ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-15 20:12:28    
ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາ​ນິດ​ໄທ​ກ່າວ​ວ່າ, ​ໄທ​ຍິນ​ດີ​ຮ່ວມ​ມື​ກັບ​ພາກ​ຕາ​ເວັນ​ຕົກ​ຈີນ ພັດ​ທະ​ນາ​ພ້ອມ​ກັນ

cri
ຕາມ​ຂ່າວສານ​ຈີນ: ວັນ​ທີ 14 ສິງຫາ​ນີ້, ຢູ່​ເມືອງ​ອູ​ລຸ​ມູກີ​ ​ເທດສະບານ​ເຂດ ປົກຄອງ​ຕົນ​ເອງ​ເຜົ່າ​ເວີຍ​ອູ​ເອີ​​ຊິ່ນ​ຈ່ຽງທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ທ່ານ​ເກຼີກ​ໄກຼ ຈີຣະພັດ ລັດຖະມົນຕີ​ກະຊວງພານິດໄທ​ກ່າວ​ວ່າ, ​ໄທ​ຍິນ​ດີ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ດີ​ກັບ​ພາກ​ຕາ​ເວັນ​ຕົກ​ຈີນ, ພັດທະນາ​ພ້ອມ​ກັນ.

ທ່ານ​ເກຼີກ​ໄກຼ ຈີຣະພັດແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ອິສມາ​ອີ ທິລິ​ວາ​ດີ ປະທານ​ເຂດ​ຊິ່ນ​ຈ່ຽງ.

ທ່ານອິສມາ​ອີ ທິລິ​ວາ​ດີ​ແນະນຳ​ຕໍ່​ທ່ານ​ເກຼີກ​ໄກຼ ຈີຣະພັດພ້ອມ​ດ້ວຍ​ຄະນະວ່າ, ເຂດ​ຊິ່ນ​ຈ່ຽງຈີນມີທ່າ​ແຮງ​ດ້ານ​ພູມ​ສາດ​​ອັນເດັ່ນ​ຊັດ, ​ໃນ​ບໍ່​ທໍ່​ໃດ​ປີ​ມາ​ນີ້, ​ໄດ້​ຮັບໝາກຜົນຢ່າງຫຼວງຫຼາຍ​ໃນ​ການພັດທະນາການ​ເປີດ​ປະຕູ​ສູ່​ພາຍ​ນອກ​. ​ເຂດ​ຊິ່ນ​ຈ່ຽງຫວັງ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ໄທ.