ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-04 18:43:49    
ທວນ​ໄຟ​ຈູດ​ທວນ​ໄຟ​​ໃຫຍ່​ງານ​ກິລາ​ນັກ​ສຶກ​ສາ​ໂລກ​ບາງ​ກອກ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ງານ​ກິລາ​ນັກ​ສຶກສາ​ໂລກ​ຄັ້ງ​ທີ 24 ຈະ​ຈັດ​ຂຶ້ນ​ຢູ່​ບາງກອກ ນະຄອນຫຼວງ​ຂອງ​ໄທ​ໃນ​ວັນ​ທີ 8 ສິງຫາ​ປີ​ນີ້,ຈະ​ດຳ​ເນີນ​​ເປັນ​ເວລາ 11 ມື້.ນັບ​ແຕ່​ວັນ​ທີ 1 ສິງຫາ​ເປັນ​ຕົ້ນ​ໄປ,​ເຊື້ອ​ໄຟ​ສັກສິດ​ແຫ່ງ​ງານ​ກິລາ​ນັກ​ສຶກສາ​ໂລກ​ຄັ້ງ​ນີ້​ໄດ້​ຈູດ​ຂຶ້ນ​ໃນ​ພະ​ລາຊະ​ວັງ​ບາງກອກ,​​ໃຊ້​ຮູບ​ການມູນ​ເຊື້ອ​ຄື​ແລ່ນຕໍ່​ແຮງສົ່ງ​ຕໍ່​ທວນ​ໄຟໄປ​ຮອດ​ແຕ່​ໃຕ້​ຫາເໜືອ​,​ໃນ​ທີ່​ສຸດ,ຈູດ​ທວນ​ໄຟ​ໃຫຍ່​ຂຶ້ນ​ໃນ​ພິທີ​ໄຂ​ງານ​ກິລາ​ນັກ​ສຶກສາ​ໂລກ​ຄັ້ງ​ນີ້.

ພິທີ​ໄຂ​ງານ​ກິລາ​ນັກ​ສຶກສາ​​ໂລກ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ລາ​ຊະ​ມັງ​ຄະ​ລະ​ກິລາ​ສະ​ຖານທີ່​ບາງ​ກອກ.ສະ​ໜາມ​ກິ​ລາ​ມາດ​ຖານ​ແຫ່ງ​ນີ້​​ເຄີຍ​ຈັດ​ພິທີ​ໄຂ​ງານ​ກິ​ລາ​ອາຊີ​ທີ່​ຢູ່​ບາງ​ກອກ​ເມື່ອ​ປີ 1998 ​ແລະ​ການ​ແຂ່ງຂັນ​ກິລາ​ສຳຄັນ​ອື່ນໆ,ມີ​ 4 ໝື່ນ 9 ພັນທີ່​ນັ່ງ​ສຳລັບ​ຜູ້​ຊົມ.ຕາມ​ຂ່າວ​ແຈ້ງວ່າ,ພິທີ​ໄຂ​ງານ​ກິລາ​ນັກ​ສຶກສາ​ໂລກ​ຄັ້ງ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາ 2 ຊົ່ວ​ໂມງ​ເຕັມ,ມີ​ນັກສະ​ແດງ​ປະ​ມານ 8000 ຄົນ​ຈະ​ສະ​ແດງ​ລາຍ​ການ​ໃນ​ພິທີ​ໄຂ​ງານ,​ແລະ​ປະກາດ​​ເປີດ​ງານ​ກິລາ​ນັກ​ສຶກສາ​ໂລກຄັ້ງ​ນີ້.