ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-27 16:59:13    
ຜູ້​ນຳ​ສາມ​ຝ່າຍ​ຂອງ​ອີ​ຣັກ​ເຫັນ​ດີ​ພະ​ຍາ​ຍາມ​ຊຸກ​ຍູ້​ຄວາມ​ປອງ​ດອງ​ຊາດ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ຄ່ຳ​ວັນ​ທີ26​ສິງຫາ​ນີ້,ຫ້ອງການ​ຈາ​ລານ ທາລາ​ບາ​ນີ ປະທາ​ນາ​ທິ​ບໍ​ດີ​ອີຣັກອອກ​ຖະ​ແຫຼງການ​ວ່າ,ຜູ້ນຳຂອງ​ຝ່າຍ​ຊີ​ອະ ຊຸ​ນິ​ແລະ​ຊາວ​ເຄິດ​​ເປັນ​ເອກະ​ສັນ​ກັນ​ເຫັນ​ດີ​ຈະ​ພະຍາຍາມ​ແກ້​ໄຂ​ຄວາມ​ຂັ​ດ​ແຍ່ງ​,ຊຸກຍູ້​​ໃຫ້​ເກີດຄວາມ​ປອງ​ດອງ​ແຫ່ງ​ຊາດ.

ຖະແຫຼງການຂຽນວ່າ,ພາຍຫຼັງຈັດກອງປະຊຸມຕ່າງໆແລ້ວ,ຜູ້ນຳຂອງຝ່າຍຕ່າງໆຕົກລົງ ວ່າ​ຈະ​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ການ​ເມືອງ​ແລະ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກ,​ເຫັນ​ດີ​ບໍ່​ຈຳ​ກັດ​ອະ​ດີດ​ສະ​ມາ​ຊິກ​ຂອງ​ພັກ​ຟື້ນ​ຟູ​ສັງ​ຄົມ​ອາ​ລາບ​​ເຮັດ​ວຽກ​ໃນ​ລັດ​ຖະ​ບານ,​ແລະ​ເຫັນ​ດີ​ຈັດ​ການ​ເລືອກ​ຕັ້ງ​ຂັ້ນ​ແຂວງ,​ແລະ​ຊ່ວຍ​ກອງ​ປະ​ກອບ​ອາ​ວຸດ​ລະ​ງັບ​ເຫດ​ການ​ປະ​ທະ​ກັນ​ແບບ​ນອງ​ເລືອດ.

ພາຍຫຼັງອອກຖະແຫຼງການແລ້ວ,ທ່ານໂນຣີ ອານ ມາລີຄີ ນາຍົກລັດຖະມົນຕີ ທ່ານ​ຈາ​ລານ ທາລາບານີ ປະທານາທິບໍດີອີຣັກ ທ່ານທາຣິກ ອານ ຮາເຊມີ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ສັງກັດ​ຝ່າຍຊຸນິ ທ່ານອາເດນ ອາບດູນ ມາຣດີ ຮອງປະທານາທິບໍດີທີ່​ສັງກັດ​ຝ່າຍ​ຊີ​ອະ​ແລະ​ທ່ານ​ມາ​ຊົດ ບາ​ຈາ​ນີ ຜູ້ນຳເຂດປົກຄອງຕົນເອງຊາວເຄິດທີ່ພາກເໜືອອີຣັກ​ໄດ້​ປະ​ກົດ​ຕົວ​ຢູ່​ໂທ​ລະ​ພາບ​ພ້ອມ​ກັນ,​ເຊິ່ງ​ເປັນ​ເລື່ອງເຫັນຍາກ.

ໃນມື້ດຽວກັນ,ທຳນຽບຂາວອາເມລິກາອອກຖະແຫຼງການ,ສະແດງຄວາມຊົມເຊີຍຕໍ່ຜູ້ນຳ ສາມຝ່າຍຂອງອີຣັກທີ່ເປັນເອກະສັນກັນພະຍາຍາມແກ້ໄຂຄວາມຂັດແຍ່ງກັນແລະບັນລຸ ຄວາມປອງດອງແຫ່ງຊາດ,ແລະເຫັນວ່າ,ນີ້ແມ່ນຂີດໝາຍສຳຄັນອັນໜຶ່ງ​ທີ່​ສາມ​ຝ່າຍ​ຂອງ​ອີ​ຣັກ​ກຽມ​ດຳ​ເນີນ​ການຮ່ວມມືກັນ.