​ທ່ານ​ກ່າວ​ວ່າ,​ການ​ໃຊ້​ວິ​ທີ​ທາງ​ການ​ທະ​ຫານ​ບໍ່​ສາ​ມາດ​ແກ້​ໄຂ​ການ​ປະ​ທະ​ກັນ​ລະ​ຫວ່າງ​ອາ​ຣັບ​ກັບ​ອິດ​ສະ​ລະ​ແອນ​ໄດ້​ແລະ​ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ສັນ​ຕິ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​​ໄດ້.ບຸກ ຄົນ​ສຳ​ຄັນ​ບາງ​ທ່ານ​​ໃນ​ວົງ​ການ​ການ​ເມືອງ​ເຢຍ​ລະ​ມັນກໍ​ກ່າວ​ວ່າ,​ແຜນ​ການ​ຂອງ​ອາ​ເມ​ລິ​ກາ​ທີ່​ຈຳ​ໜ່າຍ​ອາ​ວຸດ​ໃຫ້​ແກ່​ເຂດ​ອ່າວ​ເປີ​ເຊຍ​ແມ່ນ​ມີ​ສາຍ​ຕາ​ສັ້ນ​ແລະ​ບໍ່​ຮັບ​ຜິດ​ຊອບ.