ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-04 17:22:49    
ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ຮ່ວມ​ມື​ສ້າງ​ມະ​ຫາ​ວິທະ​ຍາ​ໄລ​ສ້າງ​ຄູ​ພາ​ສາ​ຈີນ​ແຫ່ງ​ທຳ​ອິດຢູ່​ຕ່າງ​ປະ​ເທດ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:​​ເມື່ອ​ໄດ້​ຮັບ​ການ​ອະນຸມັດ​ຢ່າງ​ເປັນ​ທາງ​ການ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ແລ້ວ,ມະຫາວິທະຍາ​ໄລ​ສ້າງ​ຄູ​ວິດ​ຢາ​ຄາ​ທິຄາ​ຮວາ​ລຽນ​ທີ່ມະຫາວິທະຍາ​ໄລ​ສ້າງ​ຄູ​ນະຄອນຈູງ​ກິ່ງຂອງ​ຈີນ​ກັບ​ມະຫາວິທະຍາ​ໄລ​ວິດ​ຢາ​ຄາ​ທິຄາ​ຂອງ​ອິນ​ໂດ​ເນ​ເຊຍຮ່ວມ​ມື​ສ້າງ​ຂຶ້ນ​ນັ້ນ​ຈະ​ເລີ່​ມຮັບ​ນັກ​ສຶກສາ​ແລະ​ເປີດ​ຮຽນ​ຢ່າງ​ເປັນ​ທາງ​ການ​ຢູ່​ອິນ​ໂດ​ເນ​ເຊຍ​ໃນ​ເດືອນ​ກັນຍາ​ປີ​ນີ້.ນີ້​ແມ່ນ​ມະຫາວິທະຍາ​ໄລສ້າງ​ຄູ​ພາສາ​ຈີນ​ແຫ່ງ​ທຳ​ອິດທີ່​ສ້າງ​ຂຶ້ນ​ຢູ່​ຕ່າງປະ​​ເທດ.

ມະຫາວິທະຍາ​ໄລ​ດັ່ງກ່າວ​ມີ​ຈຸດປະສົງ​ເພື່ອ​ອົບຮົມ​ຄູ​ສອນ​ພາສາ​ຈີນ​ທີ່​​ເຄີຍ​ຮັບ​ການ​ສຶກສາ​ສ້າງ​ຄູ​ຢ່າງເປັນ​ແບບ​ສະບັບ,ລະດັບ​ວິຊາ​ສະ​ເພາະ​ຊັ້ນ​ສູງ,ຫຼັກສູດ​ມາດຖານ 3 ປີ,​ໃຊ້​ລະບອບຈົດ​ຄະ​ແນນ​ຮຽນ,ຮຽນ​ຈົບ​ພາຍ​ໃນ 2 ປີຫາ 4 ປີ,ມອບ​ໃບປະກາດ​ສະ​ນີຍະ​ບັດ​ຂອງມະຫາວິທະຍາ​ໄລ​ວິດ​ຢາຄາ​ທິຄາ.ນັກ​ສຶກສາ​ຜູ້ຮຽນຈົບ​ທີ່​ດີ​ເລີດ​​ເກັ່ງ​ໃຫ້​ໄປ​ຮຽນ​ວິຊາ​ຫຼັກຕໍ່ອີກປະມານ 1 ປີ​ຢູ່​ມະຫາວິທະຍາ​ໄລ​ສ້າງ​ຄູ​ຈູງ​ກິ່ງ,​ເມື່ອ​ຮຽນ​ຈົ​ບ​ແລ້ວ,ຈະ​ໄດ້​ຮັບ​ໃບ​ປະກາດ​ສະ​ນີຍະ​ບັດຂອງ​ມະຫາວິທະຍາ​ໄລ​ຈູງ​ກິ່ງ.