ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-13 20:15:16    
6 ​ເດືອນ​ຕົ້ນ​ປີ​ນີ້, ວິ​ສາ​ຫະກິດ​ຕ່າງປະ​ເທດ​ແລະ​ວິ​ສາ​ຫະກິດ​​ເອກະ​ຊົນຂອງ​ຈີນ​ ​ເພີ່ມ​ຫຼາຍຂຶ້ນ​ອ່າວ​ໄວ

cri Author: m
ຕາມ​ຂ່າ​ວສານ​ຊິ່ນ​ຮວາ: ສະຖິຕິຫຼ້າສຸດຂອງກົມ​ໃຫຍ່ຄ້ມຄອງວິ​ສາ​ຫະກິດ​ອຸດສາຫະກຳ​ການ​ຄ້າ​ແຫ່ງ​ຊາດ​ຈີນ​ສະ​ແດ​ງ​ໃຫ້​ເຫັນ​ວ່າ, ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ວິ​ສາ​ຫະກິດ​ຈີນ​ສືບ​ຕໍ່​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ. ​ຈຳນວນວິ​ສາ​ຫະກິດຕ່າງປະ​ເທດ, ວິ​ສາ​ຫະກິດ​​ເອກະ​ຊົນ​ລ້ວນ​ແຕ່​ໄດ້​ເພີ່ມຫຼາຍ​ຂຶ້ນ​ອ່າວ​ໄວ.

ຕາມ​ສະຖິຕິ, ນັບ​ມາ​ຮອດ​ທ້າຍ​ເດືອນ​ມິຖຸນາ​ປີ 2007, ຈຳນວນ​ວິ​ສາ​ຫະກິດ​ ​ຕ່າງ​ປະ​ເທດ​ເພີ່ມຫຼາຍຂື້ນ​ອ່າວ​ຊ້າ, ກວມ 3% ​ຂອງ​ຈຳນວນ​ວິ​ສາ​ຫະກິດ​ໃນ​ທົ່ວ​ປະ​ເທດ, ​ແຕ່​ທຶນ​ຂຶ້ນ​ທະບຽນຊ້ຳພັດ​ເພີ່ມ​ຂຶ້ນ​ອ່າວ​ໄວ, ຫຼາຍກວ່າ 1 ພັນ​ຕື້​ໂດ​ລາ. ​ໃນ​ນັ້ນ, ວິ​ສາ​ຫະກິດ​ທີ່ຕ່າງປະ​ເທດລົງທຶນ​ແຕ່​ຝ່າຍ​ດຽວ​ເພີ່ມ​ຂຶ້ນ​ອ່າວ​ໄວ, ກວມ​ປະ​ມານ 60% ​ຂອງ​ຈຳນວນ​ວິ​ສາ​ຫະກິດ​ທີ່​ຕ່າງປະ​ເທດ​ລົງທຶນ. ພ້ອນກັນ​ນັ້ນ, ຈຳນວນ​ວິ​ສາ​ຫະກິດຈີນ​ຕ່າງ​ປະ​ເທດ​ຮ່ວມທຶນ, ວິ​ສາ​ຫະກິດ​ຈີນ​ຕ່າງປະ​ເທດ​ຮ່ວມ​ມື​​ໄດ້ຫຼຸດລົງ.

ວິ​ສາ​ຫະກິດ​​ເອກະ​ຊົນ​ບຸກທະລຸ 5 ລ້ານ​ແຫ່ງ​ເປັນ​​ເທື່ອ​ທຳ​ອິດ, ຄື ບັນລຸ 5 ລ້ານ 2 ​ແສນ​ແຫ່ງ, ກວມ​ 60% ຂອງຍອດ​ຈຳນວນ​ວິ​ສາ​ຫະກິດ​ທົ່ວ​ປະ​ເທດ, ທຶນ​ຂຶ້ນ​ທະບຽນ 8 ພັນ​ຕື້​ຢວນ, ຜູ້​​ເຮັດ​ວຽກມີ​ເກືອບ 70 ລ້ານ​ຄົນ.