ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-02 13:28:14    
ຈີນ​ເລີ່​ມ​ຄົ້ນຄວ້າ​ຜະລິດ​ເຄື່ອງ​ບິນ​ໃຫຍ່

cri Author: m
ຕາມ​ຂ່າວ​ໜັງສືພິມ​ເຢິນມິນ​ຢື້​ປ້າວ: ຫວ່າງ​ມໍ່ໆ​ນີ້, ​ເຄື່ອງ​ບິນ​​ໃໝ່​ທີ່​ບິນ​ໃນ​ໄລຍະ​ທາງ​ສັ້ນ​ກວ່າທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຕົນ​ລຳ​ທຳ​ອິດ​ຂອງ​ຈີນ ​ຄື ARJ21 ​ໄດ້​ເຂົ້າສູ່ໄລຍະ​ປະກອບ​ໄດ້ຮອບດ້ານ​ແລ້ວ, ນີ້​ໝາຍຄວາມ​ວ່າການ​ຄົ້ນຄວ້າ​ຜະລິດ​​ເຄື່ອງ​ບິນ​ໃຫຍ່ຂອງ​ຈີນ​ໄດ້​ເລີ່​ມຕົ້ນ​ແລ້ວ.

ປີ​ກາຍ​ນີ້, ​ຈີນ​ໄດ້​ຈັດ​ເອົາໂຄງການ​​ເຄື່ອງ​ບິນ​​ໃຫຍ່​​ເຂົ້າ​ໃນ "​ໂຄງ​ຮ່າງ​ແຜນການ​ພັດທະນາ​ວິທະຍາ​ສາດ​ແລະ​ເຕັກນິກ​ໃນ​ໄລຍະ​ກາງ​ແລະ​​ໄລຍະຍາວ​ແຫ່ງ​ຊາດ", ລັດຖະບານ​ຈີນ​ໄດ້ອະນຸມັດ​ໂຄງການ​ພິ​ເສດທີ່​ຄົ້ນຄວ້າ​ຜະລິດ​​ເຄື່ອງ​ບິນ​​ຂະໜາດ​ໃຫຍ່ຢ່າງ​ເປັນ​ທາງ​ການແລ້ວ.

​ເຄື່ອງ​ບິນ​ຂະໜາດ​ໃຫຍ່​ໝາຍ​ເຖິງ​ເຄື່ອງ​ບິນ​ຂົນ​ສົ່ງ​ທີ່​ສາມາດ​ບັນທຸກ​ນ້ຳໜັກ​ໄດ້ຫຼາຍກວ່າ 100 ​ໂຕນ.

ປະຈຸ​ບັນ, ໃນ​ໂລກ​ມີ​ແຕ່​ອາ​ເມ​ລິ​ກາ, ​ເອີ​ລົບ​ແລະຣັດ​ເຊຍ​ເທົ່າ​ນີ້​ທີ່​ສາມາດ​ຜະລິດ​ເຄື່ອງ​ບິນໂດຍສານ​ຂະໜາດ​ໃຫຍ່​ໄດ້.