ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-24 12:34:40    
​ອາ​ເມ​ລິ​ກາ​ຍອມ​ຮັບ​ວ່າ,​ສະ​ຖາ​ນະ​ການ​ອີ​ຣັກ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຢ່າງ​ຂ້ຽວ​ຂາດ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ23​ສິງຫາ​ນີ້,ທ່ານ​ໂກ​ເດິ​ນ ຈອນ​​ໂດຼ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ກ່າວ​ວ່າ,ບົດ​ລາຍ​ງານ​ປະ​ເມີນ​ສະ​ຖາ​ນະ​ການ​ອີ​ຣັກ​ສະ​ບັບ​ໜຶ່ງ​ທີ່​ພາກ​ສ່ວນ​ຂ່າວ​ກອງ​ອາ​ເມ​ລິ​ກາ​ປະ​ກາດ​ໃນ​ວັນ​ທີ​23​ສິງ​ຫາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ອີ​ຣັກ​ໄດ້​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຢ່າງ​ຂ້ຽວ​ຂາດ​ທີ່​ສຸດ​ໃນ​ການ​ບັນ​ລຸ​ຄວາມ​ປອງ​ດອງ​ຊາດ​ແລະ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ລະ​ຫວ່າງ​ນິ​ໄກ​ສາ​ສະ​ໜາ​ຕ່າງໆ.

ທ່ານ​ຈອນ​ໂດຼກ່າວ​ວ່າ,ທ່ານ​ປະທານາທິບໍດີ​ຈອຈ໌ ບຸ​ສບໍ່​ຮູ້ສຶກ​ແບກ​ໃຈ​ຕໍ່​ຂໍ້​ສະ​ຫຼຸບ​ຂອງ​ບົດ​ລາຍ​ງານ​ສະບັບ​ນີ້,​ແລະ​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມຕໍ່​ຄວາມ​ເຫັນ​ໃນ​ບົດ​ລາຍ​ງານ​ສະບັບ​ນີ້.ທ່ານ​ຍັງ​ກ່າວ​ວ່າ,ລັດຖະບານ​ອີຣັກ​ໄດ້​ຮັບ​ຄວາມຄືບ​ໜ້າ​ໜ້ອຍ​ທີ່​ສຸດ​ໃນ​ການ​ບັນລຸ​ຄວາມ​ປອງ​ດອງ​ກັນ​ດ້ານ​ການ​ເມືອງ ​ເຊິ່ງ​ໄດ້​ເຮັດ​ໃຫ້​ອາ​ເມ​ລິ​ກາ​ຮູ້ສຶກ​​ເປັນ​ຫ່ວງ​ເປັນ​​ໃຍ,​ແຕ່​ອາ​ເມ​ລິ​ກາ​ຍັງ​ຈະ​ສະໜັບສະໜູນ​ລັດ​ຖະ​ບານ​ມາລີ​ກີ​ຂອງ​ອີຣັກ.