ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-19 20:33:57    
ມູນ​ນິ​ທິ​ມໍ​ລະ​ດົກ​ການ​ບິນ​ຈີນ​ອາ​ເມ​ລິ​ກາ​ຈະ​ບໍ​ລິ​ຈາກ​ວັດ​ຖຸ​ສິ່ງ​ຂອງ​ແລະ​ເອ​ກະ​ສານ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ໃຫ້​ສວນ​ສາ​ທາ​ລະ​ນະ​ມິດ​ຕະ​ພາບ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​​ອາ​ເມ​ລິ​ກາ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ18​ສິງຫາ​ນີ້,ຢູ່​ນະຄອນ​ຄຸນ​ມິ​ງ ​ແຂວງ​ຢຸນນານ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ທ່ານ​ເຈ​ຟຣີ ກຼີນ ປະທານ​ມູນ​ນິທິ​ມໍລະດົກ​ການ​ບິນ​ຈີນ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ເພື່ອ​ສະ​ໜັບ​ສະໜູນ​ການ​ກໍ່ສ້າງ​ສວນ​ສາທາລະນະ​ມິດຕະພາບ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ອາ​ເມ​ລິ​ກາ​ຈີນ,​ມູນ​ນິທິ​ມໍລະດົກ​ປະຫວັດ​ການບິນ​ຈີນອາ​ເມ​ລິ​ກາ​ຈະ​ບໍລິຈາກ​ວັດ​ຖຸ​ສິ່ງ​ຂອງ​ແລະ​ເອ​ກະ​ສານ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງຫຼາຍ​ຮ້ອຍ​ເຄື່ອງ​ໃຫ້​ສວນ​ສາ​ທາ​ລະ​ນະ​ດັ່ງ​ກ່າວ.

ທ່ານ​ເຈ​ຟຣີ ກີຼນ ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ສຳ​ຫຼວດ​ໂຄງ​ການ​ກໍ່​ສ້າງ​ສວນ​ສາ​ທາ​ລະ​ນະ​ມິດຕະພາບ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ອາ​ເມ​ລິ​ກາ​ຈີນ,​ທ່ານ​ກ່າວ​ວ່າ,​ເມື່ອ​ສວນ​ສາ​ທາ​ລະ​ນະ​ດັ່ງ​ກ່າວ​ສ້າງ​ສຳ​ເລັດ​ແລ້ວ,ທ່ານ​ຈະ​ມອບ​ເຄື່ອງ​ບໍລິຈາກ​ເຫຼົ່າ​ນີ້​ໃຫ້​ນະ​ຄອນ​ຄຸນ​ມິງ​ດ້ວຍ​ຕົນ​ເອງ.

ປັດຈຸບັນ,ນະຄອນ​ຄຸນ​ມິ​ງ​ໄດ້​ຄັດ​ເລືອກສະຖານ​ທີ່​ກໍ່ສ້າງສວນສາທາ​ລະ​ນະ​ໃຫ້​ຄັກ​ແນ່​ແລ້ວ,​ແລະ​ຈະ​ວາງ​ສີ​ລາ​ລືກ​ໃນ​ໄວໆ​ນີ້,​ໂຄງ​ການ​ກໍ່​ສ້າງ​ຍັງ​ລວມ​ທັງ​ຫໍ​ລະ​ລຶກ​ສວນ​ສາ​ທາ​ລະ​ນະ​ມິດ​ຕະ​ພາບ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ອາ​ເມ​ລິ​ກາ​ຈີນ​ແລະ​ອື່ນໆ.