ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-07 10:36:16    
ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ບັນຫາ​ຈີນ​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ພະລັງງານ​ແກ່​ສ.ປ.ປ.​ເກົາຫຼີ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 6 ສິງຫາ​ນີ້,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ,ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ໃນ​ຖານະ​ທີ່​ເປັນ​ປະ​ເທດປະທານຂອງ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍແຫຼມ​ເກົາຫຼີ,ຝ່າຍ​ຈີນ​ຈະ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ວັນ​ທີ 19 ກັນຍາ​ແລະ​ພັນທະ​ໃນ​ເອກະສານ​ຮ່ວມ​ວັນ​ທີ 13 ກຸມພາ​ຢ່າງ​ຈິງ​ຈັງ.

ຂ່າວ​ແຈ້ງວ່າ,ພາຍຫຼັງ​ສ.​ເກົາຫຼີ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ນ້ຳມັນ​ໜັກງວດ​ທຳ​ອິດ 5 ໝື່ນ​ໂຕນ​ແກ່​ສ.ປ.ປ.​ເກົາຫຼີ​ແລ້ວ,ຈີນ​ກໍ່​ຈະ​ຂົນ​ສົ່ງ​ນ້ຳມັນ​ໜັກ 5 ໝື່ນ​ໂຕນ​ໄປ​ໃຫ້ສ.ປ.ປ.​ເກົາຫຼີ​ໃນ​ກາງ​ເດືອນ​ສິງຫາ​ນີ້.

ກ່ຽວກັບ​​ເລື່ອງ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ,​ໃນຖານະ​ທີ່​ເປັນ​ປະ​ເທດ​ປະທານ​ຂອງ​ການ​ເຈລະຈາ 6 ຝ່າຍ,ຝ່າຍ​ຈີນ​ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ສົມທົບກັບ​ຝ່າຍ​ຕ່າງໆ,ຮັກສາ​ທ່ວງທ່າ​ອັນ​ດີງາມ​ໃນ​ປະຈຸ​ບັນ,ຮ່ວມກັນ​ເຮັດ​ວຽກ​ໄລຍະ​ຕໍ່​ໄປ​ໃຫ້​ດີ,ຜັນ​ຂະ​ຫຍາ​ຍສັນຍາ​ທີ່​ໄດ້​ເຊັນ​ກັນ​ຢ່າງຮອບດ້ານ​ແລະ​ສະ​ໝ່ຳສະ​ເໝີ​ກັນ,ຊຸກຍູ້​ໃຫ້ກາ​ນ​ເຈລະຈາ​ 6 ຝ່າຍໄດ້​ຮັບ​ຜົນສຳ​ເລັດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.