ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-04 18:02:37    
ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ປະ​ກອບ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ຄົມ​ມະ​ນາ​ຄົມ​ໃນ​ໄລຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 3 ສິງຫາ​ນີ້,​ໃນ"ກອງ​ປະ​ຊຸມ​ປະຈຳ​ປີ​ສາກົນ​ກ່ຽວ​ກັບ​ຄົມມະນາຄົມ​ໃນ​ຕົວ​ເມືອງ​ຂອງ​ຈີນ​ຄັ້ງ​ປະຖົມມະ​ເລີກ"ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ໄດ້​ທະຍອຍ​ກັນ​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບບັນຫາ​ຄົມມະນາຄົມ​ໃນ​ໄລຍະຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ສາ​ສະ​ດາ​ຈານ​ຜູ້​ໜຶ່ງ​ທີ່​ມາ​ຈາກ​ອາ​ເມ​ລິ​ກາກ່າວ​ຢ່າງ​ແຈ່ມ​ແຈ້ງວ່າ,​ເຫັນ​ດີ​ໃຫ້​ປັກ​ກິ່ງຈຳກັດ​ລົດ​ແລ່ນ​ໃນ​ໄລຍະ​​ຈັດ​ງານ​ກິລາ​ໂອ​ລິ​ມປິກ.ຜູ້​ຊ່ຽວ​ຊານ​ຍີ່ປຸ່ນ​ຜູ້​ໜຶ່ງ​ເຫັນ​ວ່າ,ການ​ຈຳ​ກັດ​ລົດ​ແລ່ນ​ຄວນ​ໃຊ້​ວິທີ​ສົ່ງ​ເສີມ​ຫາກ​ບໍ່​ແມ່ນ​ຫ້າມ.​ທ່ານ​ເຫັນ​ວ່າ,ຄວນ​ພິ​ຈາ​ລະນາ​ໃຊ້​ວິທີສົ່ງ​ເສີມ​ໃຫ້​ຜູ້​ບໍ່​ຂັບ​ລົດ​ສ່ວນ​ຕົວນັ້ນ​ສະ​ສົມຄະ​ແນນ​ເພື່ອ​ແລກປ່ຽນ​​ເອົາ​ຂອງ​ຂວັນ​.

ປັກ​ກິ່ງ​ມີ​ປະຊາກອນ 15 ລ້ານ​ຄົນ,ມີ​ລົດຍົນ 3 ລ້ານ​ຄັນ,​ແລະ​ຍັງ​ພວມ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ດ້ວຍ​ຈັງຫວະ 1000 ຄັນ​ຕໍ່​ມື້.​ເພື່ອ​ຕ້ອນຮັບ​ງານ​ກິລາ​ໂອ​ລິ​ມປິກ,ປັກ​ກິ່ງ​ໄດ້​ສ້າງທາງ​ຫຼວງ​ໃໝ່​ແລະ​ແປງ​ທາງ​ຫຼວງ​ຈຳນວນ​ໜຶ່ງ,ຕາມ​ແຜນ​ຈະສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ 2007.ນອກ​ນີ້,​​ເມື່ອ​ຮອດ​ປີ 2008,​ທາງ​ລົດ​​ໄຟຂົນ​ສົ່ງ​ຜູ້​ໂດ​ຍສານຂອງ​ປັກ​ກິ່ງ​ຈະ​ເພີ່ມ​ຂຶ້ນ​ຮອດ 7 ສາຍ,​ໄລຍະ​ທາງຈະ​ເພີ່ມ​ຂຶ້ນ​ຮອດ​ເກືອບ 200 ກິ​ໂລ​ແມັດ.