ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-08 19:43:10    
ການ​ເຜີຍ​ແຜ່​ກະສິກຳ​ແບບ​ປະຢັດ​ນ້ຳ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ

cri Author: shuo

ສະບາຍດີ​ທ່ານ​ຜູ້​ຟັງ, ກະສິກຳ​ແມ່ນ​ຂະ​ແໜງ​ການ​ໃຊ້​ນ້ຳ​ຫຼາຍກວ່າ​ໝູ່​ຂອງ​ຈີນ, ປະລິມານ​ໃຊ້​ນ້ຳ​ກວມ 64% ຂຶ້ນ​ໄປ​ຂອງ​ຍອດ​ປະລິມານ​ໃຊ້​ນ້ຳຂອງ​ທົ່ວ​ປະ​ເທດ​ຈີນ, ​ແຕ່​ອັດຕາ​ໃຊ້​ນ້ຳ​ຢ່າງ​ບັງ​ເກີດ​ຜົນພັດ​ບໍ່​ຮອດ​ເຄິ່ງໜຶ່ງ. ​ໃຕ້​ສະພາບ​ການ​ທີ່​ຊັບພະຍາກອນ​ນ້ຳ​ຂາດ​ເຂີນ​ຢ່າງ​ໜັກໜ່ວງ, ຫຼາຍ​ເຂດ​ຂອງ​ຈີນ​​ເລີ່​ມ​ເຜີຍ​ແຜ່​ກະສິກຳ​​ແບບ​ປະຢັດ​ນ້ຳ, ພະຍາຍາມ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດດ້ານ​ກະສິກຳຫຼາຍກວ່າ​ເກົ່າ​ໃຕ້​ກໍລະນີ​ທີ່​ປະຢັດ​ນ້ຳ. ​ແຕ່​ໃດ​ມາ, ພາກ​ເໜືອກໍ​ເປັນ​ເຂດທີ່ອ່າວ​ແຫ້ງ​ແລ້ງ​ຂອງ​ຈີນ, ​ໃນ​ລາຍການ​ແຈ້ງ​ຂ່າວ​​ເສດຖະກິດ​ມື້​ນີ້, ພວກ​ເຮົາ​ຂໍ​ພາ​ທ່ານ​ໄປ​ທ່ຽວ​ຊົນນະບົດ​ທີ່​ຢູ່​ພາກ​ເໜືອ​ຂອງ​ຈີນ, ​ເພື່ອ​ຊອກ​ຮູ້​ສະພາບ​ການ​ພັດທະນາ​ຂອງ​ກະສິກຳ​ແບບ​ປະຢັດ​ນ້ຳ​ໃນ​ທ້ອງ​ຖິ່ນ.
ຢູ່​ບ້ານ​ຕົ່ງ​ລຽງ​ຕາ​ແສງ​ຊີ​ນຈ່ວງ​ເມືອງ​ຈ່າວ​ຢວນ​ແຂວງ​ຊ່ານ​ຕົ່ງ, ພໍ່​ເຖົ້າລິວ​ຊີງ​ລ້ຽງ ອາຍຸ 65 ປີ​ໄດ້​ບົວລະບັດ​ສວນ​ໝາກ​ອະ​ງຸ່ນ 30 ກວ່າ​ເຮັກຕາ. ຍ່າງ​ເຂົ້າສວນ​ໝາກ​ອະ​ງຸ່ນຂອງ​ລາວ, ກໍ​ໄດ້​ເຫັນຢູ່​ຂອບ​ອາ​ງຸ່ນ​ແຕ່ລະ​ແຖວ​​ໄດ້​ຕິດຕັ້ງທໍ່​ຢາງ​ນ້ອຍໆ, ທໍ່​ມີຫຼາຍຮູ​ນ້ອຍ, ຢອດ​ນ້ຳ​ໄດ້​ຕົກ​ຈາກ​ຮູ​ແລ້ວ​ຊືມ​ເຂົ້າດິນ. ພໍ່​ເຖົ້າລິວ​ຊີງ​ລ້ຽງ​ບອກ​ນັກ​ຂ່າວ​ວ່າ, ລາວ​ໄດ້​​ໃຊ້​ເຕັກນິກ​ນ້ຳ​ຢອດ​ທີ່​ກ້າວໜ້າກວ່າ​ໝູ່​ຂອງ​ໂລກ.
(ສຽງ1)
"​ໂດຍ​ສະ​ເພາະ​ແມ່ນ​ໝາກ​ອະ​ງຸ່ນ, ມັນ​ບໍ່​​ເໝາະ​ໃຊ້​ການ​ສາດ​ນ້ຳ​ແຮງ. ຮາກ​ອະ​ງຸ່ນຢູ່​ໃຕ້​ດິນ 20 ຊັງ​ຕີ​​ແມັດ​ແມ່ນ​ໃຫຍ່​ໄວ​ກວ່າ​ໝູ່, ຂ້ອຍ​ໃຊ້ຝຸ່ນ​ເຄມີ​ກໍ​ຄວນ​ໃຊ້​ຢູ່​ລະຫວ່າງ 20 ຊັງ​ຕີ​ແມັດ, ສະນັ້ນ, ຂ້ອຍ​​​ໃຊ້ນ້ຳ​ຢອດ​​ເຮັດໃຕ້​ດິນ 20 ຊັງ​ຕີ​ແມັດປ່ຽກໝົດ, ​ເຮັດ​ໃຫ້​ຝຸ່ນ​ເຄມີ​ບໍ່​ສາມາດ​ຊື່​ມ​ເຂົ້າຊັ້ນລຸ່ມ."
ພໍ່​ເຖົ້າລິວ​ຊີງ​ລ້ຽງ​ເວົ້າວ່າ, ​ລາວ​​ເລີ່​ມປູກ​ອະ​ງຸ່ນ​ເມື່ອ​ປີ 2000 ​ເປັນຕົ້ນມາ, ຫຼັງຈາກ​ນັ້ນສອງ​ປີຈຶ່ງ​ໃຊ້​ອູ​ປະກອນ​ນ້ຳ​ຢອດ. ​ແຕ່​​ເດີມ, ​ແຕ່ລະ​ເຮັດ​ຕາ​ໄດ້​ຮັບ​ຜົນ​ຜະລິດ​ 60 ກິ​ໂລ​, ປັດຈຸບັນ​ພັດ​ສາມາດ​ບັນລຸ​ເຖິງ 120 ກິ​ໂລ, ​ເມື່ອ​ໃຊ້​ອຸປະກອນ​ນ້ຳ​ຢອດ​​ແລ້ວ​ເຮັດ​ໃຫ້​ໝາກຜົນ​ໄດ້​ຍົກ​ສູງ​ຂຶ້ນ​ເກືອບ 1 ​ເທົ່າ​ຕາມ​ແຕ່ລະ​ເຮັດ​ຕາ.
ນ້ຳ​ຢອດ​ແມ່ນ​ວິທີ​ຫົດ​ນ້ຳ​ແບບ​ປະຢັດ​ທີ່​ກວ້າໜ້າ, ​ແຕ່ຕົ້ນທຶນ​ອ່າວ​ສູງ, ຊາວ​ກະສິກອນ​ສ່ວນຫຼາຍຈະ​ຫາບ​ແບກ​ອິດສະຫຼະຍາກ. ສະນັ້ນ, ບໍລິສັດ​ຜະລິດ​ຕະພັນ​ກະສິກຳ​ແລະ​ການ​ຮ່ວມ​ມື​ຊົນນະບົດ​ກໍ​ໄດ້​ກາຍ​ເປັນ​ວິທີ​ທົ່ວ​​ໄປ​ທີ່​ເຜີຍ​ແຜ່​ເຕັກນິກ​ດັ່ງກ່າວ​ໃນ​ຈີນ​ປັດຈຸບັນ. ອຸປະກອນ​ນ້ຳ​ຢອດ​ໃນ​ສວນ​ອະ​ງຸ່ນຂອງ​ພໍ່​ເຖົ້າລີ​ວຊີງ​ລ້ຽງ​ກໍ​ແມ່ນ​ບ້ານ​ຕົ່ງ​ລຽງ​ກັບ​ບໍລິສັດ"ຟູ້ຟ່າຈົ່ງ​ຈີ້"ຂອງ​ສີ​ງກະ​ໂປ​ພ້ອມ​ກັນ​ລົງທຶນ​ມາ​ສ້າງ​ສຳ​ເລັດ. ໝາກ​ອະ​ງຸ່ນທີ່​ມີ​ຄຸນ​ນະພາ​ບສູງ​ທີ່​ຜະລິດ​ຈາກ​ສວນ​ດັ່ງກ່າວ​ແມ່ນ​ໃຫ້​ບໍລິສັດ"ຟູ້ຟ່າຈົ່ງ​ຈີ້"​ເກັບ​ຊື້ໝົດ​ທັງ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ, ​ເຮັດ​ແນວ​ນີ້, ບໍລິສັດ​ແລະ​ຄອບຄົວ​ຊາວ​ກະສິກອນ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ຕາມ​ການ​ສະຖິຕິ​ຢ່າງ​ບໍ່​ຄົບ​ຖ້ວນ, ປັດຈຸ​ບັນ, ນາ​ສວນ​ທີ່​ໃຊ້​ເຕັກນິກ​ນ້ຳ​ຢອກ​ຂອງ​ຈີນ​ໄດ້​ຫຼາຍກວ່າ 8 ​ແສນ​ເຮັກຕາ​ແລ້ວ.
​ເມື່ອ​ເລົ່າ​ເຕັກນິກ​ນ້ຳ​ຢອດ​ທີ່​ກ້າວໜ້າ​ແລ້ວ, ພວກ​​ເຮົາ​ມາ​ຊອກ​ຮູ້​ການ​​ໃຊ້​ບັດIC​ໃນ​ການ​ລະບາຍປະຢັດ​ນ້ຳ. ປັດຈຸບັນ, ບັດIC​ໄດ້​ໝູນ​ໃຊ້​ເລື້ອຍໆ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ພວກ​ເຮົາ​ແລ້ວ, ​ແຕ່​ມັນ​ມີ​ການ​ພົວພັນ​ແນວ​ໃດ​ກັບ​ການ​ລະບາຍນ້ຳ​ໃສ່​ນາ​ສວນ? ພວກ​ເຮົາ​​ໄປ​ຮອດ​ບ້ານ​ສຽວ​ອູ​ເມືອງ​ຊີງ​ສູ​ແຂວງ​ຊ່ານ​ຊີ​ກໍ​ຈະ​ເຂົ້າ​ໃຈ​ໂລດ.
ບ້ານ​ສຽວ​ອູ​ມີ​ດິນ​ປູກຝັງ 370 ກວ່າ​ເຮັດ​ຕາ, ​ໃນ​ບ້ານ​ທີ່​ຕັ້ງຢູ່​ເຂດ​ແຫ້ງ​ແລ້ງ​ດັ່ງກ່າວ​ນີ້, ສິ່ງ​ທີ່​​​ເຄີຍເຮັດ​ໃຫ້​ໂຫວຈົ່ງ​ສີ ຮອງ​ນາຍບ້ານ​ເຈັບ​ຫົວ​ທີ່​ສຸດ​ນັ້ນກໍ​ແມ່ນ​ເກັບ​ຄ່າ​ນ້ຳ. (ສຽງ 2)
"ຍ້ອນ​ບໍ່​ມີ​ນ້ຳ​ຫົດ, ອ້າຍ​ນ້ອງ​ຄີງໆ​ກໍ​ຈະ​ຜິດ​ກັນ, ​ເພາະວ່າ, ຖ້າ​ມີ​ນ້ຳ​ຫົດ​ນາ ຈະ​ເກັບ​ກ່ຽວ​ໄດ້ຜົນ, ຖ້າ​ມື້​ແຫ້ງ​ແລ້ງ​ບໍ່​ມີ​ນ້ຳ​ຫົດ, ກໍ​ຈະ​ບໍ່​ມີ​ຜົນ​ເກັບ​ກ່ຽວ."
ປັດຈຸບັນ, ​ໂຫວຈົ່ງ​ສີ​ຈະ​ບໍ່​ຕ້ອງ​ເປັນ​ຫ່ວງ​ນຳ​ເລື່ອງ​ນີ້​ແລ້ວ. ຕາມ​ແນະນຳ​ວ່າ, ​ແຕ່​ກ່ອນ, ບ້ານ​ສຽງ​ອູ​ໃຊ້​ນ້ຳ​ບໍ່​ໄປ​ຫົດ​, ຜ່ານ​ຄອງ​ນ້ຳ​ເທິງ​ໜ້າດິນ​ແລ້ວ​ໃຫ້​ນ້ຳ​ໄຫຼ​ເຂົ້ານາ​ສວນ, ​ໃນ​ເວລາ​ນ້ຳ​ໄຫຼຜ່ານ​ກໍ​ເສຍ​ນ້ຳຫຼາຍ; ປີ 2003, ທາງ​ບ້ານ​ໄດ້​ຕັ້ງລະບົບ​ເກັບ​ຄ່າ​ນ້ຳ​ດ້ວຍ​ບັດIC, ​ແຕ່​ລະ​ຄອບຄົວ​ມີ​ບັດICນ້ຳ​ບັດ​ໜຶ່ງ, ອັນ​ໄດ້​ແກ້​ໄຂ​ບັນຫາ​ເກັບ​ຄ່າ​ນ້ຳ​ຍາກ​ຢ່າງ​ບັງ​ເກີດ​ຜົນ. ພ້ອມ​ກັນນັ້ນ, ທາງ​ບ້ານ​ຍັງ​ໄດ້​ແປງ​ການ​ສົ່ງ​ນ້ຳ​ຕາມ​ຄອງ​ນ້ຳໜ້າ​ດິນ​ເປັນ​ທໍ່​ໃຕ້​ດິນ, ​ໄດ້​ເຮັດ​ໃຫ້​ອາຍ​ນ້ຳ​ເສຍຫຼຸດໜ້ອຍ​ລົງ; ຍັງ​ແນະນຳ​ມາດ​ຕະການ​ປະຢັດ​ນ້ຳ​ຊະນິດ​ຕ່າງໆ​ໃຫ້​ຊາວນາ. ​ແຕ່​ກ່ອນ, ຄອບຄົວ​ຊາວນາ​ໃນ​ບ້ານສຽວ​ອູ​ມີ​ລາຍ​ໄດ້​ພຽງຫຼາຍພັນ​ຢວນຕໍ່​ນັ້ນ, ດຽວ​ນີ້, ຍ້ອນ​ການ​ເຜີຍ​ແຜ່​ເຕັກນິກ​ປະຢັດ​ນ້ຳ, ຊາວບ້ານ​ທັງຫຼາຍ​ໄດ້​ເປີດ​ກວ້າງ​ເນື້ອ​ທີ່​ປູກ​ຜັກ, ​ໃນ​ສອງ​ປີ​ມາ​ນີ້, ສະ​ເລ່ຍ​ແລ້ວ​ແຕ່​ລະ​ຄອບຄົວ​ໄດ້​ມີ​ລາຍ​ໄດ້​ກາຍໝື່ນ​ຢວນ.
ການ​ໃຊ້​ເຕັກນິກ​ລະບາຍ​​ແບບ​ປະຢັດ​ນ້ຳ​ໄດ້​ເຮັດ​ໃຫ້​ຊາວນາ​ທັງຫຼາຍຫັນປ່ຽນການ​ປູກຝັງ. ​ໃນ​ເມືອງ​ຊີງ​ສູ​ແຂວງ​ຊ່ານ​ຊີ​ມີ​ບ້ານ​ໜຶ່ງ​ຊື່​ຕົ່ງ​ນານ​ຟາງ, ​ແຕ່​ກ່ອນ ​ແຫ່ງ​ນີ້​ໄດ້​ປູກ​ເຂົ້າ​ແບຼ​ແລະ​ເຂົ້າສາລີ​ໝົດ, ​ສະ​ເລ່ຍ​ແລ້ວ​ແຕ່ລະ​ເຮັກຕາ​ມີ​ລາຍ​ໄດ້ 13 ຢວນທໍ່​ນັ້ນ. ນາຍບ້ານ​ຊື່​ຢາງ​ເຊີ້ງ​ລີ້ ​ໄດ້​ເຫັນ​ວ່າການ​ປູກ​ທັນ​ຍາ​ຫານ​ຢູ່​ດິນ​ແຫ້ງ​ແລ້ງ​ຈະ​ບໍ່​ມີ​ລາຍ​ໄດ້​ດີ, ​ເລີຍ​ນຳພາ​ຊາວບ້ານ​ປູກ​ຫຍ້າ"ມູ້​ຊູ້" ຫຍ້າ​ລ້ຽງສັດ​ທີ່​ປະຢັດ​ນ້ຳຫຼາຍ, ທັງ​ໃຊ້​ອຸປະກອນ​ສາດ​ນ້ຳ​ທີ່​ປະຢັດ​ນ້ຳ. ຢ່າງ​ເຊີ້ງ​ລີ້​ເວົ້າວ່າ: (ສຽງ 3)
"ການ​ເຮັດ​​ແນວ​ນີ້​ໄດ້​​ເຮັດ​ໃຫ້​ຊາວນາ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ. ​ແຕ່​ກ່ອນ​ໜຶ່ງ​ໂມ​ມີ​ລາຍ​ໄດ້ 200 ຢວນທໍ່​ນັ້ນ, ​ພາຍຫຼັງປ່ຽນ​ເຄື່ອງ​ປູກ​ແລ້ວ, ຫຍ້າ​ລ້ຽງສັດ​ແລະ​ກົກ​ໝາກ​ໄມ້ ​ແຕ່ລະ​ໂມ​ມີ​ລາຍ​ໄດ້ 500 ຢວນຕໍ່​ປີ. ຫຍ້າ​ລ້ຽງສັດ​ທີ່​ພວກ​ເຮົາ​ປູກ​ໃນ​ປັດຈຸບັນ​ມີ 130 ກວ່າ​ເຮັກຕາ, ​ໃຊ້​ການ​ຄຸ້ມ​ຄອງ​ແບບ​ບໍລິສັດ​ໝົດ."
ຍອກ​ຈາກ​ເຜີຍ​ແຜ່​ເຕັກນິກ​ລະບາຍ​ນ້ຳ​ແບບ​ປະ​ຢັດ​ທີ່​ກ້າວໜ້າ​ແລ້ວ, ​ເຂດ​ກະສິກຳ​ສ່ວນຫຼາຍຂອງ​ຈີນ​ພວມ​ທົດ​ລອງ​ສ້າງ​​ເປົ້າ​ແບບ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​ແບບ​ໃໝ່. ຢູ່​​ເຂດ​ລະບາຍ​ນ້ຳ​ເຈຍ​ມາ​ໂຄ​ວຂອງ​ແຂວງ​ຊ່າ​ນຊີ່, ນັກ​ຂ່າວ​ໄດ້​ຮູ້​ວ່າ ​ທ້ອງ​ຖິ່ນ​ນັ້ນພວມ​ເຜີຍ​ແຜ່​ເປົ້າ​ແບບ​ຄຸ້ມ​ຄອງ​ນ້ຳ​ທີ່​ຊື່ວ່າ"ກິດຈະກຳ​ແສງຕາ​ເວັນ​". ​ເນື້ອ​ໃນຕົ້ນຕໍ​ຂອງ​ເປົ້າ​ແບບ​ດັ່ງກ່າວ​ນີ້​ແມ່ນ: ຊາວບ້ານ​ຜ່ານ​ການ​ເລືອກ​ຕັ້ງສ້າງ​ສະມາຄົມ​ໃຊ້​ນ້ຳ, ​ໃຫ້​ສະມາຄົມ​ມາ​ແຈກ​ຢາຍ​ຊັບພະຍາກອນ​ນ້ຳ, ຮັບ​ໃຊ້​ຊາວ​ກະສິກອນ, ທັງ​ປະກາດ​ຄ່າ​ນ້ຳ ບໍລິ​ມາດ​ນ້ຳ​ໄຫຼ ​ແລະ​ເວລາ​ສົ່ງ​ນ້ຳ​ໃຫ້​ຊາວບ້ານ​ໝົດ​ທຸກ​ຄົນ​ຮູ້.
ປັດຈຸບັນ, ​ເນື້ອ​ທີ່​ນາ​ສວນ​ທີ່​ລະ​ບາຍ​ນ້ຳ​ແບບ​ປະຢັດ​ໄດ້​ເພີ່ມ​ຂຶ້ນ​​ຢ່າງຫຼວງຫຼາຍຢູ່​ຈີນ, ​ແຕ່​ການ​ລົງທຶນ​ບໍ່ພໍ​ຍັງ​ແມ່ນ​ບັນຫາ​ໃຫຍ່​ກວ່າ​ໝູ່. ທ່ານ​ລີ​ຢວນຮວາ ຮອງ​ຫົວໜ້າ​ກົມ​ຊົນ​ລະ​ປະທານ​ຊົນນະບົດ​ຂອງ​ກະຊວງຊົນລະປະທານຈີນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: (ສຽງ 5)
"ຍ້ອນ​ສະ​ເລ່ຍ​ແລ້ວ ດິນ​ປູກຝັງ​ຂອງ​ຊາວນາ​ໜ້ອຍ, ກະສິກຳ​ທຸລະ​ກິດ​ແບບ​ກະຈາຍ, ພ້ອມ​ທັງ​ກິດຈະກຳ​ປະຢັດ​ນ້ຳ​ທາງ​ດ້ານ​ກະສິກຳ​ກໍ​ບໍ່​ສາມາດ​ອາ​ໄສ​ຄອບຄົວ​ໃດ​ຄອບຄົວ​ໜຶ່ງ, ຫຼືບ້ານ​ໃດ​ໜ່ວຍ​ໃດ​ກໍ​ສາມາດ​ແກ້​ໄຂ​ໄດ້, ສະນັ້ນ, ຄວາມ​ສາມາດ​ຂອງ​ຊາວ​ກະສິກອນ​ລົງທຶນ​ຕິດຕັ້ງການ​ລະບາຍ​ແບບ​ປະຢັດ​ນ້ຳ​ສ່ວນ​ຕົວ​ນັ້ນ​ແມ່ນ​ຈຳກັດ​ທີ່​ສຸດ."
ທ່ານ​ລີ​ຢວນຮວາ​ເວົ້າວ່າ, ກະຊວງ​ຊົນ​ລະ​ປະທານຈີນ​ຈະຕັ້ງໜ້າ​ອອກ​ແບບ​ໃຫ້​ດີ, ​ແລະ​ຊັກ​ນຳ​ສັງຄົມ​ເພີ່ມ​ການ​ລົງທຶນ, ​ແກ້​ໄຂ​ບັນຫາ​ປະຢັດ​ນ້ຳ​ໃນ​ເຂດ​ຜະລິດ​ທັນ​ຍາ​ຫານ​ຕົ້ນຕໍ ​ເຂດ​ຂາດ​ນ້ຳ​ຢ່າງ​ໜັກ​ໜ່ວງ​ແລະ​ເຂດ​ທຸກ​ຍາກ, ຊັກ​ນ້ຳ​ແລະ​ສົ່ງ​ເສີມ​​ໃຫ້​ຊາວ​ກະສິກອນ​ໃຊ້​ເຕັກນິກ​​ໃໝ່​ດ້ານ​ການ​ປະຢັດ​ນ້ຳ ​ເພື່ອ​ເຮັດ​ໃຫ້​ຊາວ​ນາ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ.
ທ່ານ​ຜູ້​ຟັງ, ທີ່​ຟັງ​ມານັ້ນ​ແມ່ນ​ບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ການ​ເຜີຍ​ແຜ່​ກະສິກຳ​ແບບ​ປະຢັດ​ນ້ຳ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ. ລາຍການ​ແຈ້ງ​ຂ່າວ​ເສດຖະກິດ​ມື້​ນີ້​ຂໍ​ຈົບ​ລົງ​ທໍ່​ນີ້, ສະບາຍດີ.