ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-27 18:01:26    
ຈີນ​ປັບ​ປຸງ​ບັນ​ຫາ​ຄຸນ​ນະ​ພາບ​ຂອງ​ຜະ​ລິດ​ຕະ​ພັນ​ແລະ​​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ຢ່າງ​ຮອບ​ດ້ານ

cri Author: shuohefang
ຕາມ​ຂ່າວCRI:ຈີນ​ຈະ​ດຳ​ເນີນ​ການ​ປັບປຸງ​ຢ່າງຮອບດ້ານ​ຕໍ່​ບັນຫາ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ແລະ​ຄວາມ​ປອດ​ໄພ​ຂອງ​ອາຫານ​ໃນ4​ເດືອນຕໍ່ໜ້າ,ໜ່ວຍ​​ງານ​ທີ່​ນຳ​ໂດຍ​ທ່ານ​ນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີຈີນຈະ​ຮັບຜິດຊອບ​ຊີ້​ນຳວຽກ​ງານ​ຂອງ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ບານ​ຈີນ,​​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ລັດ​ຖະ​ບານ​ຈີນ​ຈະ​ອອກ​ແຮງ​ປັບ​ປຸງ​ບັນ​ຫາ​ຄຸນ​ນະ​ພາບ​ຂອງ​ຜະ​ລິດ​ຕະພັນ​ແລະ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ,​ເພື່ອ​ຮັກ​ສາ​ສັດ​ທາ​ທີ່​ມີ​ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ຜະ​ລິດ​ຢູ່​ຈີນ.

ຫວ່າງ​ມໍ່ໆ​ນີ້,ຫຼາຍສື່​ມວນ​ຊົນ​ຕ່າ​ງປະ​ເທດ​ໄດ້​ລາຍ​ງານ​ບັນຫາ​ຄຸນ​ນະພາບ​ຂອງ​ຜະ ລິດ​ຕະພັນແລະ​ຄວາມ​ປອດ​ໄພ​ຂອງ​ອາຫານທີ່​ຜະລິດ​ຢູ່ຈີນ​ຢ່າງ​ຫຼວງຫຼາຍ.​ເຖິງ​ວ່າ​ໃນ​ນັ້ນມີ​ສ່ວນ​ໜຶ່ງ​​ແມ່ນ​ເພື່ອສ້າງ​ຄວາມ​ສົນ​ໃຈ​ໃຫ້​ແກ່​ຄົນ​ທົ່ວ​ໄປ ຈົນກະທັ້ງບໍ່​ຖືກ​ກັບ​ເລື່ອງ​ຈິງກໍ​ຕາມ,​ແຕ່ຂ່າວ​​ເຫຼົ່ານີ້ໄດ້​ຊີ້​ອອກບາງ​ບັນຫາ​ຢູ່​ໃນ​ຂົງ​ເຂດ​ຄຸນ​ນະພາ​ບ​ຂອງ​ຜະ​ລິດ​ຕະພັນ​ແລະ​ຄວາມ​ປອດ​ໄພ​ຂອງ​ອາຫານ​ທີ່​ຜະລິດ​ຢູ່​ຈີນ.ລັດຖະບານ​ຈີນ​ດ້ານ​ໜຶ່ງ​ໄດ້​ຕັ້ງໜ້າ​ປັບ​ປຸງ​ວິ​ສາ​ຫະກິດ​ທີ່​ມີ​ບັນຫາ,ຍັງ​ໄດ້ສືບ​ສວນ​ທາງອາຍາ​ຕໍ່​ຜູ້​ຮັບ​ຜິດ​ຊອບ​ຈຳນວນ​ໜຶ່ງ,ອີກ​ດ້ານ​ໜຶ່ງ​ກໍ​ຕັ້ງໜ້າ​ວາງ​ມາດ​ຕະການ​ອອກ​ມາ,​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງຄຸນ​ນະພາບ​ຂອງ​ຜະ​ລິດ​ຕະພັນ​ແລະ​ຄວາມ​ປອດ​ໄພ​ຂອງ​ອາຫານ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ27ສິງຫາ​ນີ້, ທ່ານ​ຫຼີຊາງ​ຈ່ຽງ ຫົວໜ້າ​ກົມ​​ໃຫຍ່​ຕິດຕາມ​ກວດ​ກາ​ຄຸນ​ນະພາ​ບ​ແລະ​ກວດ​ພະຍາດ​ແຫ່ງຊາດ​ຈີນ​ໄດ້ຈ້ງ​ໃຫ້​ຊາບ6ມາດ​ຕະການ​ອັນສຳຄັນ​ທີ່​ຈີນ​ປະກາດ​ໃຊ້​ໃນ​ດ້ານ​ປັບປຸງ​ຄູນ​ນະພາ​ບຂອງ​ຜະລິດ​ຕະພັນ​ໃນ​ຫວ່າງ​ມໍ່ໆ​ນີ້, ​ເຊິ່ງລວມທັງ​ປະກາດ​ໃຊ້ "ກົດ​ລະບຽບ​ພິ​ເສດວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງອາຫານ​ແລະ​ຜະລິດ​ຕະພັນ​ອື່ນ​ໆ", ສ້າງ​ແຜນການການ​ປັບປຸງ​​ໂດຍສະ​ເພາະຄືຄຸນ​ນະພາ​ບຜະລິດ​ຕະພັນ​ແລະ​ຄວາມ​ປອດ​ໄພ​ຂອງ​ອາຫານ​ທີ່​ເປັນ​ເວລາ4​ເດືອນ, ​ແລະ​ອື່ນໆ.ທ່ານ​ຫຼີຊາງ​ຈ່ຽງກ່າວ​ວ່າ:"ຂ້າພະ​ເຈົ້າ​ຄິດ​ວ່າ, ພາຍ​ໃນ​ເວລາ​ໜຶ່ງ​ເດືອນ​ລັດຖະບານ​ຈີນ​ໄດ້​ປະກາດ​ໃຊ້6ມາດ​ຕະການ​ອັນ​ສຳຄັນ, ​ເຊິ່ງ​ໄດ້​ສະ​ແດງ​​ໃຫ້​ເຫັນ​ຢ່າງ​ເຕັມສ່ວນວ່າ ລັດຖະບານ​ຈີນ​ແມ່ນ​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງຕໍ່​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ແລ​ະຄວາມ​ປອດ​ໄພ​ຂອງ​ອາຫານ, ​ແມ່ນ​ລັດຖະ​ບານ​ທີ່ມີ​ຄວາມ​ຮັບ​ຜິດ ຊອບ."

ຕາມ​ຂ່າວ​ແຈ້ງວ່າ, ​ແຜນການ​ສະ​ເພາະ​ເພື່ອ​ປັບປຸງ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ແລະ​ຄວາມ​ປອດ​ໄພ​ຂອງ​ອາຫານ​ທີ່ຈີນ​ເລີ່ມຈັດ​ຕັ້ງ​ປະຕິບັດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ25​ສິງຫາ​ນີ້, ຈະ​ມີ8ດ້ານ​ເປັນ​ຈຸດ​ໜັກ, ​ເຊັ່ນ ຜະ​ລິດ​ຕະພັນ​ກະສິ​ກຳ ອາຫານ​ປຸງ​ແຕ່ງ ການ​ບໍລິ​ໂພ​ກ​ໃນ​ຮ້ານກິນ​ດື່ມ ຜະລິດ​ຕະພັນ​ຂາ​ເຂົ້າຂາ​ອອກ​ແລະ​ຜະລິດ​ຕະພັນ​ທີ່​ກ່ຽວ​ພັນ​ເຖິ​ງສຸຂະພາບ​ມະນຸດ​ເປັນ​ຕົ້ນ.

ທ່ານ​ຫຼີ​ຊາງ​ຈ່ຽງ​ມີ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ຕໍ່​ແຜນ​ການ​ປັບ​ປຸງ​ສະ​ເພາະ​ຄັ້ງ​ນີ້,​ທ່ານ​ກ່າວ​ວ່າ:"ຕາມ​ການຈັດ​ວາງ​ເບື້ອງ​ຕົ້ນ,​ການ​ເຄື່ອນ​ໄຫວ​ປັບ​ປຸງ​ເທື່ອ​ນີ້​ຈະ​ດຳ​ເນີນ​ເປັນ​ເວ​ລາ​4​ເດືອນ,​ຕ້ອງ​ໄດ້​​ຮັບ​ໝາກ​ຜົນ​ອັນ​ເດັ່ນ​ຊັດ​ພາຍ​ໃນ​4​ເດືອນ.​ນີ້​ຈະ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຄຸນ​ນະ​ພາບ​ຂອງ​ຜະ​ລິດ​ຕະ​ພັນ​ແລະ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ຈີນ​ຈະ​ໄດ້​ກ້າວ​ຂຶ້ນ​ສູ່​ຂັ້ນ​ໃໝ່,​ຈະ​ເຮັດ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ເຊື່ອ​ໝັ້ນ​ຜະ​ລິດ​ຕະ​ພັນ​ທີ່​ ຜະ​ລິດ​ຢູ່​ຈີນ,​ເຊື່ອ​ໝັ້ນ​ຜະ​ລິດ​ຕະ​ພັນ​ຈີນ."

ແຕ່​ຍ້ອນ​ວ່າ​ຜະລິດ​ຕະພັນ​ທີ່​ຜະລິດ​ຢູ່​ຈີນ​ໄດ້​ກ່ຽວ​ພັນ​ເຖິງ​ວິ​ສາ​ຫະກິດ​ຈີນ​ແລະ​ວິ​ສາ​ຫະກິດ​ຕ່າງປະ​ເທດ,ສະ​ນັ້ນ,ຖ້າ​ຢາກ​ຍົກ​ສູງ​ຄຸນ​ນະພາບ​ຂອງ​ຜະ​ລິດ​ຕະ​ພັນ​ທີ່​ຜະ​ລິດ​ຢູ່​ຈີນ,​ນອກ​ຈາກ​ວິ​ສາ​ຫະກິດ​ຈີນ​ແລ້ວ,​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ກໍ​ ມີໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ລະດັບ​ໃດ​ໜຶ່ງ.​ຕົວ​ຢ່າງ​ຄື,ບໍລິສັດ​ມັດ​ເຕວອາ​ເມ​ລິ​ກາ​ໄດ້​ຮຽກ​ຮ້ອງ​ໃຫ້​ເກັບ​ຄືນ​ເຄື່ອງ​ຫຼິ້ນ​ເດັກ​ນ້ອຍ​20​ລ້ານ​2​ແສນ​ເຄື່ອງ​ທີ່​ຂາຍ​ຢູ່​ໃນ​ຂອບ​ເຂດ​ທົ່ວ​ໂລກ,​ໃນ​ນັ້ນ,​ມີ​85%​ແມ່ນ​ອອກ​ແບບ​ໂດຍ​ຝ່າຍ​ອາ​ເມ​ລິ​ກາ,​ແລະ​ຜະລິດ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ບໍ​ລິ​ສັດ​ຂາ​ເຂົ້າ​ຂອງ​ອາ​ເມ​ລິ​ກາ,​ແຕ່ການ​ອອກ​ແບບ​ຂອງ​ຜະ​ລິດ​ຕະ​ພັນ​ເຫຼົ່າ​ນີ້​ກໍ​ມີ​ບັນ​ຫາ​ອັນ​ໜັກ​ໜ່ວງ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ນີ້,​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຄ້າ​ຈີນ​ກໍໄດ້​ກ່າວ​ວ່າ:ຮູບ​ແບບ​ການ​ຄ້າ​ຜະລິດ​ຕະພັນ​ທີ່​ຜະ​ລິດ​ຢູ່​ຈີນ​ມີ​ເຄິ່ງ​ໜຶ່ງ​ຂຶ້ນ​ໄປ​ແມ່ນ​ການ​ຄ້າ​ປຸງ​ແຕ່ງ,​ຜະ​ລິດ​ຕະພັນ​ການ​ຄ້າ​ປຸງ​ແຕ່ງ​ລ້ວນ​ແຕ່​ແມ່ນ​ຜະລິດ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ບໍ​ລິ​ສັດ​ສັ່ງ​ຊື້​ສິນ​ຄ້າ​ຂອງ​ຕ່າງປະ​ເທດ​ແລະ​ມາດຕະຖານ​ສາ​ກົນ.​ຝ່າຍ​ຈີນ​ຫວັງ​ໃຫ້​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຮ່ວມ​ກັບ​ບໍລິສັດ​ຈີນ​ເພື່ອ​ພ້ອມ​ກັນ​ຍົກ​ສູງຄຸນ​ນະພາບ​ຂອງ​ຜະ​ລິດ​ຕະ​ພັນ​ທີ່​ຜະ​ລິດ​ຢູ່​ຈີນ.