ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Wednesday    Apr 23th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-14 17:41:11    
ຊຸດ​ອົບ​ຮົມ"ການ​ຄຸ້ມ​ຄອງ​ການ​ປະຕິ​ຮູບ​ຂອງ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ"ຊຸດ​ທີ​ 3 ​​​​ໄດ້​ຈັດຂຶ້ນ

cri Author: cai
ຕາມ​ຂ່າ​ວ​ສານ​ຊີ​ນຮວາ:ວັນ​ທີ 13 ສິງ​ຫາ​ນີ້,ຊຸດ​ອົບຮົມ"ການ​ຄຸ້ມ​ຄອງ​ການ​ປະຕິ​ຮູບ​ຂອງ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ"ຊຸດ​ທີ​ 3 ​ໄດ້ໄຂ​ຂຶ້ນຢູ່ຄຸ່ນມີ​ງ ນະຄອນ​ພາກ​ໃຕ້​ຂອງຈີນ.

ຊຸດ​ອົບຮົມ​ຊຸດ​ນີ້ມີ​ຜູ້​​ເຂົ້າ​ຮ່ວມ 23 ຄົນ,ສ່ວນ​ຫຼາຍ​ແມ່ນ​ເຈົ້າ​ໜ້າ​ທີ່​ຊັ້ນ​ກາງ​ຂອງ​ລັດຖະບານ 6 ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ,​ຄື​ຈີນ ລາວ ຫວຽດ​ນາມ ມຽນ​ມາ ​ໄທ​ແລະ​ກຳປູ​ເຈຍ.ຊຸດ​ອົບຮົມ​ຈະ​ຈັດສອງ​ອາທິດ,​ມີເນື້ອ​ໃນກ່ຽວ​ກັບ​ການ​ປະຕິ​ຮູບ​ເສດຖະກິດ​ແລະ​ບົດບາດ​ຂອງ​ລັດ​ຖະ​ບານ​ໃນ​ການ​ປະຕິ​ຮູບ ການ​ແບ່ງ​ສິດ​ໃນ​ການ​ປະຕິ​ຮູບ​ເສດ​ຖະກິດ​ກຳ​ມະ​ສິດ​ສ່ວນ​ລວມ ການ​ຫັນ​ເປັນ​ບໍລິສັດ​ແລະ​ຫັນ​ເປັນຂອງ​ເອກະ​ຊົນ​ໃນການ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ ການ​ນຳພາການ​ຄຸ້ມ​ຄອງ​ການ​ປະຕິ​ຮູບ​ຂອງ​ລັດ​ເປັນ​ຕົ້ນ.

ຊຸດ​ອົບຮົມ​ແມ່ນ​ມະຫາ​ວິທະ​ຍາ​ໄລວິທະ​ຍາ​ສາດ​ການ​ຊ່າງ​ຄຸ່ນມີ​ງກັບ​ທະນາ​ຄານ​ພັດ​ທະນາ​ອາຊີ​ຫຼື ADB ຮ່ວມ​ກັນຈັດ​ຂຶ້ນ,​ໃນ​ສອງ​ປີ​ທີ່​ຜ່ານ​ມາ,​ໄດ້​ຈັດ​ຊຸດ​ອົບຮົມ​ໄປ​ແລ້ວສອງຊຸດ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040