ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-14 18:06:08    
ລັດ​ຖະ​ບານ​ຈີນ​ອອກ​ຄຳ​ສັ່ງ​ແນະ​ນຳ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລະ​ບອບ​ປະ​ກັນ​ຊີວິດ​ການ​ເປັນ​ຢູ່​ຂັ້ນ​ຕ່ຳ​ສຸດຢູ່​ຊົນ​ນະ​ບົດ​ໃນ​ທົ່ວ​ປະ​ເທດ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 13 ສິງຫາ​ນີ້,ລັດຖະບານ​ຈີນ​ໄດ້ອອກ​ຄຳ​ສັ່ງ​ແນະນຳສະບັບ​ໜຶ່ງ​ເຖິງອົງການ​ປົກຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ​ແລະ​ຂະ​ແໜງ​ການ​ຕ່າງໆ​ຂອງລັດຖະບານ,​ຄຳ​ສັ່ງ​ແນະນຳ​ກ່າວເນັ້ນ​ວ່າ,ຈີນ​ຈະ​ສ້າງ​ຕັ້ງ​ລະບອບຄ້ຳ​ປະກັນ​ຊີວິດ​ການ​ເປັນ​ຢູ່​ຂັ້ນຕ່ຳ​ສຸດ​ຢູ່​ຊົນນະບົດ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ,ປະຊາ​ກອນຜູ້​ທຸກ​ຍາກ​ໃນຊົນນະບົດ​ທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂຈະ​ຈັດ​ເຂົ້າ​ໃນ​ຂອບ​ເຂດ​ຄ້ຳປະກັນ​ທັງ​ໝົດ,​ແກ້​ໄຂ​ບັນຫາ​ກິນ​ອີ່ມ​ນຸ່ງ​ອຸ່ນ​ຂອງ​ປະຊາກອນ​ທຸກ​ຍາກ​ໃນຊົນນະບົດ​ທົ່ວ​ປະ​ເທດ​ຢ່າງໜັກ​ແໜ້ນ ຍາວ​ນານ​ແລະ​ບັງ​​ເກີດ​ຜົນ.

ນັບ​ແຕ່​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້,ຈີນ​ໄດ້​ເພີ່ມ​ຄວາມ​ແຮງ​ໃນ​ວຽກ​ງານ​ພັດທະນາ​ການ​ຫຼຸດຜ່ອນຄວາມທຸກ​ຍາກ​ແລະ​ການ​ຊ່ວຍ​ເຫຼືອສັງຄົມ​ຢ່າງ​ບໍ່​ຢຸດ​ຢັ້ງ,ຈຳນວນ​ປະຊາກອນ​ທຸກ​ຍາກ​ຢູ່​ຊົນນະບົດ​ໄດ້​ຫຼຸດ​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ.​ແຕ່​ວ່າ,ຍັງ​ມີ​ປະຊາກອນ​ທຸກ​ຍາກ​ສ່ວນ​ໜຶ່ງ​ຍັງ​ບໍ່​ທັນ​ໄດ້​ແກ້​ໄຂ​ບັນຫາ​ກິນ​ອີ່ມ​ນຸ່ງ​ອຸ່ນ​ເທື່ອ,ຕ້ອງການຄວາມ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນຂອງ​ລັດຖະບານ.

ຕາມ​ສະຖິຕິ​ຂອງ​ກະ​ຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ,ນັບ​ມາ​ຮອດ​ທ້າຍ​ເດືອນ​ມິຖຸນາ​ປີ​ນີ້,ຢູ່​ 31 ແຂວງ ​ເຂດ​ປົກຄອງ​ຕົນ​ເອງ​ແລະ​ນະຄອນ​ໃນທົ່ວ​ປະ​ເທດ,​​ລ້ວນ​ແຕ່​ໄດ້​ສ້າງ​ຕັ້ງ​ລະບອບຄ້ຳ​ປະກັນ​ຊີວິດ​ການ​ເປັນ​ຢູ່​ຂັ້ນຕ່ຳ​ສຸດ​ຢູ່​ຊົນນະບົດ,ມີປະຊາກອນ 20 ລ້ານ 6 ​ແສນ 8 ໝື່ນ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ລະບອບ​ນີ້.

ທ່ານ​ຫຼີລີ້​ໂກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ກ່າວ​ວ່າ,​ໃນ​ທ້າຍ​ປີ​ນີ້,ຄາດ​ວ່າຈະ​ຈັດ​​ເອົາປະຊາກອນ​ຜູ້ທຸກ​ຍາກ​ທັງ​ໝົດ​ໃນ​ຊົນນະບົດ​ເຂົ້າ​ໃນ​ລະບົບຄ້ຳປະກັນ​ຊີ​ວິດ​ການ​ເປັນ​ຢູ່​ຂັ້ນຕ່ຳ​ສຸດ​ໃນຊົນນະບົດ.