ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-18 20:05:00    
ອາ​ເມ​ລິ​ກາ​ມີ​ແຜນ​ການ​ຈະ​ຮັກ​ສາ​ກອງ​ທະ​ຫານ​1​ແສນ​6​ໝື່ນ​ຄົນ​ປະ​ຈຳ​ຢູ່​ອີ​ຣັກ​ຈົນ​ເຖິງ​ເດືອນ​ເມ​ສາ​ປີ​2008

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ17ສິງຫາ​ນີ້,ທ່ານ​ເຣມົນດ໌ ​ໂອ​ເດຍ​ໂນ ຜູ້ບັນຊາ​ການ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ສູ້​ລົບ​ປະຈຳ​ວັນ​ຂອງ​ກອງ​ທະຫານ​ອາ​ເມ​ລິກາ​ປະຈຳ​ອີຣັກກ່າວ​ວ່າ,​ຝ່າຍ​ທະ​ຫານ​ມີ​ແຜນ​ການຈະ​ຮັກສາ​ຈຳນວນ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກທີ່​ມີປະມານ1​ແສນ6​ໝື່ນ​ຄົນ​​ໃນ​ປະ​ຈຸ​ບັນ​ນັ້ນ​ຈົນ​ເຖິງ​ເດືອນ​ເມສາ​ປີ2008,​ແລ້ວ​ເລີ່ມ​ຫຼຸດ​ຈຳ​ນວນ​ທະ​ຫານ,​ຄ່ອຍໆ​ຫຼຸດ​ລົງ​ຮອດ​ລະ​ດັບ​ຄື​ກັນ​ກັບ​ຕົ້ນ​ປີ​2007ກ່ອນ​ການເພີ່ມສົ່ງ​ທະຫານ​ໄປ​ອີຣັກ​.

ວັນ​ທີ17​ສິງຫາ​ນີ້,​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທາງ​ວີ​ດີ​ໂອ,ທ່ານ​ໂອ​ເດຍ​ໂນ​ທີ່​ພວມ​ຢູ່​ອີຣັກ​ເວົ້າວ່າ,​ເຖິງ​ວ່າ​ກອງທະຫານ​ອາ​ເມ​ລິ​ກາ​ຍັງ​ປະສົບ​ຄວາມ​ຫຍຸ້ງຍາກ​ຢູ່​ອີຣັກກໍ​ຕາມ,​ແຕ່​ແຜນການ​ເພີ່ມ​ສົ່ງ​ທະຫານ​ໄປ​ອີຣັກນັ້ນ​ໄດ້​ເລີ່​ມບັງ​ເກີດ​ຜົນ,ຫຼາຍ​ເດືອນ​ມາ​ນີ້,ສະພາບ​ຄວາມ​ປອດ​ໄພ​​ໂດຍ​ລວມຂອງ​ອີຣັກ​ໄດ້ຄ່ອຍໆ​ດີ​ຂຶ້ນ.ກອງ​ທະຫານ​ອາ​ເມ​ລິ​ກາ​ມີ​ແຜນການ​ຈະ​ດຳ​ເນີນ​ກາ​ນ​ໂຈມ​ຕີຢ່າງ​ວ່ອງ​ໄວ​ຕໍ່​ກຸ່ມອານ ​​ເຄ​ດາ​ແລະ​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ໃນ​ຫຼາຍສັບ​ປະດາຕໍ່ໜ້າ.