|
 |
(GMT+08:00)
2007-08-25 20:09:43
|
 |
ຍີ່ປຸ່ນອາຊຽນໄດ້ເຊັນສັນຍາການຄ້າເສລີ
cri
ຕາມຂ່າວສານຊິນຮວາ,ຍີ່ປຸ່ນກັບອາຊຽນໄດ້ເຊັນສັນຍາການຄ້າເສລີຢູ່ທີ່ມານີລາໃນວັນທີ25ສິງຫານີ້.ອີງຕາມສັນຍານີ້,ຍີ່ປຸ່ນຈະຍົກເວັ້ນພາສີຕໍ່ຜະລິດຕະພັນທີ່ຄິດໄລ່ຕາມມູນຄ່າ90%ທີ່ນຳເຂົ້າຈາກອາຊຽນ.
ເມື່ອສັນຍາດັ່ງກ່າວມີຜົນບັງຄັບໃຊ້ແລ້ວ,ຍີ່ປຸ່ນຈະຍົກເວັ້ນພາສີຕໍ່ ຜະລິດຕະພັນທີ່ຄິດໄລ່ຕາມມູນຄ່າ90%ທີ່ນຳເຂົ້າຈາກອາຊຽນໃນທັນທີ,ແລະພາຍໃນ10ປີຂ້າງໜ້າ,ຈະຍົກເວັ້ນພາສີຂອງຜະລິດຕະພັນອີກ3%ເປັນກ້າວໆ ພ້ອມທັງຫຼຸດພາສີຂອງຜະລິດຕະພັນອີກ6%.
ພ້ອມກັນນັ້ນ, 6ປະເທດສະມາຊິກອາຊຽນຄືບຼູໄນ,ອິນໂດເນເຊຍ ມາເລເຊຍ ຟີລິບປິນ ສິງກະໂປແລະໄທຈະຍົກເວັ້ນພາສີຂອງຜະລິດຕະພັນທີ່ຄິດໄລ່ຕາມມູນຄ່າແລະປະເພດສິນຄ້າທີ່ນຳເຂົ້າຈາກຍີ່ປຸ່ນ90%ເປັນກ້າວໆພາຍໃນ10ປີຕໍ່ໜ້າ,ຫວຽດນາມຈະຍົກເວັ້ນພາສີຂອງຜະລິດຕະພັນທີ່ນຳເຂົ້າຈາກຍີ່ປຸ່ນ90%ເປັນກ້າວໆພາຍໃນ15ປີຕໍ່ໜ້າ.ສ່ວນປະເທດສະມາຊິກອື່ນໆຈະຍົກເລີກພາສີຂອງຜະລິດຕະພັນທີ່ນຳເຂົ້າຈາກຍີ່ປຸ່ນ85%ເປັນກ້າວໆພາຍໃນ18ປີຕໍ່ໜ້າ.
|
|
|