ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-22 12:45:24    
ຫົວ​ໜ້າ​ກອງ​ສູ້​ລົບ​ຂອງ​ທະ​ຫານ​​ເຮືອ​ອາ​ເມ​ລິ​ກາ​ກ່າວ​ຢ້ຳ​ວ່າ,​ອາ​ເມ​ລິ​ກາ​ບໍ່​ສະ​ໜັບ​ສະ​ໜູນ​ຫຼັກ​ໝັ້ນ​ທີ່​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ21​ສິງຫາ​ນີ້,​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ,​ທ່ານ​ແມັກ​ໂຄ ມະ​ເລິນ ຫົວ​ໜ້າ​ກອງ​ສູ້​ລົບ​ທະ​ຫານ​ເຮືອ​ອາ​ເມ​ລິ​ກາ​ກ່າວ​ຢ້ຳວ່າ,ອາ​ເມ​ລິ​ກາ​ບໍ່​ສະ​ໜັບ​ສະ​ໜູນ​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ,ກໍ​ບໍ່ະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ໃດໆ​ຂອງ​ອິດ​ທິ​ກຳລັງ​ທີ່​ກ່ຽວ​ຂ້ອງ​ທີ່​ເຈ​ຕະ​ນາ​ຊຸກ​ຍູ້​​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ.

ທ່ານ​ມະເລິນ​ກ່າວ​ວ່າ,ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ແລະ​ສອງ​ກອງ​ທັບ​ຈີນ​ອາ​ເມ​ລິ​ກາ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ພົວພັນ​ສອງ​ຝ່າຍ​ທີ່ສຳຄັນ​ທີ່​ສຸດ​ໃນ​ໂລກ,​ການ​ສົນ​ທະ​ນາ​ແລະ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ຝ່າຍ​ແມ່ນ​ສຳຄັນ​ທີ່​ສຸດ.

ທ່ານ​ມະເລິນ​​ແມ່ນ​ເດີນທາງ​ມາ​ຮອດ​ປັກ​ກິ່ງ​​ເລີ່​ມຢ້ຽມຢາມສັນຖະວະ​ໄມຕີ​ຕໍ່​ຈີນໃນ​ວັນ​ທີ​17​ສິງ​ຫາ​ນີ້​​ໂດຍ​ຕາມ​ການ​ເຊີນ​ຂອງ​ທ່ານ​ອູ​​ເຊີ້ງ​ລີ້ ຜູ້​ບັນ​ຊາ​ການ​ທະ​ຫານ​ເຮືອ​ຂອງ​ຈີນ.​ທ່ານ​ກົວະ​ປໍ​ຊົງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ແລະ​ທ່ານ​ຊາວ​ກ່າງ​ຊ່ວນ ລັດ​ຖະ​ມົນ​ຕີ​ວ່າການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຕ່າງ​ໄດ້​ພົບ​ປະ​ກັບ​ທ່ານ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​21​ສິງຫາ​ນີ້.

ຂ່າວ​ແຈ້ງ​ວ່າ,ທ່ານບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້ສະ​ເໜີ​ໃຫ້ທ່ານ​ມະ​ເລິນ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ປະ​ສົມ​ເສນາທິການໃຫຍ່ຂອງກອງ​ທະຫານ​ອາ​ເມ​ລິ​ກາ​ຊຸດ​ໜ້າ.ທ່ານ​ມະ​ເລິນ​ກ່າວ​ວ່າ,​ບໍ່​ວ່າ​ຈະ​ເປັນ​ຫົວໜ້າ​ກອງ​ສູ້​ລົບ​ຂອງ​​ທະຫານເຮືອຫຼືວ່າ​ຈະ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ປະ​ສົມ​ເສ​ນາ​ທິ​ການ​ໃຫຍ່​ຂອງ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ໃນ​ອະ​ນາ​ຄົດ,​ທ່ານ​ລ້ວນ​ແຕ່​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ແລະ​ສົ່ງ​ເສີມ​ໃຫ້​ສອງ​ປະ​ເທດ​ແລະ​ສອງ​ກອງ​ທັບ​ຈີນ​ອາ​ເມ​ລິ​ກາ​ລົງ​ເລິກ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ,​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ.