ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-10 11:59:16    
ອັດ​ຕາ​ລອກ​ແບບ​ຊອັຟ​ແວ​ຂອງ​ຈີນ​ມີ​ທ່ວງ​ທ່າ​ຕ່ຳ​ລົງ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 9 ສິງຫາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ສູ​ຊ່າວ ຮອງ​ຫົວໜ້າ​ພະ​ແນ​ກລິ​ຂະສິດທິ​ບັດ​ຂອງ​ກົມ​ລິ​ຂະສິດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ໃນ​ຊຸມປີມໍ່ໆ​ມາ​ນີ້,ອັດຕາ​ລອກ​ແບບ​ຊອັຟ​​ແວ​ຂອງ​ຈີນ​ມີ​ທ່ວງ​ທ່າ​ຕ່ຳ​ລົງ,ສະ​ພາບ​ແວດ​ລ້ອມ​ພັດທະນາ​ຜະລິດ​ຕະກຳ​ຊອັຟ​ແວ​ກໍພວມ​ປັບປຸງ​ໄດ້ດີ​ຂຶ້ນ​ເປັນ​ກ້າວໆ.

ໃນ​ກອງ​ປະຊຸມ​ປະກາດ"ບົດ​ລາຍ​ງານ​ສຳ​ຫຼວດສະພາບ​ແວດ​ລ້ອມ​ການພັດທະນາ​ຜະລິດຕະກຳ​ຊອັຟ​ແວ​ຂອງ​ຈີນ",ທ່ານ​ສູ​ຊ່າວ​ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ລັດຖະບານ​ຈີນ​ໄດ້​ເພີ່ມຄວາມ​ແຮງ​ໂຈມ​ຕີ​ການ​ລອກ​ແບບ,​ໂດຍ​ສະ​ເພາະ​ແມ່ນ​ອົງການ​ປົກຄອງ​ທຸກ​ຂັ້ນ​ໄດ້​ນຳ​ໜ້າໃຊ້​​ແຕ່ຊອັຟ​ແວຂອງ​ແທ້​,​ແລະ​ພາຍ​ຫຼັງ​ໄດ້​ຜັນ​ຂະຫຍາຍມາດ​ຕະການ​ຕິດ​ຕັ້ງ​ຊອັ​ຟ​ແວຂອງ​ແທ້​ລ່ວງໜ້າ​ແລ້ວ,​ໄດ້​ມີ​ປະສິດທິ​ຜົນ​ອັນ​ຕັ້ງໜ້າ​ຕໍ່​ການ​ເຮັດ​ໃຫ້​ຕະຫຼາດ​ຊອັຟ​ແວ​ເປັນ​ແບບ​ສະບັບ​ແລະ​​ການ​ໂຈມ​ຕີ​ການ​ລອກ​ແບບ.

ຂໍ້​ມູນ​ຂອງ​ສູນ​ບໍລິການ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ສິດ​ຊັບ​ສິນ​ທາງ​ປັນຍາ​ດ້ານ​ເອ​ເລັກ​ໂຕຼ​ນິກ​ຂອງ​ກະ​ຊວງ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ​ຂອງ​ຈີນ​ສະ​ແດງ​​ໃຫ້​ເຫັນ​ວ່າ,ອັດຕາ​ລອກ​​ແບບ​ຊອັ​ຟ​ແວ​ຂອງ​ຈີນ​ພວມ​ຕ່ຳລົງ​ດ້ວຍ​ຈັງ​ຫວະ​ປະມານ 2% ຕໍ່​ປີ.