ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-01 16:33:38    
ອາ​ເມ​ລິ​ກາ​ແລະ​ປະ​ເທດ​ອາ​ຣັບ​ຈະ​ເຮັດ​ໃຫ້​ຕາ​ເວັນ​ອອກ​ກາງ​ບັນ​ລຸ​ສັນ​ຕິ​ພາບ

cri
ຕາມ​ຂ່າວCRI,ວັນ​ທີ31​ກໍລະກົດ​ແລ້ວ​ນີ້,ຢູ່​ເມືອງ​ຊາມ​ເອນ​ເຊັກຂອງ​ເອຢິບ,ນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ​ ​ແລະ​ທ່ານ​ໂລ​ເບີດ ​​ເກັສ ລັດຖ​ະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມລິ​ກາ​ໄດ້​ພົບ​ປະ​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ເອຢິບ ຊັອກ​ດາ​ນີ ພ້ອມ​ດ້ວຍ​ປະ​ເທດ​ສະມາຊິກ​ສະພາ​ຮ່ວມ​ມື​ອ່າວ​ເປີ​​ເຊຍ.​ໃນ​ຖະ​ແຫຼ​ງການ​ທີ່​ປະກາດ​ຫຼັງ​ກອງ​ປະຊຸມ,ຝ່າ​ຍຕ່າງໆ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ພ້ອມ​ກັນ​ສຸມ​ໃສ່​ການ​ເຮັດ​ໃຫ້​ເຂດ​ຕາ​ເວັນ​ອອກ​ກາງ​ບັນລຸ​ສັນຕິພາບ​ແລະສະຖຽນ​ລະ​ພາບ.

ໃນ​ຖະ​ແຫຼ​ງການ,ຝ່າຍ​ຕ່າງໆ​ເຫັນ​ວ່າ,ການ​ພົວພັນ​ລະຫວ່າງ​ປະ​ເທດ​ຄວນ​ສ້າງຂຶ້ນຢູ່ບົນ​ພື້ນຖານ​ທີ່​ຕ່າງ​ເຄົາລົບ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ເຊິ່ງກັນ​ແລະ​ກັນ,ຄວນ​ອີງ​ໃສ່​ກົດໝາຍ​ລະຫວ່າງ​ຊາດມາແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງ​ປະ​ເທດ​ໂດຍຜ່ານ​ການ​ເຈລະຈາ​ແລະ​ວິຖີ​ທາງ​ການ​ທູດ​ໂດຍ​ສັນຕິ.​ໃນຖະ​ແຫຼ​ງການ,ຝ່າຍ​ຕ່າງໆ​ຍັງ​ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ທີ່​ເຮັດ​ໃຫ້​ເຂດ​ຕາ​ເວັນ​ອອກ​ກາງ​ບັນລຸ​ຄວາມ​ຍຸດຕິ​ທຳ​ແລະ​ສັນ​ຕິ​ພາບ​ຮອບ​ດ້ານ,​ແລະ​ກ່າວ​ຢ້ຳ​ວ່າ​ຄວນ​ອີງ​ໃສ່​ແຜນ​ການ​ສອງ​ປະ​ເທດ​ມາ​ສ້າງ​ຕັ້ງ​ປະ​ເທດ​ປາ​ເລັສ​ຕິນ​ທີ່​ເປັນ​ເອ​ກະ​ລາດ​ແລະຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ກັບ​ອິສຣາ​ແອນ​ບົນ​ພື້ນ​ຖານ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ແລະ​ຂໍ້​ລິ​ເລີ່ມ​ສັນ​ຕິ​ພາບ​ອາຣັບ.

ໃນ​ການພົບ​ປະ, ນາງ​ໄລ​ສ ກັບ​ທ່ານ​ເກັສ ​ໄດ້​ກ່າວ​ຢ້ຳນະ​ໂຍບາຍ​ຕໍ່​ອີຣັກ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ.ທັງ​ສອງ​ທ່ານ​ກ່າວ​ວ່າ,​ເຖິງ​ວ່າລັດຖະບານ​ອາ​ເມ​ລິ​ກາ​ພວມ​ປະ​ເຊີນ​ກັບ​ແຮງ​ກົດ​ດັນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ແຕ່​ອາ​ເມ​ລິ​ກາ​ຍັງຈະບໍ່​ຖອນ​ທະຫານ​ອອກ​ຈາກ​ອີຣັກຢ່າງ​ງ່າຍດາຍ.

ມື້​ດຽວ​ກັນ,​ໃນ​ການຟັງ​ຄຳ​ໃຫ້ການ​ຂອງ​ຄະນະ​ກຳມາ​ທິການ​ການ​ທະຫານ​ຂອງ​ສະພາ​ສູງ​ອາ​ເມ​ລິ​ກາ,​ພົນ​ເອກ ​ໄມ​ເຄິນມູ​ເລນ ຂອງ​ກອງທັບ​ເຮືອ​ອາ​ເມ​ລິ​ກາ​ທີ່​ໄດ້​ຮັບ​ການ​ສະ​ເໜີ​ຊື່​ເປັນ​ປະທານ​ສະພາ​ປະສົມ​ເສ​ນາ​ທິ​ການ​ໃຫຍ່​ອາ​ເມ​ລິ​ກາ​ຊຸດ​ໜ້າຈາກ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ບຸ​ສ ກ່າວ​ວ່າ,ກອງ​ທະຫານ​ອາ​ເມ​ລິ​ກາ​ຍັງ​ຈະ​ຄົງ​ຕົວ​ຢູ່​ອີ​ຣັກ​ອີກ​ຫຼາຍ​ປີ​ຫາກ​ບໍ່​ແມ່ນ​ຫຼາຍເດືອນ​​ເທົ່າ​ນັ້ນ.