ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-28 11:03:30    
ຈີນ​ອົບ​ຮົມ​ນັກ​ວິ​ຊາ​ການ​ໃນ​ຂະ​ແຫນງ​ວາງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫ້​ລາວ

cri
ຕາມ​ຂ່າວສານ​ຊີ​ນຮວາ: ​ເລີ່​ມ​ແຕ່​ວັນ​ທີ 27 ສິງຫາ​ນີ້​ເປັນຕົ້ນ​ໄປ,​ເຈົ້າຫນ້າ​ທີ່​ລັດຖະບານ​ພາກສ່ວນ​ເສດຖະກິດ​ຂອງ​ລາວ​ຈຳນວນ 20 ທ່ານ​ໄດ້​ເລີ່​ມຮັບ​ການ​ອົບຮົມ​ດ້ານ​ການວາງ​ແຜນ​ກຳນົດ​ແລະ​ລະບົບ​ການຈັດຕັ້ງການ ພັດທະນາ​ເສດຖະກິດ​​ແລະ​ຄວາມ​ຮູ້​ພາກ​ປະຕິບັດ​ຢູ່​ແຂວງ​ຢຸນນານ​ຂອງ​ຈີນ.

​ໃນ​ການ​ອົບຮົມ​ເປັນ​ເວລາ 8 ມື້, ຜູ່​ຊ່ຽວຊານ​ດ້ານ​ວາງ​ແຜນ​ກຳນົດ​ພັດທະນາ​ເສດຖະ​ກິດ​ຂອງ​ປັກ​ກິ່ງ​ແລະ​ແຂວງ​ຢຸນນານ​ຈະ​ອະທິບາຍ​ກ່ຽວ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ການ​ພັດທະນາ​ຂອງ​ເຂດ​ເສດຖະກິດ​ອຸດສາຫະກຳ​ໃນ​ເຂດ​ດ້ວຍ​ພັດທະນາ​ຂອງ​ຈີນ,ຈັດ​ຫລັກສູດ​ການ​ພັດທະນາ​ເຂດ​ແຄວ້ນ ການ​ແຈກ​ຢາຍ​ຂອງ​ຂະ​ແຫນງ​ການ​ຜະລິດຕະກຳ​ຕ່າງໆ,ການຈັດ​ຫາ​ທຶນ​,ການ​ຄຸ້ມ​ຄອງ​ການ​ລົງທຶນ,ການ​ພັດທະນາ​ຊົນນະບົດ,ການວາງ​ແຜນ​ໂຄງການ​ທົດ​ລອງ,ພ້ອມ​ກັບ​ລະບົບ​ຈັດຕັ້ງ​ແລະ​ການ​ປະຕິບັດ​ແຜນການ​ໄລຍະ​ກາງ​ແລະ​ໄລຍະ​ຍາວ,​ແລະ​ຈະ​ນຳພາ​ສຳ​ມະ​ນາກ​ອນ​ໄປ​ທັດສະນະ​ສຶກສາ​ຢູ່​ພາກສ່ວນ​ອຳນາດ​ການ​ປົກຄອງ​ແລະ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ຂອງ​ແຂວງ​ຢຸນນານ.