|
|
(GMT+08:00)
2007-08-03 11:33:57
|
|
ທ່ານຊາວນາຍຊ່ຽນ ນັກປະພັນຕຳຫຼວດ
cri
Author: M
ທ່ານຊາວນາຍຊ່ຽນ ອາຍຸ 59 ປີແມ່ນຕຳຫຼວດຂອງເມືອງຕ້າທົງແຂວງຊ່ານຊີ່ພາກເໜືອຈີນ. ສິ່ງທີ່ຕ່າງກັບຕຳຫຼວດຜູ້ອື່ນແມ່ນ, ເພິ່ນຍັງເປັນນັກປະພັນທີ່ມີຊື່ສຽງອີກ. ນະວະນິຍາຍສັ້ນ 30 ກວ່າເລື່ອງຂອງເພິ່ນໄດ້ຖືກແປເປັນຫຼາຍພາສາຕ່າງປະເທດແລະພິມຈຳໜ່າຍຢູ່ຫຼາຍປະເທດ, ເຊັ່ນ: ຍີ່ປຸ່ນ, ອາເມລິກາ, ການາດາ, ແລະຊູແອັດເປັນຕົ້ນ. ທ່ານໂກຣານ ມາມວິສ໌ທ໌, ໜຶ່ງໃນຄະນະກຳມະການຄັດເລືອກຜູ້ທີ່ຈະໄດ້ຮັບລາງວັນໂນເບວສາຂາວັນນະ ຄະດີເຫັນວ່າ, ເພິ່ນແມ່ນໜຶ່ງໃນບັນດານັກປະພັນຈີນທີ່ມີຫວັງຈະໄດ້ຮັບລາງວັນໂນເບວສາຂາວັນນະຄະດີ. ຕໍ່ໄປ, ເຊີນຟັງບົດແຈ້ງຂ່າວລະອຽດ.
ທ່ານຊາວນາຍຊ່ຽນເກີດຢູ່ໃນບ້ານໝາຢູ້ເມືອງອີ້ງຊ້ຽນແຂວງຊ່ານຊີ່, ໃນຊຸມປີ 1960 ແລະ 1970, ເພິ່ນເຄີຍເປັນກຳມະກອນບໍ່ຖ່ານຫີນແລະນັກເສບດົນຕີຂອງຄະນະສິລະປະ, ຕໍ່ມາກໍ່ກາຍເປັນຕຳຫຼວດ.
ປີ 1987, ທ່ານຊາວນາຍຊ່ຽນເລີ່ມຂຽນນະວະນິຍາຍ, ນັບມາຮອດປະຈຸບັນ, ເພິ່ນໄດ້ມີບົດປະພັນວັນນະຄະດີພິມອອກເກືອບລ້ານຕົວໜັງສືຈີນ. ທ່ານຊາວນາຍຊ່ຽນເວົ້າວ່າ, ສາເຫດທີ່ເຮັດໃຫ້ເພິ່ນກາຍມາເປັນນັກປະພັນແມ່ນຍ້ອນໄດ້ພະນັນກັບໝູ່ເທື່ອໜຶ່ງ. ໝູ່ເພິ່ນເວົ້າວ່າ, ເພິ່ນແຕ່ງນະວະນິຍາຍບໍ່ເປັນດອກ, ເພິ່ນບໍ່ຍອມ, ຈຶ່ງແຕ່ງບົດສົ່ງໃຫ້ໜັງສືພິມຢູ່ແຂວງຂອງຕົນ, ໜັງສືພິມໄດ້ພິມບົດຂອງເພິ່ນອອກ. ແຕ່ນັ້ນມາ, ເພິ່ນກໍເລີ່ມແຕ່ງບົດສົ່ງໃຫ້ວາລະສານວັນນະຄະດີຂອງປັກກິ່ງ, ນັກປະພັນທີ່ມີຊື່ສຽງຜູ້ໜຶ່ງໃນຄາວນັ້ນໄດ້ເຫັນບົດຂອງເພິ່ນ. ນັກປະພັນຜູ້ນີ້ມັກບົດຂອງຊາວນາຍຊ່ຽນຫຼາຍ, ຈຶ່ງໄດ້ແນະນຳເພິ່ນ, ທ່ານຊາວນາຍຊ່ຽນເຊິ່ງເປັນຕຳຫຼວດຈຶ່ງໄດ້ກ້າວເຂົ້າໃນເສັ້ນທາງແຫ່ງນັກປະພັນ.
ນະວະນິຍາຍທີ່ພິມຈຳໜ່າຍບົດທຳອິດຂອງທ່ານຊາວນາຍຊ່ຽນແມ່ນກ່ຽວກັບເລື່ອງລາວລະຫວ່າງເພິ່ນກັບພະສົງ, ພາດຫົວເລື່ອງວ່າ "ຄວາມໂດດດ່ຽວຂອງພະ", ຕົວລະຄອນເອກແມ່ນພະສົງເຖົ້າອົງໜຶ່ງທີ່ເພິ່ນຮູ້ຈັກດີ. ແຕ່ຕອນເພິ່ນອາຍຸ 9 ປີເປັນຕົ້ນມາ, ທ່ານຊາວນາຍຊ່ຽນກໍ່ອາໃສຢູ່ໃນວັດເກົ່າແຫ່ງໜຶ່ງ, ພະສົງຜູ້ເຖົ້າຢູ່ໃນວັດກໍ່ໄດ້ກາຍເປັນຄົນສະໜິດກັບເພິ່ນ, ຂະເຈົ້ານັ່ງສະມາທິຮ່ວມກັນ, ຫຼິ້ນໝາກເສິກນຳກັນແລະອ່ານໜັງສືນຳກັນ. ສາເຫດທີ່ເຮັດໃຫ້ເພິ່ນເອົາພະສົງອົງນີ້ເຂົ້າໃນບົດປະພັນບົດທຳອິດຂອງເພິ່ນ, ທ່ານຊາວນາຍຊ່ຽນຮູ້ສຶກວ່າແມ່ນຍ້ອນຖືກຊະຕາກັບພະ, ທ່ານເວົ້າວ່າ:
"ໃນເວລາອະຍຸຂ້ອຍ 9 ປີ, ຂ້ອຍກໍ່ອາໃສຢູ່ໃນວັດ, ອາໃສຢູ່ຫັ້ນເປັນເວລາ 40 ກວ່າປີ, ຂ້ອຍຮູ້ສຶກວ່າຂ້ອຍຖືກຊະຕາກັບພະ. ຢູ່ໃນວັດນີ້, ມີພະ, ມີພະພຸດທະຮູບ, ເວລາຂ້ອຍແຕ່ງບົດ, ບໍ່ໄດ້ຕັ້ງໃຈເວົ້າວ່າຂ້ອຍຖືກຊະຕາກັບພະ, ມີແຕ່ວ່າຢາກເລົ່າເລື່ອງລາວເຫຼົ່ານັ້ນເປັນພິເສດ."
ນັບມາຮອດປະຈຸບັນ, ທ່ານຊາວນາຍຊ່ຽນໄດ້ພິມຈຳໜ່າຍນະວະນິຍາຍຍາວ 3 ເລື່ອງ, ນະວະນິຍາຍສັ້ນຫຼາຍສິບເລື່ອງ, ທັງໝົດເຫຼົ່ານີ້ລ້ວນແຕ່ມາຈາກປະສົບການຊີວິດຂອງເພິ່ນ. ຕອນເພິ່ນເປັນກຳມະກອນບໍ່ແຮ່ເປັນເວລາປີໜຶ່ງນັ້ນ, ເພິ່ນຂຸດຖ່ານຫີນຢູ່ໃຕ້ດິນ, ຊີວິດທຸກຍາກຫຼາຍ. ສະນັ້ນ, ເພິ່ນໄດ້ຂຽນນະວະນິຍາຍທີ່ຊື່ວ່າ "ຫີນຕາເວັນເຢັນ", ເພື່ອສະແດງໃຫ້ເຫັນ ຄວາມທຸກຍາກລຳບາກແລະຄວາມເດັດດ່ຽວໜຽວແໜ້ນຂອງກຳມະກອນບໍ່ແຮ່. ປີນີ້, ເພິ່ນຫາກໍ່ໄດ້ພິມຈຳໜ່າຍນະຍະນິຍາຍຍາວເລື່ອງໜຶ່ງທີ່ຊື່ວ່າ "ຮອດຄ່ຳຄືນຄິດຮອດເຈົ້າ——ເລື່ອງລາວຂອງບ້ານເວິ່ນເຈ່ຍຢາວ", ບ້ານເວິ່ນເຈ່ຍຢາວເຊິ່ງເປັນບ້ານທຸກຍາກຢູ່ບ່ອນຫ່າງໄກສອກຫຼີກທີ່ສົມມຸດຂຶ້ນມາ, ໂດຍຖືຊີວິດໃນຊົນນະບົດຂອງເພິ່ນໃນ 40 ກວ່າປີກ່ອນເປັນເບື້ອງຫຼັງ, ພັນລະນາຊີວິດຂອງຊາວກະສິກອນໃນເຂດທຸກຍາກໃນຄາວນັ້ນ.
ທ່ານຊາວນາຍຊ່ຽນເວົ້າວ່າ, ຖ້າບໍ່ມີປະສົບການ,ເພິ່ນກໍ່ແຕ່ງເລື່ອງບໍ່ໄດ້, ເພິ່ນເວົ້າວ່າ:
ນະວະນິຍາຍທຸກເລື່ອງຂອງຂ້ອຍກໍ່ມີລັກສະນະເດີມ. ແລະກໍ່ແມ່ນລັກສະນະເດີມທີ່ຂ້ອຍຮູ້ດີ, ບາງທີກໍ່ແມ່ນຂ້ອຍເອງ, ຂ້ອຍບໍ່ໄດ້ໄປສືບຫາເລື່ອງໃດເລື່ອງໜຶ່ງ, ແລ້ວກໍ່ເອົາມາແຕ່ງເປັນນະວະນິຍາຍ. ຖ້າຂ້ອຍບໍ່ໄດ້ຜ່ານປະສົບການໃນຊີວິດ, ຂ້ອຍກໍ່ແຕ່ງນະວະນິຍາຍບໍ່ໄດ້.
ນະວະນິຍາຍກ່ຽວກັບຊົນນະບົດເລື່ອງນີ້, ຂຽນສຳເລັດໃນ 10 ກວ່າປີກ່ອນ, ແຕ່ວ່າວົງການພິມຈຳໜ່າຍຮູ້ສຶກວ່ານະວະນິຍາຍເລື່ອງນີ້ຈະຂາຍບໍ່ດີ, ສະນັ້ນ, ຈົນຮອດປີນີ້ຈຶ່ງພິມຈຳໜ່າຍ. ແຕ່ວ່າ, ທ່ານໂກຣານ ມາມວິສ໌ທ໌ ບັນດິດສະພາບັນດິດຊູແອັດ, ນັກວິທະຍາສາດຈີນວິທະຍາພັດມັກວິທີການຂຽນຂອງທ່ານຊາວນາຍຊ່ຽນຫຼາຍ, ແລະເຫັນວ່າ, ບົດປະພັນຂອງເພິ່ນເປັນຕາແປເປັນພາສາຕ່າງປະເທດຫຼາຍ. ນະວະນິຍາຍເລື່ອງນີ້ສະບັບພາສາຊູແອັດແມ່ນແປໂດຍທ່ານໂກຣານ ມາມວິສ໌ທ໌, ແລະຈະພິມຈຳໜ່າຍໃນລະດູໃບໄມ້ຫຼົ່ນປີນີ້.
ປະຈຸບັນ, ທ່ານຊາວນາຍຊ່ຽນກຳລັງແຕ່ງນະວະນິຍາຍຍາວເລື່ອງໜຶ່ງກ່ຽວກັບແມ່ຂອງເພິ່ນ, ໄດ້ຂຽນແລ້ວ 2 ແສນກວ່າຕົວໜັງສືຈີນ, ແຜນການຂອງເພິ່ນແມ່ນຈະຂຽນໃຫ້ສຳເລັດໃນເວລາອອກກິນເບ້ຍບຳນານໃນປີໜ້າ, ເມື່ອສຳເລັດແລ້ວ, ຄວາມຝັນຂອງເພິ່ນທີ່ມີມາແຕ່ດົນນານກໍ່ຈະສຳເລັດແລ້ວແລະກໍ່ຈະສາມາດດຳລົງຊີວິດອອກກິນເບ້ຍບຳນານຢ່າງສະບາຍໃຈ. ແມ່ຂອງທ່ານຊາວນາຍຊ່ຽນເຄີຍເປັນໂລກຈິດ, ບໍ່ສາມາດເພີ່ງຕົນເອງໄດ້, ເພື່ອດູເລແມ່ໝົດຈິດໝົດໃຈ, ໃນ 6 ປີ, ທ່ານຊາວນາຍຊ່ຽນບໍ່ໄດ້ຂຽນນິຍາຍຈັກມື້. ແຕ່ສຸດທ້າຍ, ແມ່ຂອງເພິ່ນເສຍໄປແລ້ວ, ທ່ານຊາວນາຍຊ່ຽນຮູ້ສຶກມີຄວາມກິນແໜງໃຈ, ເພິ່ນຢາກຫວນຄືນເຖິງຊີວິດຂອງແມ່, ຮູ້ບຸນຄຸນນຳການອຸທິດທີ່ບໍ່ເຄີຍເຫັນແກ່ຕົວຂອງແມ່. ເພິ່ນເວົ້າວ່າ:
ດຽວນີ້ໄດ້ສຳເລັດເກືອບເຄິ່ງໜຶ່ງແລ້ວ, ເກືອບ 2 ແສນຕົວໜັງສືຈີນ, ຄາດວ່າເມື່ອສຳເລັດແລ້ວຈະມີເກືອບ 4 ຫາ 5 ແສນຕົວໜັງສືຈີນ, ມີຄົນເວົ້າວ່າ, ເຈົ້າຂຽນຍາວໂພດ, ຢ່າຂຽນຍາວປານນັ້ນ. ຂ້ອຍເວົ້າວ່າ, ຂ້ອຍບໍ່ສົນໃຈແລະກໍ່ຈະບໍ່ປ່ຽນແປງຍ້ອນວ່າຖ້າຍາວໂພດແລ້ວບໍ່ຈະໄດ້ພິມຈຳໜ່າຍ, ບໍ່ວ່າແນວໃດ, ຂ້ອຍມີແຕ່ຢາກຂຽນເລື່ອງກ່ຽວກັບແມ່ຂ້ອຍ, ຖ້າບໍ່ມີຄົນຢາກພິມກໍ່ບໍ່ເປັນຫຍັງ. ຂໍແຕ່ໄດ້ຂຽນໃຫ້ຈົບຂ້ອຍກໍ່ພູມໃຈແລ້ວ.
ທ່ານຊາວນາຍຊ່ຽນເວົ້າວ່າ, ຕົວເອງເປັນຄົນທີ່ຂີ້ຖີ່ຫຼາຍ, ບໍ່ຍອມເສຍເງິນຊື້ເສື້ອດີໆ, ບໍ່ກິນອາຫານລາຄາແພງໆ, ອາຫານທີ່ລາວມັກທີ່ສຸດກໍ່ແມ່ນມັນຝະຣັ່ງ. ແຕ່ວ່າ, ເພື່ອແຕ່ງບົດ, ລາວຍອມເສຍໝົດທຸກສິ່ງທຸກຢ່າງ, ເພິ່ນ ເວົ້າວ່າ:
ໃນຍາມທຳມະດາ, ຂ້ອຍຂີ້ຖີ່ຫຼາຍ. ນີ້ແມ່ນເສື້ອທີ່ເບີກໃຫ້ໃນເວລາຂ້ອຍເປັນຕຳຫຼວດ, ຂ້ອຍບໍ່ຍອມຊື້ຫຍັງ. ແຕ່ວ່າ, ເພື່ອແຕ່ງບົດ, ຂ້ອຍຍອມຊື້ປື້ມ. ດຽວນີ້, ປື້ມໃນເຮືອນຂ້ອຍ, ມີຄົນຢາກໃຫ້ລາຄາ 3 ແສນຢວນ, ແຕ່ຂ້ອຍບໍ່ຂາຍ. ຫ້ອງຮັບແຂກຂອງຂ້ອຍກວ້າງແຕ່ 20 ຕາແມັດທໍ່ນັ້ນ, ແຕ່ 3 ດ້ານກໍ່ແມ່ນປື້ມ, ແຕ່ໜ້າດິນຈົນຮອດເພດານລ້ວນແຕ່ແມ່ນປື້ມ, ມີສີ່ຫ້າພັນເຫຼັ້ມ.
ທ່ານຊາວນາຍຊ່ຽນແມ່ນໜຶ່ງໃນບັນດານັກປະພັນທີ່ແຕ່ງເລື່ອງດ້ວຍຄອມພິວເດີກ່ອນໝູ່. ໃນຕົ້ນຊຸມປີ 1990, ໃນເວລາສະຖານີຕະຫຼວດທີ່ເພິ່ນເຮັດວຽກຢູ່ຍັງບໍ່ທັນເລີ່ມໃຊ້ຄອມພິວເຕີນັ້ນ, ເພິ່ນກໍ່ໄດ້ຊື້ຄອມພິວເຕີທີ່ທັນສະໄໝທີ່ສຸດ, ໃນຄາວນັ້ນ, ໂດຍໃຊ້ເງິນເດືອນເຄິ່ງປີຂອງເພິ່ນ. ແຕ່ນັ້ນມາ, ເພິ່ນ ກໍ່ມັກເດີນຕາມກະແສແຫ່ງຄວາມກ້າວໜ້າຂອງເຕັກນິກວິທະຍາສາດ, ເສຍເງິນເດືອນຫຼາຍເດືອນຊື້ເຄື່ອງຈັກໃໝ່, ເພື່ອຄວາມສະດວກໃຫ້ແກ່ການແຕ່ງເລື່ອງ. ເວລາ 3 ໂມງ 15 ນາທີໃນຕອນຂ້ອນແຈ້ງຂອງແຕ່ລະມື້, ທ່ານຊາວນາຍຊ່ຽນກໍ່ຈະຕື່ນນອນ, ບໍ່ວ່າຢູ່ເຮືອນຫຼືໄປເຮັດວຽກຢູ່ຕ່າງຖິ່ນ, ຮອດໂມງນີ້ກໍ່ຈະຕື່ນໂລດ. ເພາະວ່າໃນຫຼາຍສິບປີມານີ້, ເພິ່ນໄດ້ລື້ງກັບການຂຽນນິຍາຍໃນຍາມເດິກສະຫງັບແບບນີ້ແລ້ວ.
|
|
|