ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-04 18:51:54    
ຂະ​ແໜງ​ການ​ລ້ຽງສັດ​ປີກ​ຂອງ​ຈີນ​ພວມ​ຟື້ນ​ຟູ​​ເປັນ​ປົກກະຕິ​ເປັນ​ກ້າວໆ​ພາຍຫຼັງ​ໄດ້​ປະສົບ​ພະຍາດໄຂ້​ຫວັດ​ສັດ​ປີກ​​ແລ້ວ

cri Author: cai
ຕາມ​ຂ່າວ​ຈາກໜັງສືພິມ"​ເຢີ​ນມີນຢື້​ປ້າວ"ສະບັບ​ວັນ​ທີ 4 ສິງຫາ​ນີ້:​ໃຕ້​ການ​ຊີ້ນຳ​ຂອງ​ນະ​ໂຍບາຍ​ອຸດ​ໜູນ​ຂອງ​ລັດ​ແລະ​ການ​ຊັກ​ຈູງ​ຂອງ​ຕະຫຼາດ,ພາຍຫຼັງ​ໄດ້​ປະສົບ​ຄວາມ​ຫຍຸ້ງຍາກ​ອັນ​ໜັກໜ່ວງ​ຍ້ອນ​ພະຍາດ​ລະບາດຕ່າງໆ​ເຊັ່ນ​ໄຂ້ຫວັດ​ສັດ​ປີກ​ເປັນ​ຕົ້ນ,ປະຈຸ​ບັນ,ຂະ​​​ແໜງ​ການ​ລ້ຽງສັດ​ປີກ​ຂອງ​ຈີນ​ພວມພົ້ນຈາກ​ສະພາບຫຍຸ້ງຍາກ​ແລະ​ຟື້ນ​ຟູ​ການ​ຜະລິດຄືນເປັນ​ປົກ​ກະຕິ​ເປັນ​ກ້າວໆ.

ຂໍ້​ມູນ​ຂອງກະຊວງ​ກະສິກຳ​ຈີນສະ​ແດງ​ໃຫ້​ເຫັນ​ວ່າ,ປະຈຸ​ບັນ,ຈີນ​ມີ​ຜູ້​ລ້ຽງ​ສັດ​ປີກ​ເປັນ​ອາຊີບຫຼາຍ​ກວ່າ 10 ລ້ານຄົນ,ສ້າງ​ມູນ​ຄ່າ​ຜະລິດ​ຕະພັນ 300 ຕື້​ຢວນຕໍ່​ປີ​ແລ້ວ,ຍັງ​ໄດ້​ຊັກ​ຈູງ​ການ​ພັດທະນາ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ເຊັ່ນ​ອຸດສາຫະກຳ​ຫົວອາຫານ ການ​ຜະລິດຢາປົວ​ພະຍາດ​ສັດ​ແລະ​ວັກ​ແຊງພ້ອມ​ດ້ວຍ​ອຸດສາຫະກຳ​ຜະລິດອຸປະກອນ​ເປັນ​ຕົ້ນ.

ປີ 2006,ຈີນ​ໄດ້​ຜະລິດ​ຊີ້ນ​ສັດ​ປີກ 15 ລ້ານກວ່າ​ໂຕນ,​​ເປັນ​ທີ​ສອງ​ໃນ​​ໂລກ.ຜະລິດ​ໄຂ່​ 29 ລ້ານ​ກວ່າ​​ໂຕນ,​​​ໄດ້ເປັນ​ທີ​ໜຶ່ງ​ໃນ​ໂລກ 21 ປີ​ລຽນຕິດ,ສະ​ເລ່ຍ​ແລ້ວ​ແຕ່ລະຫົວ​ຄົນ​ມີ​ໄຂ່ 22 ກິ​ໂລ,​ໄດ້​ບັນລຸ​ລະດັບ​ສະ​ເລ່ຍຂອງ​ປະ​ເທດ​ທີ່​ພັດທະນາ​ແລ້ວ.