ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-03 18:09:41    
ຈີນ​ຈະ​ເລັ່ງ​ລັດ​ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ​ລົດ​ລາງ

cri Author: shuo
ຕາມ​ຂ່າ​ວສານ​ຈີນ:ວັນ​ທີ2​ສິງຫາ​ນີ້,ທ່ານ​ຊິວ​ປາວ​ຊິ່ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກໍ່​ສ້າງ​ຈີນ​ກ່າວ​ວ່າ,​ຈີນ​ໄດ້​ເອົາ​ການ​ພັດ​ທະ​ນາ​ລະ​ບົບ​ຄົມ​ມະ​ນາ​ຄົມ​ລົດ​ລາງ​ໄວ້​ຢູ່​ຖາ​ນະ​ພົ້ນ​ເດັ່ນ​ກວ່າ​ເກົ່າ,​ການ​ພັດ​ທະ​ນາ​ລະ​ບົບ​ຄົມ​ມະ​ນາ​ຄົມ​ລົດ​ລາງ​ພວມ​ຢູ່​ໃນ​ໄລ​ຍະ​ກ້າວ​ໜ້າ​ທີ່​ສຸດ.

ໃນ​ກອງ​ປະຊຸມ​ສາກົນປະຈຳ​ປີ​​ກ່ຽວ​ກັບ​ການ​ຫັນ​ເປັນ​ຕົວ​ເມືອງ​ແລະ​ພັດ​ທະ​ນາ​ລະ​ບົບ​ຄົມ​ມະ​ນາ​ຄົມ​ຂອງ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ທ່ານ​ຊິວ​ປາວ​ຊິ່ງ​ກ່າວ​ວ່າ,​ມີ​10​ຕົວ​ເມືອງ ​ເຊັ່ນ​ປັກ​ກິ່ງ ຊຽງ​ໄຮ້ ທຽນ​ສິນ​ແລະ​ກວ່າ​ງ​ໂຈ່​ວ​ເປັນຕົ້ນ​ໄດ້​ສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ​ລົດ​ລາງ​ແລະ​ໄດ້​ໃຫ້​ການ​ບໍ​ລິ​ການ​ແລ້ວ,​ໄລຍະ​ທາງ​ຂົນ​ສົ່ງ​ຍາວ​ກວ່າ​600​ກິ​​ໂລ​ແມັດ.​ເມື່ອ​ຮອດ​ປີ​2010,​ໄລ ຍະ​ທາງ​ຂົນ​ສົ່ງ​ຂອງ​ລະ​ບົບ​ຄົມ​ມະ​ນາ​ຄົມ​ລົດ​ລາງ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຈີນ​ຈະ​ຍາວ​ກວ່າ 1500ກິ​ໂລ​ແມັດ,​ການ​ລົງ​ທຶນ​ຫຼາຍ​ກວ່າ​500​ຕື້​ຢວນ.

ຄົມມະນາຄົມ​ລົດລາງ​ມີ​4ຮູບ​ແບບ ຄື ​ລົດ​ໄຟ​ໃຕ້​ດິນ ລົດ​ໄຟລາງ​ເບົາ ລົດ​ລາງໄຟຟ້າ​ແລະ​ທາງ​ລົດ​ໄຟ​ໃນ​ຊານ​ເມືອງ​ເປັນ​ຕົ້ນ.​ຕາມ​ທຳ​ມະ​ດາ​ແລ້ວ​,ຄວາມ​ສາ​ມາດ​ຂົນ​ສົ່ງ​ຂອງ​ຄົມ​ມະ​ນາ​ຄົມ​ລົດ​ລາງ​ແມ່ນ​2​ເທົ່າ​ເຄິ່ງ​ຫາ​14​ເທົ່າ​ຂອງ​ລົດ​ໂດຍ​ສານ​ປະ​ຈຳ​ທາງ.