|
 |
(GMT+08:00)
2007-08-15 15:30:59
|
 |
ສານສູງຂອງໄທຕັດສິນຄະດີກ່ຽວກັບທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີພ້ອມດ້ວຍພັນລະຍາຊື້ຂາຍທີ່ດິນ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 14 ສິງຫານີ້,ສານສູງຂອງໄທໄດ້ຕັດສິນຄະດີກ່ຽວກັບທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີກັບພັນລະຍາຊື້ຂາຍທີ່ດິນ,ທ່ານທັກສິນແລະນາງພົດຈະມານທີ່ອາໄສຢູ່ຕ່າງປະເທດບໍ່ມາຕາມໝາຍນັດຂອງສານ.
ອົງການໄອຍະການສູງສຸດຂອງໄທກ່າວຟ້ອງທ່ານທັກສິນໃຊ້ອຳນາດທີ່ບໍ່ຖືກຕ້ອງ,ເຮັດໃຫ້ນາງພົດຈະມານສາມາດປະມູນຊື້ທີ່ດິນທີ່ມີເນື້ອທີ່ 51,200 ຕາແມັດແຫ່ງໜຶ່ງຢູ່ໃນຕົວເມືອງບາງກອກເຊິ່ງແຕ່ເດີມເປັນຂອງກອງທຶນພັດທະນາສະຖາບັນການເງິນຂອງໄທດ້ວຍລາຄາພຽງ 772 ລ້ານບາດຫຼືປະມານ 23 ລ້ານໂດລາເມື່ອປີ 2003.ແຕ່ລາຄາທີ່ຄວນເປັນຂອງທີ່ດິນຕອນນີ້ແມ່ນ 2 ຕື້ 100 ລ້ານບາດຫຼືປະມານ 63 ລ້ານໂດລາ.
ນີ້ແມ່ນສານສູງຂອງໄທເປີດສານພິຈາລະນາຄະດີກ່ຽວກັບທ່ານທັກສິນ ຊິນນະວັດຕ້ອງໂທດກົດໝາຍອາຍາແລະກົດໝາຍຕ້ານການສໍ້ລາດບັງຫຼວງເປັນຄັ້ງທຳອິດພາຍຫຼັງໄທເກີດການລັດຖະປະຫານໂຄ່ນລົ້ມອຳນາດການປົກຄອງທັກສິນເມື່ອປີກາຍນີ້.
ພາຍຫຼັງເກີດລັດຖະປະຫານໃນປີກາຍນີ້,ໄທໄດ້ສ້າງຕັ້ງຄະນະກຳມະການສຳຫຼວດຊັບສິນ,ຮັບຜິດຊອບການສືບສວນທ່ານທັກສິນມີການຕ້ອງໂທດສໍ້ລາດບັງຫຼວງຫຼືບໍ່ໃນໄລຍະກຳອຳນາດເປັນເວລາ 5 ປີ.ນັບມາຮອດປະຈຸບັນ,ຄະນະກຳມະການສຳຫຼວດຊັບສິນໄດ້ກ່າວຟ້ອງທ່ານທັກສິນຕ້ອງໂທດປະລະໜ້າທີ່ ໃຊ້ອຳນາດບໍ່ຖືກຕ້ອງແລະສໍ້ລາດບັງຫຼວງຫຼາຍກໍລະນີໃນໄລຍະດຳລົງຕຳແໜ່ງນາຍົກລັດຖະມົນຕີ,ແລະໄດ້ສົ່ງຫຼັກຖານທີ່ກ່ຽວຂ້ອງໃຫ້ອົງການໄອຍະການສູງສຸດຢ່າງຕໍ່ເນື່ອງ.
|
|
|