ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-15 15:38:00    
ໃນ 6 ​ເດືອນ​ຕົ້ນ​ປີ​ນີ້ ຈີນ​ເສຍ​ປຽບ​ດຸນ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ກະສິ​ກຳ​ເຖິງ 600 ລ້ານ​ໂດ​ລາ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 15 ສິງຫາ​ນີ້,ກະຊວງ​ກະສິກຳ​ຈີນ​ລາຍ​ງານ​ວ່າ,​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້,ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ກະສິກຳ​ຂາ​ເຂົ້າຂາອອກ​ຂອງ​ຈີນ​ບັນລຸ​ເຖິງ 35 ຕື້ 500 ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 16%​,ເສຍປຽບ​ດຸນ​ການ​ຄ້າ​ຜະລິດ​ຕະພັນ​ກະສິກຳ​​ເຖິງ 600 ລ້ານ​ໂດ​ລາ.

ໃນ 6 ​ເດືອນ​ຕົ້ນ​ປີ​ນີ້,​ເຂົ້າ​ທີ່ສົ່ງ​ອອກ​ຂອງ​ຈີນ​ໄດ້​​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ແຕ່ການ​ນຳ​ເຂົ້າ​ໄດ້​ຫຼຸດ​ລົງ​ຢ່າງ​ເດັ່ນ​ຊັດ;ການ​ເສຍ​ປຽບ​ດຸນ​ການ​ຄ້າ​ຜະລິດ​ຕະ​ພັນ​ສັດ​ລ້ຽງ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ,ການ​ໄດ້​ປຽບ​ດຸນ​ການ​ຄ້າ​ຜະລິດ​ຕະພັນ​ສັດ​ນ້ຳພັດ​ເພີ່ມ​ຂຶ້ນ​ສູງ.ສະຖິຕິ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້,ອາ​ເມ​ລິ​ກາ​ເໜືອ ອາ​ຊີ ອາ​ເມ​ລິ​ກາ​ໃຕ້​ແລະ​ເອີ​ລົບ​ຍັງ​ແມ່ນ​ຕະຫຼາດ​ສຳຄັນ​ທີ່​ນຳ​ເຂົ້າ​ຜະລິດ​ຕະພັນ​ກະສິກຳຂອງ​ຈີນ.