ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-23 12:23:51    
ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ​ເຕືອນ​ໃຫ້​ອິດ​ສະ​ລະ​ແອນ​ໃຊ້​ມາດ​ຕະ​ການ​ອັນ​ຕັ້ງ​ໜ້າ​ເພື່ອ​ສັນ​ຕິ​ພາບ​ໃນ​ເຂດ​ຕາ​ເວັນ​​ອອກ​ກາງ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ22​ສິງຫາ​ນີ້,ພາຍຫຼັງພົບ​ປະ​ກັບ​ທ່ານ​​ໄຊ​ມອນ ​ເປ​ເລັສ ປະ​ທາ​ນາ​ທິ​ບໍ​ດີ​ອິດ​ສະ​ລະ​ແອນ,​ທ່ານ​ແມັກ​ໂຄ ວິ​ລຽມສ໌ ທູດ​ພິ​ເສດ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ທີ່​ພວມ​ຢ້ຽມ​ຢາມ​ອິດ​ສະ​ລະ​ແອນ​ກ່າວ​ວ່າ,​ບາດ​ກ້າວ​ຕ່າງໆ​ທີ່​ອິດ​ສະ​ລະ​ແອນ​ປະ​ຕິ​ບັດ ຄື​ ​ປ່ອຍ​ຕົວ​ນັກ​ໂທດ​ຂອງ​ຝ່າຍ​ປາ​ເລັດ​ສະ​ຕິນ​ແລະ​ມອບ​ພາ​ສີ​ທີ່​ເກັບ​​ແທນ​​ໃຫ້​ຝ່າຍ​ປາ​ເລັດ​ສະ​ຕິນ​ນັ້ນ​ແມ່ນ​ການ​ກະ​ທຳ​ທີ່​ດີ,​ແຕ່​ຍັງ​ຄວນ​ໃຊ້​ການ​ເຄື່ອນ​ໄຫວ​ຕື່ມ​ອີກ,​ເພື່ອ​ສະ​ໜອງ​ທ່າ​ແຮງ​ໃໝ່​ໃຫ້​ຂະ​ບວນ​ການ​ສັນ​ຕິ​ພາບ​ອິດ​ສະ​ລະ​ແອນ​ປາ​ເລັດ​ສະ​ຕິນ.

​ໃນ​ມື້​ດຽວກັນ,ຫ້ອງການ​ທ່ານມາຣ໌ມຸດ ອັບ​ບາສ໌ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັດ​ສະ​ຕິນ​ອອກ​ຖະ​ແຫຼງ​ການ​ວ່າ,​ຖ້າ​ວ່າ​ອິດ​ສະ​ລະ​ແອນ​ສືບ​ຕໍ່​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ການ​ທະ​ຫານ​ຕໍ່​ດິນ​ແດນ​ປາ​ເລັດ​ສະ​ຕິນ,​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ແລະ​ຂະ​ບວນ​ການ​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ເລັດ​ສະ​ຕິນ​ກັບ​ອິດ​ສະ​ລະ​ແອນ​ກໍ​ບໍ່​ສາ​ມາດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ແລະ​ມີ​ໝາກ​ຜົນ.​ຖະ​ແຫຼງ​ການ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ແລະ​ສີ່​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ ຄື ສະ​ຫະ​ປະ​ຊາ​ຊາດ ​ສະ​ຫະ​ພາບ​ເອີ​ລົບ ອາ​ເມ​ລິ​ກາ​ແລະ​ຣັດ​ເຊຍ​ຈົ່ງ​ໃຊ້​ມາດ​ຕະ​ການ,​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຂອງ​ອິດ​ສະ​ລະ​ແອນ​ຢູ່​ດິນ​ແດນ​ປາ​ເລັດ​ສະ​ຕິນ.